1 ຄອບຄົວຕ່າງໆໃນເຜົ່າຢູດາໄດ້ຮັບສ່ວນໜຶ່ງຂອງດິນແດນມີດັ່ງນີ້: ດິນແດນທາງທິດໃຕ້ໄປຈົນເຖິງໃຕ້ສຸດຮອດຖິ່ນແຫ້ງແລ້ງກັນດານຊິນ ທີ່ຊາຍແດນຂອງດິນແດນເອໂດມ.
ລູກຊາຍທີ່ເກີດຈາກນາງເລອາ ມີດັ່ງນີ້: ຣູເບັນຜູ້ເປັນອ້າຍກົກ, ຊີເມໂອນ, ເລວີ, ຢູດາ, ອິດຊາຄາ ແລະເຊບູໂລນ.
ທີ່ພຣະວິຫານ ກະສັດໂຊໂລໂມນແລະປະຊາຊົນອິດສະຣາເອນທັງໝົດ ໄດ້ສະເຫລີມສະຫລອງເທດສະການປຸກຕູບຢູ່ຕໍ່ໜ້າພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາເປັນເວລາເຈັດວັນ. ປະຊາຊົນຈຳນວນຫລວງຫລາຍໄດ້ມາຮ່ວມນຳ ຄືມາແຕ່ທາງເໜືອສຸດຂອງຊ່ອງແຄບຮາມັດ ແລະເຂດແດນທາງໃຕ້ຂອງປະເທດເອຢິບ.
ຊາຍແດນດ້ານໃຕ້ ນັບຈາກທິດຕາເວັນອອກສ່ຽງໃຕ້ຂອງຕາມາ ເຖິງນໍ້າພຸກາເດັດເມຣີບາ ແມ່ນໄປທາງທິດຕາເວັນຕົກສ່ຽງເໜືອ ລຽບຕາມຊາຍແດນປະເທດເອຢິບຈົນເຖິງທະເລເມດີແຕຣາເນ.
ແລະພວກຂ້າພະເຈົ້າກໍໄດ້ຮ້ອງຂໍຕໍ່ພຣະເຈົ້າຢາເວໃຫ້ຊ່ວຍເຫລືອ. ພຣະອົງໄດ້ຍິນຄຳຮ້ອງໄຫ້ຂອງພວກຂ້າພະເຈົ້າ ຈຶ່ງສົ່ງເທວະດາຕົນໜຶ່ງນຳພາພວກຂ້າພະເຈົ້າອອກມາຈາກປະເທດເອຢິບ. ໃນເວລານີ້ ພວກຂ້າພະເຈົ້າພັກຢູ່ທີ່ກາເດັດ ເມືອງທີ່ຢູ່ໃກ້ກັບເຂດແດນຂອງທ່ານນີ້ເອງ.
ຈາກນະຄອນເຢຣູຊາເລັມ, ຈາກເຂດແດນອີດູມາຍ, ຈາກເຂດແດນຟາກຕາເວັນອອກຂອງແມ່ນໍ້າຈໍແດນ ແລະຂົງເຂດອ້ອມແອ້ມເມືອງຕີເຣແລະຊີໂດນ ປະຊາຊົນໝູ່ໃຫຍ່ນີ້ໄດ້ມາຫາພຣະເຢຊູເຈົ້າ ເພາະພວກເຂົາໄດ້ຍິນເຖິງສິ່ງທີ່ພຣະອົງໄດ້ກະທຳ.
ເພາະເຈົ້າທັງສອງບໍ່ສັດຊື່ຕໍ່ເຮົາຕໍ່ໜ້າປະຊາຊົນອິດສະຣາເອນ. ຄາວຢູ່ທີ່ແມ່ນໍ້າເມຣີບາ ໃກ້ກັບເມືອງກາເດັດໃນຖິ່ນແຫ້ງແລ້ງກັນດານຊິນນັ້ນ ພວກເຈົ້າຫລົບລູ່ກຽດຂອງເຮົາໃນທ່າມກາງປະຊາຊົນອິດສາຣະເອນ.
ຕາມທີ່ພຣະເຈົ້າຢາເວໄດ້ສັ່ງໄວ້ກັບໂມເຊ ເຂດແດນທາງທິດຕາເວັນຕົກຂອງແມ່ນໍ້າຈໍແດນທີ່ຖືກມອບໃຫ້ເກົ້າເຜົ່າເຄິ່ງນັ້ນ ໃຫ້ພວກເຂົາກຳນົດເອົາໂດຍການໃຊ້ສະຫລາກ.
ດິນແດນທາງທິດໃຕ້ນີ້ເລີ່ມແຕ່ທາງໃຕ້ສຸດຂອງທະເລຕາຍ
ດິນແດນນີ້ຈະຕ້ອງແບ່ງອອກເປັນເຈັດສ່ວນໃຫ້ພວກເຂົາຄື: ເຜົ່າຢູດາໃຫ້ຢູ່ໃນດິນແດນຂອງພວກເຂົາທາງທິດໃຕ້ ແລະເຜົ່າໂຢເຊັບໃຫ້ຢູ່ໃນດິນແດນຂອງພວກເຂົາທາງທິດເໜືອ.