Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຊວຍ 15:13 - ພຣະຄຳພີສັກສິ

13 ຕາມ​ຄຳສັ່ງ​ຂອງ​ພຣະເຈົ້າຢາເວ​ແກ່​ໂຢຊວຍ ເພິ່ນ​ຈຶ່ງ​ໄດ້​ມອບ​ເຂດແດນ​ທີ່​ເປັນ​ສ່ວນ​ຂອງ​ເຜົ່າ​ຢູດາ ໃຫ້​ກາເລັບ​ລູກຊາຍ​ຂອງ​ເຢຟຸນເນ ຄົນ​ໃນ​ເຜົ່າຢູດາ. ກາເລັບ​ໄດ້​ຮັບ​ເຮັບໂຣນ ເມືອງ​ຂອງ​ອາກບາ​ຜູ້​ທີ່​ເປັນ​ພໍ່​ຂອງ​ອານາກ.

Uka jalj uñjjattʼäta Copia luraña




ໂຢຊວຍ 15:13
18 Jak'a apnaqawi uñst'ayäwi  

ດັ່ງນັ້ນ ອັບຣາມ​ຈຶ່ງ​ຍົກຍ້າຍ​ຂະບວນ​ທີ່​ພັກ​ໄປ​ຕັ້ງ​ຢູ່​ໃກ້​ຕົ້ນໄມ້​ສັກສິດ​ຂອງ​ມຳເຣ​ທີ່​ເຮັບໂຣນ ແລະ​ໃນ​ທີ່ນັ້ນ ເພິ່ນ​ໄດ້​ສ້າງ​ແທ່ນບູຊາ​ຖວາຍ​ແກ່​ພຣະເຈົ້າຢາເວ.


ນາງ​ໄດ້​ເສຍ​ຊີວິດ​ທີ່​ເຮັບໂຣນ​ໃນ​ແຜ່ນດິນ​ການາອານ ແລະ​ອັບຣາຮາມ​ໄດ້​ໄວ້ທຸກ​ໃຫ້​ນາງ.


ຫລັງຈາກ​ນັ້ນ​ແລ້ວ ດາວິດ​ກໍ​ຖາມ​ພຣະເຈົ້າຢາເວ​ວ່າ, “ຂ້ານ້ອຍ​ຄວນ​ໄປ​ຢຶດເອົາ​ເມືອງ​ໜຶ່ງ​ໃນ​ຢູດາຍ​ຫລື​ບໍ່?” ພຣະເຈົ້າຢາເວ​ຕອບ​ເພິ່ນ​ວ່າ, “ໄປ​ຢຶດເອົາ.” ດາວິດ​ຖາມ​ວ່າ, “ເມືອງໃດ?” ພຣະອົງ​ກ່າວ​ວ່າ, “ເມືອງ​ເຮັບໂຣນ.”


ແຕ່​ທົ່ງນາ​ແລະ​ໝູ່ບ້ານ​ຕ່າງໆ​ທີ່​ເປັນ​ຂອງ​ຕົວເມືອງ​ນັ້ນ ໄດ້​ຖືກ​ມອບໝາຍ​ໃຫ້​ແກ່​ກາເລັບ ລູກຊາຍ​ຂອງ​ເຢຟຸນເນ.


ໂຊຣາ, ໄອຢາໂລນ ແລະ​ເຮັບໂຣນ.


ແຕ່​ກາເລັບ​ໄດ້​ບອກ​ປະຊາຊົນ​ທີ່​ກຳລັງ​ຈົ່ມຮ້າຍ ໃສ່​ໂມເຊ​ນັ້ນ​ໃຫ້​ພວກເຂົາ​ມິດ ແລ້ວ​ລາວ​ກໍ​ເວົ້າ​ຕໍ່ໄປ​ວ່າ, “ໃຫ້​ພວກເຮົາ​ເຂົ້າ​ໂຈມຕີ​ດຽວ​ນີ້​ໂລດ​ແລະ​ຢຶດເອົາ​ດິນແດນ ພວກເຮົາ​ມີ​ກຳລັງ​ເຂັ້ມແຂງ​ພໍ​ທີ່​ຈະ​ຕີ​ຊະນະ​ພວກເຂົາ​ໄດ້.”


ໃນ​ເທື່ອ​ນີ້ ໂຢຊວຍ​ໄດ້​ຍົກທັບ​ອອກ​ໄປ​ທຳລາຍ​ຄົນ​ຮ່າງ​ໃຫຍ່​ພວກ​ໜຶ່ງ ຊື່​ວ່າ ອານາກີມ. ຄົນ​ພວກ​ນີ້​ໄດ້​ອາໄສ​ຢູ່​ຕາມ​ເນີນພູ​ຕ່າງໆ ດັ່ງນີ້: ເຮັບໂຣນ, ເດບີ, ອານາບ, ແລະ​ຕາມ​ເນີນພູ​ທັງໝົດ​ຂອງ​ຢູດາ​ແລະ​ເນີນພູ​ທັງໝົດ​ຂອງ​ອິດສະຣາເອນ. ໂຢຊວຍ​ໄດ້​ທຳລາຍ​ພວກເຂົາ​ແລະ​ເມືອງ​ຂອງ​ພວກເຂົາ​ຈົນກ້ຽງ.


ດັ່ງນັ້ນ ໃນ​ທິດ​ຕາເວັນຕົກ​ຂອງ​ແມ່ນໍ້າ​ຈໍແດນ ພວກເຂົາ​ຈຶ່ງ​ໄດ້​ເລືອກ​ເອົາ​ເມືອງ​ເກເດັດ​ໃນ​ຄາລີເລ ໃນ​ເຂດ​ເນີນພູ​ຂອງ​ເຜົ່າ​ເນັບທາລີ; ເມືອງ​ຊີເຄມ​ໃນ​ເຂດ​ເນີນພູ​ຂອງ​ເຜົ່າ​ເອຟຣາອິມ ແລະ​ກີຣີອາດ-ອາກບາ​ຄື​ເມືອງ​ເຮັບໂຣນ​ໃນ​ເຂດ​ເນີນພູ​ຂອງ​ເຜົ່າ​ຢູດາ.


ພວກເຂົາ​ໄດ້​ຮັບ​ເມືອງ​ກີຣິອາດ​ອາກບາ ຕະຫລອດ​ທັງ​ທົ່ງຫຍ້າ​ທີ່​ຢູ່​ອ້ອມແອ້ມ​ນັ້ນ (ອາກບາ​ເປັນ​ພໍ່​ຂອງ​ອານາກ) ແຕ່​ໃນ​ເວລາ​ນີ້​ເອີ້ນ​ວ່າ​ເຮັບໂຣນ​ໃນ​ເຂດ​ພູດອຍ​ຂອງ​ຢູດາຍ.


ພວກເຂົາ​ໄດ້​ຍົກທັບ​ອອກ​ໄປ​ສູ້ຮົບ​ພວກ​ການາອານ​ຢູ່​ໃນ​ເມືອງ​ເຮັບໂຣນ ຊຶ່ງ​ແຕ່​ກ່ອນ​ມີ​ຊື່​ວ່າ ກີຣິອາດ​ອາກບາ. ຢູ່​ທີ່​ນັ້ນ ພວກເຂົາ​ໄດ້​ເອົາ​ຊະນະ​ຕະກຸນ​ຕ່າງໆ​ຂອງ​ເຊຊາຍ, ອາຮີມານ ແລະ​ຕານໄມ.


ກາເລັບ​ໄດ້​ຮັບ​ເມືອງ​ເຮັບໂຣນ​ເປັນ​ກຳມະສິດ​ຕາມ​ຄຳສັ່ງ​ຂອງ​ໂມເຊ. ສະນັ້ນ ກາເລັບ​ຈຶ່ງ​ຂັບໄລ່​ເຊື້ອສາຍ​ຂອງ​ອານາກ​ທັງ​ສາມ​ຕະກຸນ ອອກ​ໄປ​ຈາກ​ເມືອງ​ນີ້.


ພວກເຮົາ​ໄດ້​ປຸ້ນ​ເຂດແດນ​ເນເກັບ​ຂອງ​ຊາວ​ເກເຣັດ​ທີ່​ທາງ​ພາກໃຕ້​ຂອງ​ຢູດາຍ ແລະ​ເຂດແດນ​ຂອງ​ຕະກຸນ​ກາເລັບ​ແລະ​ໄດ້​ຈູດ​ເມືອງ​ຊິກລັກ​ຖິ້ມ.”


ເຮັບໂຣນ ແລະ​ໃຫ້​ທົ່ວ​ທຸກໆ​ບ່ອນ​ທີ່​ເພິ່ນ​ແລະ​ຄົນ​ທັງຫລາຍ​ຂອງ​ເພິ່ນ​ໄດ້​ເດີນທາງ​ໄປໆ​ມາໆ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka