14 ສ່ວນກາເລັບກໍໄດ້ຂັບໄລ່ເຊື້ອສາຍຂອງອານາກ ຄືຕະກຸນເຊຊາຍ, ອາຮີມານ ແລະຕານໄມອອກໄປຈາກເມືອງ.
ມີຄົນຮ່າງໃຫຍ່ຜູ້ໜຶ່ງຊື່ວ່າ ອີສະບີເບໂນບໄດ້ຖືຫອກເປັນທອງສຳຣິດ ໜັກປະມານສາມກິໂລກຼາມເຄິ່ງທັງມີດາບດວງໃໝ່ຄາດແອວ ໂດຍຄິດວ່າຕົນຈະຂ້າກະສັດດາວິດໄດ້.
ແລະຄົນຮູບຮ່າງໃຫຍ່ສູງທີ່ເປັນເຊື້ອສາຍຂອງຊາວອານາກີມກໍອາໄສຢູ່ໃນບ່ອນນັ້ນ. ພວກເຮົາເລີຍເບິ່ງເປັນດັ່ງຕັກແຕນໃນສາຍຕາຂອງຄົນເຫຼົ່ານັ້ນ.”
ປະຊາຊົນມີຕົວສູງແລະແຂງແຮງ ພວກເຂົາມີຮູບຮ່າງໃຫຍ່ເປັນລູກຫຼານຂອງພວກອານາກີມ ແລະພວກເຈົ້າກໍໄດ້ຍິນມາແລ້ວວ່າ ບໍ່ມີຜູ້ໃດຕໍ່ສູ້ກັບພວກເຂົາໄດ້ນັ້ນ.
ໃນເທື່ອນີ້ ໂຢຊວຍໄດ້ຍົກທັບອອກໄປທຳລາຍຄົນຮ່າງໃຫຍ່ພວກໜຶ່ງ ຊື່ວ່າ ອານາກີມ. ຄົນພວກນີ້ໄດ້ອາໄສຢູ່ຕາມເນີນພູຕ່າງໆ ດັ່ງນີ້: ເຮັບໂຣນ, ເດບີ, ອານາບ, ແລະຕາມເນີນພູທັງໝົດຂອງຢູດາແລະເນີນພູທັງໝົດຂອງອິດສະຣາເອນ. ໂຢຊວຍໄດ້ທຳລາຍພວກເຂົາແລະເມືອງຂອງພວກເຂົາຈົນກ້ຽງ.
ບໍ່ມີພວກອານາກີມຈັກຄົນທີ່ເຫຼືອຢູ່ໃນດິນແດນອິດສະຣາເອນ ແຕ່ຍັງມີບາງຄົນທີ່ໄດ້ເຫຼືອຢູ່ໃນເມືອງກາຊາ, ເມືອງກາດ ແລະເມືອງອາຊະໂດດ.
ພວກເຂົາໄດ້ຍົກທັບອອກໄປສູ້ຮົບພວກການາອານຢູ່ໃນເມືອງເຮັບໂຣນ ຊຶ່ງແຕ່ກ່ອນມີຊື່ວ່າ ກີຣິອາດອາກບາ. ຢູ່ທີ່ນັ້ນ ພວກເຂົາໄດ້ເອົາຊະນະຕະກຸນຕ່າງໆຂອງເຊຊາຍ, ອາຮີມານ ແລະຕານໄມ.
ກາເລັບໄດ້ຮັບເມືອງເຮັບໂຣນເປັນກຳມະສິດຕາມຄຳສັ່ງຂອງໂມເຊ. ສະນັ້ນ ກາເລັບຈຶ່ງຂັບໄລ່ເຊື້ອສາຍຂອງອານາກທັງສາມຕະກຸນ ອອກໄປຈາກເມືອງນີ້.