15 ກ່ອນເຫດການນີ້ໄດ້ເກີດຂຶ້ນ ເມືອງເຮັບໂຣນມີຊື່ວ່າເມືອງຂອງອາກບາ. (ອາກບາເປັນເມືອງໃຫຍ່ທີ່ສຸດຂອງຊາວອານາກີມ). ຕັ້ງແຕ່ນັ້ນມາ ດິນແດນກໍມີຄວາມສະຫງົບສຸກ.
ນາງໄດ້ເສຍຊີວິດທີ່ເຮັບໂຣນໃນແຜ່ນດິນການາອານ ແລະອັບຣາຮາມໄດ້ໄວ້ທຸກໃຫ້ນາງ.
ຢາໂຄບໄດ້ກັບຄືນມາຫາອີຊາກພໍ່ຂອງຕົນທີ່ມຳເຣ ໃກ້ກັບເຮັບໂຣນ ບ່ອນທີ່ອັບຣາຮາມແລະອີຊາກເຄີຍອາໄສຢູ່.
ພໍ່ເວົ້າຕື່ມອີກວ່າ, “ໃຫ້ເຈົ້າໄປເບິ່ງວ່າພວກອ້າຍຂອງເຈົ້າກຳລັງຢູ່ກັນຢ່າງໃດ ແລະໄປເບິ່ງຝູງສັດຂອງເຮົາອີກວ່າຍັງຢູ່ດີບໍ່? ແລ້ວໃຫ້ລູກກັບມາບອກພໍ່.” ສະນັ້ນ ພໍ່ຈຶ່ງໄດ້ສົ່ງໂຢເຊັບອອກເດີນທາງຈາກຮ່ອມພູເຮັບໂຣນ. ລາວໄດ້ມາຮອດຊີເຄມ
ລຳດັບເຊື້ອສາຍຈາກເຊັ່ນໜຶ່ງຫາອີກເຊັ່ນໜຶ່ງຂອງເອເລອາຊາ ມີດັ່ງນີ້: ເອເລອາຊາເປັນພໍ່ຂອງຟີເນຮາ, ຟີເນຮາເປັນພໍ່ຂອງອາບີຊູອາ,
ປະຊາຊົນສ່ວນຫລາຍແມ່ນໄດ້ອາໄສຢູ່ໃນເມືອງນ້ອຍ ໃກ້ກັບໄຮ່ນາຂອງພວກເຂົາ. ພວກທີ່ເປັນຄົນໃນເຜົ່າຂອງຢູດາໄດ້ອາໄສຢູ່ໃນເມືອງກີຣິອາດອາກບາ, ດີໂບນ ແລະເຢກັບເຊເອນ ແລະໃນໝູ່ບ້ານຕ່າງໆທີ່ໃກ້ຄຽງກັບເມືອງເຫຼົ່ານັ້ນ.
ໂຢຊວຍໄດ້ຢຶດຄອງດິນແດນທັງໝົດ ຕາມທີ່ພຣະເຈົ້າຢາເວໄດ້ສັ່ງໄວ້ກັບໂມເຊ. ເພິ່ນໄດ້ມອບດິນແດນນີ້ໃຫ້ເປັນກຳມະສິດຂອງຊາວອິດສະຣາເອນ ໂດຍໄດ້ແບ່ງປັນດິນແດນນັ້ນເປັນສ່ວນໃຫ້ແຕ່ລະເຜົ່າ. ສະນັ້ນ ປະຊາຊົນຈຶ່ງໄດ້ເຊົາສູ້ຮົບ ແລະຢູ່ຢ່າງສະຫງົບສຸກ.
ຍ້ອນກາເລັບລູກຊາຍຂອງເຢຟຸນເນຊາວເກນິດ ໄດ້ເຊື່ອຟັງພຣະເຈົ້າຢາເວ ພຣະເຈົ້າຂອງຊາດອິດສະຣາເອນ ເຮັບໂຣນຈຶ່ງຍັງເປັນເມືອງຂອງກາເລັບຕະຫລອດມາ.
