Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຊວຍ 15:10 - ພຣະຄຳພີສັກສິ

10 ໃນ​ບ່ອນ​ນີ້​ຊາຍແດນ​ໄດ້​ລ້ຽວ​ໂຄ້ງ​ໄປ​ທາງ​ບາອາລາ ຈົນເຖິງ​ເຂດ​ພູເຂົາ​ຂອງ​ເສອີ ທັງ​ຜ່ານ​ໄປ​ຈົນເຖິງ​ດ້ານ​ເໜືອ​ຂອງ​ພູ​ເຢອາຣິມ (ຫລື​ເກສາໂລນ) ແລະ​ລົງ​ໄປ​ຈົນເຖິງ​ເບັດ​ເຊເມດ​ແລະ​ຊ່ອງແຄບ​ຕິມນາ.

Uka jalj uñjjattʼäta Copia luraña




ໂຢຊວຍ 15:10
12 Jak'a apnaqawi uñst'ayäwi  

ແລະ​ພາ​ພວກເຂົາ​ໄປ​ທີ່​ເມືອງ​ບາອາລາ ໃນ​ຢູດາຍ ເພື່ອ​ນຳ​ເອົາ​ຫີບ​ຂອງ​ພຣະເຈົ້າ​ຕາມ​ນາມ​ຊື່​ຂອງ​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ອົງ​ຊົງ​ນັ່ງ​ເທິງ​ບັນລັງ​ເຄຣຸບ.


ແຕ່​ກະສັດ​ອາມາຊີຢາ​ບໍ່ຍອມ​ຟັງ. ດັ່ງນັ້ນ ກະສັດ​ເຢໂຮອາດ​ພ້ອມ​ທັງ​ທະຫານ​ຂອງຕົນ ຈຶ່ງ​ໄດ້​ຍົກທັບ​ອອກ​ໄປ​ຕໍ່ສູ້​ກະສັດ​ອາມາຊີຢາ​ທີ່​ເບັດເຊເມດ​ໃນ​ຢູດາຍ.


ໃນ​ເວລາ​ດຽວກັນ​ນັ້ນ ຊາວ​ຟີລິດສະຕິນ​ກໍໄດ້​ປຸ້ນສະດົມ​ເມືອງ​ຕ່າງໆ ທາງ​ທິດ​ຕາເວັນຕົກ​ຂອງ​ຕີນ​ພູ​ແລະ​ທາງ​ທິດໃຕ້​ຂອງ​ຢູດາຍ. ພວກເຂົາ​ໄດ້​ຢຶດ​ເມືອງ​ຕ່າງໆ ດັ່ງນີ້: ເບັດເຊເມດ, ໄອຢາໂລນ ແລະ​ເກເດໂຣດ ແລະ​ເມືອງ​ຕ່າງໆ​ຂອງ​ໂສໂກ, ຕິມນາ ແລະ​ກິມໂຊ, ພ້ອມ​ທັງ​ໝູ່ບ້ານ​ຕ່າງໆ ແລະ​ຕັ້ງ​ຖິ່ນຖານ​ຢູ່​ທີ່​ນັ້ນ​ຢ່າງ​ຖາວອນ.


ແລ້ວ​ຊາຍແດນ​ນັ້ນ​ກໍໄດ້​ຍາວ​ອອກ​ໄປ ຈົນເຖິງ​ເນີນພູ​ດ້ານ​ເໜືອ​ຂອງ​ເມືອງ​ເອັກໂຣນ ລ້ຽວ​ໄປ​ທາງ​ຊິກເກໂຣນ, ຜ່ານ​ພູ​ບາອາລາ ແລະ​ໄປ​ຈົນເຖິງ​ຢຳນີຢາ. ເຂດແດນ​ນີ້​ເລີຍ​ໄປ​ສຸດ​ລົງ​ທີ່​ທະເລ​ເມດີແຕຣາເນ


ກາອີນ, ກີເບອາ ແລະ​ຕິມນາ. ເມື່ອ​ລວມ​ທັງໝົດ​ມີ 10 ຕົວເມືອງ ຕະຫລອດ​ທັງ​ເມືອງເລັກ​ເມືອງນ້ອຍ​ທີ່​ຢູ່​ອ້ອມແອ້ມ​ນັ້ນ.


ຢີໂຣນ, ມິກດາເລນ, ໂຮເຣັມ, ເບັດອານາດ ແລະ​ເບັດເຊເມດ. ຮວມ​ທັງໝົດ​ມີ 19 ຕົວເມືອງ ຕະຫລອດ​ທັງ​ເມືອງເລັກ​ເມືອງນ້ອຍ​ທີ່​ຢູ່​ອ້ອມແອ້ມ​ນັ້ນ.


ອາອິນ, ຢຸດຕາ ແລະ​ເບັດເຊເມດ​ພ້ອມ​ທັງ​ທົ່ງຫຍ້າ. ລວມ​ທັງໝົດ​ມີ 9 ຕົວເມືອງ ຈາກ​ເຜົ່າຢູດາ​ແລະ​ຊີເມໂອນ.


ມື້ໜຶ່ງ ແຊມຊັນ​ໄດ້​ລົງ​ໄປ​ທີ່​ເມືອງ​ຕິມນາ ຊຶ່ງ​ໃນ​ເມືອງ​ນີ້​ລາວ​ໄດ້​ສັງເກດ​ເຫັນ​ຜູ້ສາວ​ຊາວ​ຟີລິດສະຕິນ​ຄົນ​ໜຶ່ງ.


ຕໍ່ມາ ແຊມຊັນ​ໄດ້​ລົງ​ໄປ​ທີ່​ເມືອງ​ຕິມນາ​ພ້ອມ​ດ້ວຍ​ພໍ່​ແມ່​ຂອງຕົນ. ເມື່ອ​ພວກເຂົາ​ຜ່ານ​ສວນອະງຸ່ນ​ຂອງ​ເມືອງ​ນັ້ນ​ໄປ ແຊມຊັນ​ກໍ​ໄດ້​ຍິນ​ສຽງ​ຮ້ອງ​ຂອງ​ສິງໜຸ່ມ​ໂຕໜຶ່ງ.


ແລະ​ໃຫ້​ຊອມເບິ່ງ​ມັນ. ຖ້າ​ກວຽນ​ນີ້​ຕົງ​ໄປ​ທີ່​ເມືອງ​ເບັດເຊເມດ ກໍ​ໝາຍຄວາມວ່າ​ແມ່ນ​ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ ທີ່​ໄດ້​ສົ່ງ​ຄວາມ​ຈິບຫາຍ​ອັນ​ຮ້າຍແຮງ​ນີ້​ມາ​ສູ່​ພວກເຮົາ. ຖ້າ​ບໍ່​ເປັນ​ເຊັ່ນນັ້ນ​ແລ້ວ ພວກເຮົາ​ກໍ​ຈະ​ຮູ້​ໄດ້​ວ່າ​ບໍ່ແມ່ນ​ພຣະອົງ​ທີ່​ໄດ້​ສົ່ງ​ໂຣກ​ລະບາດ​ນີ້​ມາ, ແຕ່​ມັນ​ເປັນ​ສິ່ງ​ທີ່​ໄດ້​ເກີດຂຶ້ນ​ແກ່​ພວກເຮົາ​ເທົ່ານັ້ນ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka