Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຊວຍ 14:4 - ພຣະຄຳພີສັກສິ

4 ແຕ່​ພວກເຂົາ​ໄດ້​ຮັບ​ເມືອງ​ຕ່າງໆ​ອາໄສ​ຢູ່ ລວມທັງ​ທົ່ງ​ສຳລັບ​ລ້ຽງ​ຝູງງົວ​ແລະ​ຝູງແກະ​ຂອງ​ພວກເຂົາ.

Uka jalj uñjjattʼäta Copia luraña




ໂຢຊວຍ 14:4
13 Jak'a apnaqawi uñst'ayäwi  

ເພິ່ນ​ເວົ້າ​ວ່າ, “ພຣະເຈົ້າ​ໄດ້​ເຮັດ​ໃຫ້​ຂ້ອຍ​ລືມ​ຄວາມ​ເຈັບຊໍ້າ​ນາໆ​ປະການ ແລະ​ລືມ​ຄອບຄົວ​ພໍ່​ຂ້ອຍ​ທັງໝົດ.” ດັ່ງນັ້ນ ເພິ່ນ​ຈຶ່ງ​ໃສ່​ຊື່​ໃຫ້​ລູກຊາຍກົກ​ວ່າ, “ມານາເຊ.”


ເພິ່ນ​ເວົ້າ​ອີກ​ວ່າ, “ພຣະເຈົ້າ​ໄດ້​ໃຫ້​ຂ້ອຍ​ມີ​ລູກຊາຍ​ຢູ່​ໃນ​ປະເທດ ທີ່​ຂ້ອຍ​ມີ​ຄວາມ​ເດືອດຮ້ອນ.” ດັ່ງນັ້ນ ເພິ່ນ​ຈຶ່ງ​ໃສ່​ຊື່​ໃຫ້​ລູກຊາຍ​ຜູ້​ທີ​ສອງ​ວ່າ, “ເອຟຣາອິມ.”


ຢູ່​ໃນ​ປະເທດ​ເອຢິບ ໂຢເຊັບ​ມີ​ລູກຊາຍ​ສອງ​ຄົນ​ຊື່​ວ່າ ມານາເຊ​ແລະ​ເອຟຣາອິມ ທີ່​ໄດ້​ນຳ​ນາງ​ອາເສນາດ​ລູກສາວ​ຂອງ​ໂປຕີເຟຣາ​ປະໂຣຫິດ​ແຫ່ງ​ເມືອງ​ເຮລີໂອໂປລີ.


ຫລັງຈາກ​ນັ້ນ​ມາ​ບໍ່​ດົນນານ ກໍ​ມີ​ຄົນ​ມາ​ບອກ​ໂຢເຊັບ​ວ່າ​ພໍ່​ຂອງ​ເພິ່ນ​ເຈັບ​ໜັກ. ສະນັ້ນ ໂຢເຊັບ​ຈຶ່ງ​ພາ​ລູກຊາຍ​ທັງສອງ​ຂອງຕົນ​ຄື ມານາເຊ​ແລະ​ເອຟຣາອິມ ໄປ​ຫາ​ພໍ່​ຂອງຕົນ.


ຢາໂຄບ​ກ່າວ​ຕໍ່ໄປ​ວ່າ, “ໂຢເຊັບ​ເອີຍ ລູກຊາຍ​ຂອງ​ເຈົ້າ​ສອງ​ຄົນ​ທີ່​ໄດ້​ເກີດ​ຢູ່​ໃນ​ປະເທດ​ເອຢິບ ກ່ອນ​ພໍ່​ມາ​ຢູ່​ນີ້​ເປັນ​ລູກ​ຂອງ​ພໍ່. ເອຟຣາອິມ​ແລະ​ມານາເຊ​ກໍ​ເທົ່າໆ​ກັບ​ຣູເບັນ​ແລະ​ຊີເມໂອນ.


ຖ້າ​ເຈົ້າ​ມີ​ລູກຊາຍ​ອີກ ພໍ່​ຈະ​ບໍ່​ຖື​ວ່າ​ເປັນ​ລູກ​ຂອງ​ພໍ່. ພວກເຂົາ​ຈະ​ໄດ້​ຮັບ​ມໍຣະດົກ ໂດຍ​ທາງ​ເອຟຣາອິມ​ແລະ​ມານາເຊ.


ເນື່ອງ​ຈາກ​ປະຊາຊົນ​ບໍ່​ອາດ​ຈະ​ສະຫລອງ​ປັດສະຄາ ຕາມ​ກຳນົດ​ໃນ​ເດືອນ​ທີ​ໜຶ່ງ​ໄດ້ ເພາະ​ປະໂຣຫິດ​ທີ່​ຊຳລະ​ຕົນ​ໃຫ້​ໝົດ​ມົນທິນ​ແລ້ວ​ນັ້ນ​ຍັງ​ບໍ່ມີ​ພຽງພໍ ແລະ​ປະຊາຊົນ​ສ່ວນ​ຫລາຍ​ກໍ​ຍັງ​ບໍ່​ທັນ​ໄດ້​ມາ​ເຕົ້າໂຮມ​ກັນ​ທີ່​ນະຄອນ​ເຢຣູຊາເລັມ. ດັ່ງນັ້ນ ກະສັດ​ເຮເຊກີຢາ, ບັນດາ​ຂ້າຣາຊການ ແລະ​ປະຊາຊົນ​ໃນ​ນະຄອນ​ເຢຣູຊາເລັມ ຈຶ່ງ​ໄດ້​ຕົກລົງ​ກັນ​ສະຫລອງ​ງານ​ນີ້​ໃນ​ເດືອນ​ທີ​ສອງ. ສ່ວນ​ກະສັດ​ກໍໄດ້​ປະກາດ​ໄປ​ເຖິງ​ປະຊາຊົນ​ອິດສະຣາເອນ ແລະ​ຢູດາຍ​ໃຫ້​ຮູ້​ທົ່ວ​ເຖິງ​ກັນ. ເພິ່ນ​ໄດ້​ເອົາໃຈໃສ່​ເປັນ​ພິເສດ​ແກ່​ເຜົ່າ​ເອຟຣາອິມ​ແລະ​ມານາເຊ ໂດຍ​ສົ່ງ​ຈົດໝາຍ​ໄປ​ເຊີນ​ພວກເຂົາ​ໃຫ້​ມາ​ທີ່​ວິຫານ​ຂອງ​ພຣະເຈົ້າຢາເວ​ໃນ​ນະຄອນ​ເຢຣູຊາເລັມ ເພື່ອ​ສະຫລອງ​ປັດສະຄາ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ.


ເຜົ່າ​ໂຢເຊັບ​ມີ​ລູກຊາຍ​ສອງ​ຄົນ ຄື​ມານາເຊ​ແລະ​ເອຟຣາອິມ.


ພວກ​ເຊື້ອສາຍ​ຂອງ​ໂຢເຊັບ ຄື​ເຜົ່າ​ເອຟຣາອິມ​ແລະ​ເຜົ່າ​ມານາເຊ​ຕາເວັນຕົກ ໄດ້​ຮັບ​ດິນແດນ​ເຫຼົ່ານີ້​ເປັນ​ກຳມະສິດ​ຂອງ​ພວກເຂົາ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka