Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຊວຍ 14:3 - ພຣະຄຳພີສັກສິ

3 ໂມເຊ​ໄດ້​ມອບ​ດິນແດນ​ທາງທິດ​ຕາເວັນອອກ​ຂອງ​ແມ່ນໍ້າ​ຈໍແດນ ໃຫ້​ຊາວ​ອິດສະຣາເອນ​ສອງ​ເຜົ່າ​ເຄິ່ງ​ແລ້ວ. (ເຊື້ອສາຍ​ຂອງ​ໂຢເຊັບ​ຖືກ​ແບ່ງ​ອອກ​ເປັນ​ສອງ​ເຜົ່າ: ມານາເຊ​ແລະ​ເອຟຣາອິມ) ເຖິງ​ຢ່າງ​ໃດ​ກໍຕາມ ໂມເຊ​ບໍ່ໄດ້​ມອບ​ດິນແດນ​ສ່ວນ​ໃດ​ເລີຍ​ໃຫ້​ຊາວ​ເລວີ.

Uka jalj uñjjattʼäta Copia luraña




ໂຢຊວຍ 14:3
9 Jak'a apnaqawi uñst'ayäwi  

ເມື່ອ​ທີ່ດິນ​ໄດ້​ຖືກ​ແບ່ງ​ໃຫ້​ເປັນ​ສ່ວນ​ຂອງ​ແຕ່ລະເຜົ່າ​ແລ້ວ ຈົ່ງ​ຖວາຍ​ທີ່ດິນ​ຕອນ​ໜຶ່ງ​ໃຫ້​ເປັນ​ສ່ວນ​ຂອງ​ພຣະເຈົ້າຢາເວ. ທີ່ດິນ​ຕອນ​ນີ້​ໃຫ້​ຍາວ​ສິບສອງ​ກິໂລແມັດ​ເຄິ່ງ ແລະ​ໃຫ້​ກວ້າງ​ສິບ​ກິໂລແມັດ. ທີ່ດິນ​ຕອນ​ນີ້​ທັງໝົດ​ຈະ​ສັກສິດ.


ໂມເຊ​ຜູ້ຮັບໃຊ້​ຂອງ​ພຣະເຈົ້າຢາເວ​ແລະ​ປະຊາຊົນ​ອິດສະຣາເອນ​ໄດ້​ຮົບຊະນະ​ພວກເຂົາ. ໂມເຊ​ຜູ້ຮັບໃຊ້​ຂອງ​ພຣະເຈົ້າຢາເວ​ໄດ້​ມອບ​ດິນແດນ​ຂອງ​ພວກເຂົາ ໃຫ້​ເຜົ່າ​ຣູເບັນ​ກັບ​ເຜົ່າກາດ​ແລະ​ເຜົ່າ​ມານາເຊ​ເຄິ່ງເຜົ່າ.


ໂມເຊ​ບໍ່ໄດ້​ແບ່ງປັນ​ດິນແດນ​ໃຫ້​ເຜົ່າ​ເລວີ ເພາະ​ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ບອກ​ໄວ້​ວ່າ, ພວກເຂົາ​ໄດ້​ຮັບ​ເຄື່ອງ​ຖວາຍ​ເຜົາບູຊາ​ດ້ວຍ​ໄຟ ທີ່​ເທິງ​ແທ່ນບູຊາ​ເປັນ​ສ່ວນ​ຂອງ​ພວກເຂົາ​ແລ້ວ ຕາມ​ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ໄດ້​ສັ່ງ​ໄວ້​ກັບ​ໂມເຊ.


ເຂດແດນ​ຂອງ​ພວກເຂົາ​ຍາວ​ອອກ​ໄປ​ຈົນເຖິງ​ເມືອງ​ອາໂຣເອ (ຢູ່​ທີ່​ແຄມ​ຮ່ອມພູ​ອາກໂນນ) ແລະ​ໄປ​ຈົນເຖິງ​ເມືອງ​ທີ່​ຢູ່​ກາງ​ຮ່ອມພູ​ຕະຫລອດ​ທັງ​ພູພຽງ​ທັງໝົດ ທີ່​ຢູ່​ອ້ອມແອ້ມ​ເມືອງ​ເມເດບາ.


ດິນແດນ​ສ່ວນ​ນີ້​ກວມເອົາ​ທັງ​ເມືອງ​ເຮັດຊະໂບນ ແລະ​ເມືອງ​ຕ່າງໆ​ທີ່​ພູພຽງ​ນີ້ ມີ​ດັ່ງນີ້, ດີໂບນ, ບາມົດ​ບາອານ, ເບັດ​ບາອານ​ເມໂອນ,


ສ່ວນ​ເຜົ່າ​ຣູເບັນ, ເຜົ່າກາດ ແລະ​ເຜົ່າ​ມານາເຊ​ເຄິ່ງເຜົ່າ​ໄດ້​ຮັບ​ດິນແດນ ທີ່​ໂມເຊ​ຜູ້ຮັບໃຊ້​ຂອງ​ພຣະເຈົ້າຢາເວ​ໄດ້​ແບ່ງປັນ​ໃຫ້. ດິນແດນ​ເຫຼົ່ານີ້​ຢູ່​ທາງທິດ​ຕາເວັນອອກ​ຂອງ​ແມ່ນໍ້າ​ຈໍແດນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka