Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຊວຍ 14:14 - ພຣະຄຳພີສັກສິ

14 ຍ້ອນ​ກາເລັບ​ລູກຊາຍ​ຂອງ​ເຢຟຸນເນ​ຊາວ​ເກນິດ ໄດ້​ເຊື່ອຟັງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ ເຮັບໂຣນ​ຈຶ່ງ​ຍັງ​ເປັນ​ເມືອງ​ຂອງ​ກາເລັບ​ຕະຫລອດ​ມາ.

Uka jalj uñjjattʼäta Copia luraña




ໂຢຊວຍ 14:14
9 Jak'a apnaqawi uñst'ayäwi  

ພໍ່​ເວົ້າ​ຕື່ມ​ອີກ​ວ່າ, “ໃຫ້​ເຈົ້າ​ໄປ​ເບິ່ງ​ວ່າ​ພວກ​ອ້າຍ​ຂອງ​ເຈົ້າ​ກຳລັງ​ຢູ່​ກັນ​ຢ່າງ​ໃດ ແລະ​ໄປ​ເບິ່ງ​ຝູງສັດ​ຂອງເຮົາ​ອີກ​ວ່າ​ຍັງ​ຢູ່​ດີ​ບໍ່? ແລ້ວ​ໃຫ້​ລູກ​ກັບ​ມາ​ບອກ​ພໍ່.” ສະນັ້ນ ພໍ່​ຈຶ່ງ​ໄດ້​ສົ່ງ​ໂຢເຊັບ​ອອກ​ເດີນທາງ​ຈາກ​ຮ່ອມພູ​ເຮັບໂຣນ. ລາວ​ໄດ້​ມາ​ຮອດ​ຊີເຄມ


ຜູ້​ເປັນ​ລູກຊາຍ​ຂອງ​ເອທະນີ ຜູ້​ເປັນ​ລູກຊາຍ​ຂອງ​ເຊຣາ ຜູ້​ເປັນ​ລູກຊາຍ​ຂອງ​ອາດາອີຢາ


ແຕ່​ພວກທ່ານ​ຕ້ອງ​ເຂັ້ມແຂງ​ແລະ​ຢ່າ​ທໍ້ຖອຍ​ເລີຍ. ພາລະກິດ​ທີ່​ພວກທ່ານ​ໄດ້​ເຮັດ​ນັ້ນ​ຈະ​ບໍ່​ຂາດ​ບຳເໜັດ.”


ດັ່ງນີ້ແຫລະ ພີ່ນ້ອງ​ທີ່ຮັກ​ຂອງເຮົາ​ເອີຍ, ເຈົ້າ​ທັງຫລາຍ​ຈົ່ງ​ຕັ້ງໝັ້ນ​ຢູ່ ຢ່າ​ຫວັ່ນໄຫວ ຈົ່ງ​ປະຕິບັດ​ງານ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ​ໃຫ້​ຄົບ​ບໍຣິບູນ​ທຸກ​ເວລາ ດ້ວຍ​ຮູ້​ວ່າ ໃນ​ອົງພຣະ​ຜູ້​ເປັນເຈົ້າ ການ​ຂອງ​ພວກເຈົ້າ​ນັ້ນ​ຈະ​ບໍ່​ໄຮ້​ປະໂຫຍດ.


ໂຢຊວຍ​ໄດ້​ຢຶດຄອງ​ດິນແດນ​ທັງໝົດ ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ໄວ້​ກັບ​ໂມເຊ. ເພິ່ນ​ໄດ້​ມອບ​ດິນແດນ​ນີ້​ໃຫ້​ເປັນ​ກຳມະສິດ​ຂອງ​ຊາວ​ອິດສະຣາເອນ ໂດຍ​ໄດ້​ແບ່ງປັນ​ດິນແດນ​ນັ້ນ​ເປັນ​ສ່ວນ​ໃຫ້​ແຕ່ລະເຜົ່າ. ສະນັ້ນ ປະຊາຊົນ​ຈຶ່ງ​ໄດ້​ເຊົາ​ສູ້ຮົບ ແລະ​ຢູ່​ຢ່າງ​ສະຫງົບສຸກ.


ໂຢຊວຍ​ໄດ້​ອວຍພອນ​ກາເລັບ​ລູກຊາຍ​ຂອງ​ເຢຟຸນເນ ແລະ​ໄດ້​ມອບ​ເມືອງ​ເຮັບໂຣນ​ໃຫ້​ເປັນ​ກຳມະສິດ​ຂອງ​ລາວ.


ກ່ອນ​ເຫດການ​ນີ້​ໄດ້​ເກີດຂຶ້ນ ເມືອງ​ເຮັບໂຣນ​ມີ​ຊື່​ວ່າ​ເມືອງ​ຂອງ​ອາກບາ. (ອາກບາ​ເປັນ​ເມືອງ​ໃຫຍ່​ທີ່ສຸດ​ຂອງ​ຊາວ​ອານາກີມ). ຕັ້ງແຕ່​ນັ້ນ​ມາ ດິນແດນ​ກໍ​ມີ​ຄວາມ​ສະຫງົບສຸກ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka