ໂຢຊວຍ 15:11 - ພຣະຄຳພີສັກສິ11 ແລ້ວຊາຍແດນນັ້ນກໍໄດ້ຍາວອອກໄປ ຈົນເຖິງເນີນພູດ້ານເໜືອຂອງເມືອງເອັກໂຣນ ລ້ຽວໄປທາງຊິກເກໂຣນ, ຜ່ານພູບາອາລາ ແລະໄປຈົນເຖິງຢຳນີຢາ. ເຂດແດນນີ້ເລີຍໄປສຸດລົງທີ່ທະເລເມດີແຕຣາເນ Uka jalj uñjjattʼäta |
ພວກເຂົາຕອບວ່າ, “ພວກຂ້ານ້ອຍໄດ້ພົບຊາຍຄົນໜຶ່ງ ແລະລາວບອກພວກຂ້ານ້ອຍໃຫ້ກັບຄືນມາບອກທ່ານວ່າ ພຣະເຈົ້າຢາເວກ່າວຕໍ່ທ່ານດັ່ງນີ້: ‘ເປັນຫຍັງທ່ານຈົ່ງໃຊ້ຄົນໄປປຶກສາບາອານເຊບຸບ ພະຂອງຊາວເອັກໂຣນ? ທ່ານຄິດວ່າຢູ່ໃນຊາດອິດສະຣາເອນບໍ່ມີພຣະເຈົ້າຊັ້ນບໍ? ທ່ານຈະບໍ່ຫາຍດີຈາກການເຈັບເປັນນີ້ດອກ ທ່ານຈະຕາຍ.”’
ພຣະເຈົ້າຢາເວຊ່ວຍເຫລືອຊາວຢູດາ ແລະພວກເຂົາກໍຢຶດເມືອງຕາມແຖບເນີນພູໄດ້. ແຕ່ພວກເຂົາບໍ່ໄດ້ຢຶດ ເມືອງກາຊາ, ເມືອງອາຊະເກໂລນ ຫລືເມືອງເອັກໂຣນ ພ້ອມທັງເຂດແດນທີ່ຢູ່ອ້ອມແອ້ມນັ້ນ. ຊາວຢູດາບໍ່ສາມາດຂັບໄລ່ປະຊາຊົນ ທີ່ຢູ່ຕາມທົ່ງຮາບພຽງອອກໄປໄດ້ ເພາະພວກເຫຼົ່ານີ້ມີລົດຮົບທີ່ເຮັດດ້ວຍເຫຼັກ.
ເມື່ອເປັນເຊັ່ນນີ້ ພວກເຂົາຈຶ່ງສົ່ງຫີບຂອງພຣະເຈົ້າແຫ່ງຊາດອິດສະຣາເອນໄປທີ່ເມືອງເອັກໂຣນ ຊຶ່ງເປັນເມືອງຂອງພວກຟີລິດສະຕິນອີກເມືອງໜຶ່ງ. ເມື່ອຫີບພັນທະສັນຍາຂອງພຣະເຈົ້ານັ້ນມາເຖິງເມືອງນີ້ແລ້ວ ປະຊາຊົນກໍພາກັນຮ້ອງຂຶ້ນວ່າ, “ພວກເຂົາໄດ້ນຳເອົາຫີບພັນທະສັນຍາຂອງພຣະເຈົ້າແຫ່ງຊາດອິດສະຣາເອນມາທີ່ນີ້ ເພື່ອໝາຍຈະຂ້າພວກເຮົາແລະປະຊາຊົນຂອງພວກເຮົາ.”
ສະນັ້ນ ພວກເຂົາຈຶ່ງໃຊ້ພວກຜູ້ນຳຂ່າວໄປເຊີນເອົາກະສັດຟີລິດສະຕິນຫ້າຄົນມາ ແລະຖາມວ່າ, “ພວກເຮົາຄວນຈະເຮັດຢ່າງໃດກັບຫີບຂອງພຣະເຈົ້າແຫ່ງຊາດອິດສະຣາເອນນີ້?” ພວກເພິ່ນຕອບວ່າ, “ໃຫ້ເອົາຫີບຂອງພຣະເຈົ້າໄປທີ່ເມືອງກາດ.” ດັ່ງນັ້ນ ພວກເຂົາຈຶ່ງນຳເອົາຫີບຂອງພຣະເຈົ້າແຫ່ງຊາດອິດສະຣາເອນໄປທີ່ເມືອງກາດ ຊຶ່ງເປັນເມືອງຂອງພວກຟີລິດສະຕິນອີກເມືອງໜຶ່ງ.