ຕາມຄຳສັ່ງຂອງພຣະເຈົ້າຢາເວແກ່ໂຢຊວຍ ເພິ່ນຈຶ່ງໄດ້ມອບເຂດແດນທີ່ເປັນສ່ວນຂອງເຜົ່າຢູດາ ໃຫ້ກາເລັບລູກຊາຍຂອງເຢຟຸນເນ ຄົນໃນເຜົ່າຢູດາ. ກາເລັບໄດ້ຮັບເຮັບໂຣນ ເມືອງຂອງອາກບາຜູ້ທີ່ເປັນພໍ່ຂອງອານາກ.
ພວກເຂົາໄດ້ຮັບເມືອງກີຣິອາດອາກບາ ຕະຫລອດທັງທົ່ງຫຍ້າທີ່ຢູ່ອ້ອມແອ້ມນັ້ນ (ອາກບາເປັນພໍ່ຂອງອານາກ) ແຕ່ໃນເວລານີ້ເອີ້ນວ່າເຮັບໂຣນໃນເຂດພູດອຍຂອງຢູດາຍ.
ແຕ່ທົ່ງນາຂອງເມືອງນີ້ ພ້ອມທັງເມືອງເລັກເມືອງນ້ອຍທີ່ຢູ່ອ້ອມແອ້ມນັ້ນ ໄດ້ຖືກມອບໝາຍໃຫ້ເປັນກຳມະສິດຂອງກາເລັບລູກຊາຍຂອງເຢຟຸນເນ.
ກາເລັບໄດ້ຮັບເມືອງເຮັບໂຣນເປັນກຳມະສິດຕາມຄຳສັ່ງຂອງໂມເຊ. ສະນັ້ນ ກາເລັບຈຶ່ງຂັບໄລ່ເຊື້ອສາຍຂອງອານາກທັງສາມຕະກຸນ ອອກໄປຈາກເມືອງນີ້.
ປະເທດຊາດບ້ານເມືອງໄດ້ມີຄວາມສະຫງົບສຸກເປັນເວລາສີ່ສິບປີ ແລ້ວໂອດນີເອນລູກຊາຍຂອງເກນາດກໍໄດ້ຕາຍໄປ.
ຊາວອິດສະຣາເອນໄດ້ຊະນະຊາວໂມອາບ ແລ້ວປະເທດຊາດບ້ານເມືອງກໍມີຄວາມສະຫງົບສຸກເປັນເວລາແປດສິບປີ.
“ຂ້າແດ່ ພຣະເຈົ້າຢາເວ ຂໍໃຫ້ເຫຼົ່າສັດຕູຂອງພຣະອົງ ຕາຍໄປດັ່ງນີ້ເທາະ ແຕ່ຂໍໃຫ້ຜູ້ເຂົ້າສະໜິດກັບພຣະອົງ ສ່ອງແຈ້ງດັ່ງຕາເວັນຂຶ້ນແດ່ທ້ອນ.” ຕໍ່ມາ ປະເທດຊາດບ້ານເມືອງກໍມີຄວາມສະຫງົບສຸກເປັນເວລາສີ່ສິບປີ.
ສະນັ້ນ ຊາວມີດີອານຈຶ່ງພ່າຍແພ້ ແລະບໍ່ເປັນໄພຄຸກຄາມຊາວອິດສະຣາເອນຕໍ່ໄປ. ໃນເວລາທີ່ກີເດໂອນຍັງມີຊີວິດຢູ່ນັ້ນ ປະເທດຊາດບ້ານເມືອງໄດ້ມີຄວາມສະຫງົບສຸກເປັນເວລາສີ່ສິບປີ.
ເຮັບໂຣນ ແລະໃຫ້ທົ່ວທຸກໆບ່ອນທີ່ເພິ່ນແລະຄົນທັງຫລາຍຂອງເພິ່ນໄດ້ເດີນທາງໄປໆມາໆ.