8 ແຕ່ຄົນທີ່ໄປນຳຂ້າພະເຈົ້າໄດ້ເຮັດໃຫ້ປະຊາຊົນຢ້ານກົວ. ສ່ວນຂ້າພະເຈົ້າເອງໄດ້ເຊື່ອຟັງຢ່າງສັດຊື່ຕໍ່ພຣະເຈົ້າຢາເວ ພຣະເຈົ້າຂອງຂ້າພະເຈົ້າ.
ແຕ່ພວກທີ່ໄດ້ໄປນຳກາເລັບນັ້ນຕ່າງກໍຕອບວ່າ, “ບໍ່ແມ່ນ ພວກເຮົາບໍ່ເຂັ້ມແຂງພໍເພື່ອຈະໂຈມຕີພວກເຂົາໄດ້; ຄົນຢູ່ໃນທີ່ນັ້ນມີກຳລັງເຂັ້ມແຂງຫລາຍກວ່າພວກເຮົາ.”
ປະຊາຊົນຕ່າງກໍຮ້ອງໄຫ້ດ້ວຍຄວາມທຸກໃຈຕະຫລອດທັງຄືນ.
ແຕ່ຍ້ອນກາເລັບ ຄົນຮັບໃຊ້ຂອງເຮົາ ມີທ່າທີແຕກຕ່າງຈາກຄົນເຫຼົ່ານີ້ ແລະລາວສັດຊື່ຕໍ່ເຮົາ ເຮົາຈະນຳພາລາວເຂົ້າໄປໃນດິນແດນທີ່ລາວໄດ້ໄປສຳຫລວດ ແລະເຊື້ອສາຍຂອງລາວຈະໄດ້ເປັນກຳມະສິດດິນແດນ
ເລື່ອງນີ້ລວມເຖິງທຸກໆຄົນ ນອກຈາກກາເລັບລູກຊາຍຂອງເຢຟຸນເນຊາວເກນີຊິດ ແລະໂຢຊວຍລູກຊາຍຂອງນູນ ເພາະພວກເຂົາໄດ້ຕິດຕາມພຣະເຈົ້າຢາເວ.
ພວກເຮົາຈະເຂົ້າໄປໃນດິນແດນນັ້ນເຮັດຫຍັງ? ພວກເຮົາຢ້ານ ເພາະນັກສືບສອດແນມທີ່ພວກເຮົາໄດ້ສົ່ງໄປນັ້ນ ມາລາຍງານວ່າຄົນໃນດິນແດນນັ້ນໂຕໃຫຍ່ສູງ ແລະແຂງແຮງລື່ນພວກເຮົາ. ພວກເຂົາອາໄສຢູ່ໃນເມືອງຕ່າງໆທີ່ມີກຳແພງສູງຈຸຟ້າ. ພວກເຂົາໄດ້ເຫັນພວກອານາກີມຢູ່ທີ່ນັ້ນ.’
ມີແຕ່ກາເລັບລູກຊາຍຂອງເຢຟຸນເນເທົ່ານັ້ນ ທີ່ຈະໄດ້ເຂົ້າໄປເພາະວ່າລາວໄດ້ສັດຊື່ຕໍ່ພຣະເຈົ້າຢາເວ ແລະເຮົາຈະມອບດິນແດນທີ່ລາວໄດ້ຢຽບເຂົ້າໄປນັ້ນ ໃຫ້ແກ່ລາວແລະພວກລູກຫລານຂອງລາວ.’
ຍ້ອນກາເລັບລູກຊາຍຂອງເຢຟຸນເນຊາວເກນິດ ໄດ້ເຊື່ອຟັງພຣະເຈົ້າຢາເວ ພຣະເຈົ້າຂອງຊາດອິດສະຣາເອນ ເຮັບໂຣນຈຶ່ງຍັງເປັນເມືອງຂອງກາເລັບຕະຫລອດມາ.
ຄົນເຫຼົ່ານີ້ ເປັນຜູ້ທີ່ບໍ່ມີຄວາມຊົ່ວມົວໝອງກັບແມ່ຍິງ ເພາະພວກເຂົາເປັນພວກພົມມະຈາຣີ. ພຣະເມສານ້ອຍສະເດັດໄປທາງໃດ ແມ່ນຄົນເຫຼົ່ານີ້ ທີ່ຕາມສະເດັດໄປ. ພວກເພິ່ນໄດ້ຖືກຊົງໄຖ່ໄວ້ຈາກມວນມະນຸດ ເພື່ອເປັນຜົນທໍາອິດຖວາຍແດ່ພຣະເຈົ້າ ແລະພຣະເມສານ້ອຍ.