Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຊວຍ 14:9 - ພຣະຄຳພີສັກສິ

9 ຍ້ອນ​ຂ້າພະເຈົ້າ​ໄດ້ຕິດຕາມ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຂ້າພະເຈົ້າ. ດັ່ງນັ້ນ ໂມເຊ​ຈຶ່ງ​ໄດ້​ສັນຍາ​ວ່າ, ຂ້າພະເຈົ້າ​ແລະ​ພວກ​ລູກຫລານ​ຂອງ​ຂ້າພະເຈົ້າ​ຈະ​ໄດ້​ຮັບ​ດິນແດນ ຊຶ່ງ​ຂ້າພະເຈົ້າ​ຍ່າງ​ຢຽບ​ໄປ​ນັ້ນ​ເປັນ​ກຳມະສິດ​ຕະຫລອດໄປ.

Uka jalj uñjjattʼäta Copia luraña




ໂຢຊວຍ 14:9
8 Jak'a apnaqawi uñst'ayäwi  

ຜູ້​ທີ່​ໄວ້ວາງໃຈ​ໃນ​ພຣະເຈົ້າຢາເວ ຈະ​ໄດ້​ຮັບ​ດິນແດນ​ເປັນ​ກຳມະສິດ ແຕ່​ຄົນຊົ່ວຮ້າຍ​ຈະ​ຖືກ​ຂັບໄລ່​ໜີໄປ​ໝົດສິ້ນ.


ພວກເຂົາ​ໄດ້​ໄປ​ທາງ​ເຂດໃຕ້​ຂອງ​ດິນແດນ​ກ່ອນ ແລະ​ຈຶ່ງ​ມາ​ເຖິງ​ເມືອງ​ເຮັບໂຣນ ບ່ອນ​ທີ່​ຕະກຸນ​ຕ່າງໆ​ຂອງ​ອາຮີມານ, ເຊຊາຍ ແລະ​ຕານໄມ ຊຶ່ງ​ເປັນ​ເຊື້ອສາຍ​ຂອງ​ຊົນຊາດ​ຮູບຮ່າງ​ໃຫຍ່​ອາໄສ​ຢູ່​ເອີ້ນ​ວ່າ, ອານາກີມ. (ເມືອງ​ເຮັບໂຣນ​ໄດ້​ຕັ້ງ​ຂຶ້ນ​ກ່ອນ​ເມືອງ​ໂຊອານ​ໃນ​ປະເທດ​ເອຢິບ​ເຈັດ​ປີ.)


ມີ​ແຕ່​ກາເລັບ​ລູກຊາຍ​ຂອງ​ເຢຟຸນເນ​ເທົ່ານັ້ນ ທີ່​ຈະ​ໄດ້​ເຂົ້າ​ໄປ​ເພາະວ່າ​ລາວ​ໄດ້​ສັດຊື່​ຕໍ່​ພຣະເຈົ້າຢາເວ ແລະ​ເຮົາ​ຈະ​ມອບ​ດິນແດນ​ທີ່​ລາວ​ໄດ້​ຢຽບ​ເຂົ້າ​ໄປ​ນັ້ນ ໃຫ້​ແກ່​ລາວ​ແລະ​ພວກ​ລູກຫລານ​ຂອງ​ລາວ.’


ດິນ​ທຸກໆ​ບ່ອນ​ທີ່​ພວກເຈົ້າ​ຍ່າງ​ຢຽບ​ໄປ​ຈະ​ເປັນ​ຂອງ​ພວກເຈົ້າ. ເຂດແດນ​ຂອງ​ພວກເຈົ້າ​ຈະ​ຢຽດ​ອອກ ຕັ້ງແຕ່​ຖິ່ນ​ແຫ້ງແລ້ງ​ກັນດານ​ໃນ​ທິດໃຕ້ ຈົນ​ຮອດ​ພູ​ເລບານອນ​ໃນ​ທິດເໜືອ ແລະ​ຕັ້ງແຕ່​ແມ່ນໍ້າ​ເອີຟຣັດ​ທາງທິດ​ຕາເວັນອອກ ຈົນເຖິງ​ທະເລ​ເມດີແຕຣາເນ​ໃນ​ທິດ​ຕາເວັນຕົກ.


ດັ່ງ​ທີ່​ເຮົາ​ໄດ້​ສັນຍາ​ກັບ​ໂມເຊ​ແລ້ວ​ວ່າ ເຮົາ​ໄດ້​ມອບ​ດິນແດນ​ທຸກບ່ອນ​ທີ່​ເຈົ້າ​ຈະ​ຢຽບ​ໄປ ໃຫ້​ເຈົ້າ​ແລະ​ປະຊາຊົນ​ທັງໝົດ​ຂອງເຮົາ.


ແຕ່​ດຽວ​ນີ້​ເບິ່ງແມ! ນັບ​ຕັ້ງແຕ່​ຄາວ​ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຂ້າພະເຈົ້າ​ໄດ້​ກ່າວ​ແກ່​ໂມເຊ ກໍ​ເປັນ​ເວລາ​ສີ່ສິບຫ້າ​ປີ​ແລ້ວ. ນັ້ນ​ແມ່ນ​ຄາວ​ທີ່​ຊາວ​ອິດສະຣາເອນ​ໄດ້​ເດີນທາງ​ຜ່ານ​ຖິ່ນ​ແຫ້ງແລ້ງ​ກັນດານ ແລະ​ພຣະເຈົ້າຢາເວ​ກໍໄດ້​ໃຫ້​ຂ້າພະເຈົ້າ​ມີ​ຊີວິດ​ຕະຫລອດ​ມາ ຕາມ​ທີ່​ພຣະອົງ​ໄດ້​ສັນຍາ​ໄວ້. ເບິ່ງດູ ດຽວ​ນີ້​ຂ້າພະເຈົ້າ​ມີ​ອາຍຸ​ແປດສິບຫ້າ​ປີ​ແລ້ວ


ກາເລັບ​ໄດ້​ຮັບ​ເມືອງ​ເຮັບໂຣນ​ເປັນ​ກຳມະສິດ​ຕາມ​ຄຳສັ່ງ​ຂອງ​ໂມເຊ. ສະນັ້ນ ກາເລັບ​ຈຶ່ງ​ຂັບໄລ່​ເຊື້ອສາຍ​ຂອງ​ອານາກ​ທັງ​ສາມ​ຕະກຸນ ອອກ​ໄປ​ຈາກ​ເມືອງ​ນີ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka