Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຊວຍ 14:12 - ພຣະຄຳພີສັກສິ

12 ບັດນີ້ ຂໍ​ທ່ານ​ຈົ່ງ​ມອບ​ດິນແດນ​ທາງ​ເຂດ​ເນີນພູ​ໃຫ້​ຂ້າພະເຈົ້າ​ສາ ເພາະ​ພຣະເຈົ້າຢາເວ​ໄດ້​ສັນຍາ​ໄວ້​ກັບ​ຂ້າພະເຈົ້າ ໃນ​ມື້​ທີ່​ຂ້າພະເຈົ້າ​ແລະ​ຄົນ​ຂອງ​ຂ້າພະເຈົ້າ​ໄດ້​ລາຍງານ. ໃນ​ສະໄໝ​ນັ້ນ ພວກ​ຂ້າພະເຈົ້າ​ໄດ້​ບອກ​ທ່ານ​ແລ້ວ​ວ່າ ມີ​ເຊື້ອຊາດ​ຂອງ​ຄົນ​ຮ່າງໃຫຍ່​ຊື່​ວ່າ, ອານາກີມ ໄດ້​ຢູ່​ໃນ​ເມືອງ​ທີ່​ມີ​ປ້ອມ​ປ້ອງກັນ. ຖ້າ​ວ່າ​ພຣະເຈົ້າຢາເວ​ສະຖິດ​ຢູ່​ນຳ​ຂ້າພະເຈົ້າ​ແທ້ ຂ້າພະເຈົ້າ​ຈະ​ຂັບໄລ່​ພວກເຂົາ​ອອກ​ໄປ ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ບອກ​ໄວ້​ນັ້ນ.”

Uka jalj uñjjattʼäta Copia luraña




ໂຢຊວຍ 14:12
21 Jak'a apnaqawi uñst'ayäwi  

ກະສັດ​ແຫ່ງ​ອັດຊີເຣຍ​ໄດ້​ສົ່ງ​ຂ້າຣາຊການ​ຊັ້ນສູງ​ຂອງ​ເພິ່ນ ມາ​ເວົ້າ​ໝິ່ນປະໝາດ​ພຣະເຈົ້າ​ອົງ​ຊົງ​ຊີວິດ​ຢູ່. ຂໍ​ໃຫ້​ພຣະເຈົ້າຢາເວ ພຣະເຈົ້າ​ຂອງທ່ານ ໄດ້ຍິນ​ຄຳໝິ່ນປະໝາດ​ນີ້ ແລະ​ຂໍ​ໃຫ້​ພຣະເຈົ້າຢາເວ ພຣະເຈົ້າ​ຂອງທ່ານ​ລົງໂທດ​ຜູ້​ທີ່​ກ່າວ​ດ້ວຍ. ສະນັ້ນ ຈົ່ງ​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າ ສຳລັບ​ປະຊາຊົນ​ຂອງ​ພວກເຮົາ​ທີ່​ລອດຊີວິດ​ຢູ່​ນີ້​ດ້ວຍ​ເທີ້ນ.”


ອາສາ​ໄດ້​ພາວັນນາ​ອະທິຖານ​ຫາ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ເພິ່ນ​ວ່າ, “ຂ້າແດ່​ພຣະເຈົ້າຢາເວ ພຣະອົງ​ຊ່ວຍ​ກອງທັບ​ທີ່​ອ່ອນແຮງ​ໄດ້​ຢ່າ​ງ່າຍດາຍ ໃຫ້​ເທົ່າ​ກັບ​ກອງທັບ​ທີ່​ມີ​ກຳລັງ. ຂ້າແດ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຂ້ານ້ອຍ​ເອີຍ ບັດນີ້ ໂຜດ​ຊ່ວຍຊູ​ພວກ​ຂ້ານ້ອຍ​ດ້ວຍ ເພາະ​ພວກ​ຂ້ານ້ອຍ​ເຊື່ອໝັ້ນ​ໃນ​ພຣະອົງ​ແລະ​ໃນ​ນາມ​ຂອງ​ພຣະອົງ ພວກ​ຂ້ານ້ອຍ​ຈຶ່ງ​ອອກ​ມາ​ສູ້ຮົບ​ກອງທັບ​ອັນ​ໃຫຍ່ໂຕ​ຢ່າງ​ນີ້. ຂ້າແດ່​ພຣະເຈົ້າຢາເວ ພຣະອົງ​ເປັນ​ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ; ບໍ່ມີ​ຜູ້ໃດ​ເລີຍ​ທີ່​ຈະ​ຫວັງ​ຊະນະ​ພຣະອົງ​ໄດ້.”


ບໍ່ແມ່ນ​ດ້ວຍ​ດາບ​ທີ່​ຄົນ​ຂອງ​ພຣະອົງ​ຕີ​ໄດ້​ດິນແດນ ບໍ່ແມ່ນ​ດ້ວຍ​ກຳລັງ​ຂອງ​ພວກເພິ່ນ​ທີ່​ໄດ້​ຕີ​ຊະນະ ແຕ່​ແມ່ນ​ຍ້ອນ​ຣິດອຳນາດ​ແລະ​ກຳລັງ​ຂອງ​ພຣະອົງ ຍ້ອນ​ໝັ້ນໃຈ​ວ່າ​ພຣະອົງ​ຊົງ​ສະຖິດ​ຢູ່​ນຳ​ເພາະ​ພຣະອົງ​ຮັກ​ພວກເພິ່ນ.


ເມື່ອ​ພຣະເຈົ້າ​ສະຖິດ​ຢູ່​ນຳ ພວກ​ຂ້ານ້ອຍ​ຈະ​ມີ​ໄຊຊະນະ ແລະ​ຈະ​ຜາບແພ້​ສັດຕູ​ທັງຫລາຍ​ຂອງ​ພວກ​ຂ້ານ້ອຍ.


ແຕ່​ປະຊາຊົນ​ທີ່​ອາໄສ​ຢູ່​ໃນ​ທີ່ນັ້ນ​ມີ​ກຳລັງ​ແຂງແຮງ​ຫລາຍ ແລະ​ເມືອງ​ຂອງ​ພວກເຂົາ​ກໍ​ໃຫຍ່ ທັງ​ມີ​ປ້ອມ​ປ້ອງກັນ​ເມືອງ​ເປັນ​ຢ່າງດີ. ນອກເໜືອ​ໄປຈາກນີ້ ພວກເຮົາ​ຍັງ​ໄດ້​ເຫັນ​ເຊື້ອສາຍ​ຂອງ​ອານາກີມ​ຄົນ​ຮູບຮ່າງ​ໃຫ່ຍ​ຢູ່​ທີ່ນັ້ນ​ດ້ວຍ.


ແລະ​ຄົນ​ຮູບຮ່າງ​ໃຫຍ່​ສູງ​ທີ່​ເປັນ​ເຊື້ອສາຍ​ຂອງ​ຊາວ​ອານາກີມ​ກໍ​ອາໄສ​ຢູ່​ໃນ​ບ່ອນນັ້ນ. ພວກເຮົາ​ເລີຍ​ເບິ່ງ​ເປັນ​ດັ່ງ​ຕັກແຕນ​ໃນ​ສາຍ​ຕາ​ຂອງ​ຄົນ​ເຫຼົ່ານັ້ນ.”


ແຕ່​ພຣະເຈົ້າຢາເວ​ໄດ້​ບອກ​ໂມເຊ​ວ່າ, “ຢ່າສູ່ຢ້ານເລີຍ ເຮົາ​ຈະ​ໃຫ້​ເຈົ້າ​ຕີ​ຊະນະ​ກະສັດ​ຄົນ​ນີ້, ຊະນະ​ປະຊາຊົນ​ທັງໝົດ ແລະ​ຢຶດຄອງ​ເອົາ​ດິນແດນ​ຂອງ​ລາວ. ຈົ່ງ​ເຮັດ​ກັບ​ເຈົ້າໂອກ​ຄື​ກັນ​ກັບ​ທີ່​ເຈົ້າ​ໄດ້​ເຮັດ​ຕໍ່​ເຈົ້າສີໂຫນ ກະສັດ​ຂອງ​ຊາວ​ອາໂມ​ຜູ້​ທີ່​ໄດ້​ປົກຄອງ​ທີ່​ນະຄອນ​ເຮັດຊະໂບນ.”


ຖ້າ​ເປັນ​ຢ່າງ​ນັ້ນ ເຮົາ​ທັງຫລາຍ​ຈະ​ວ່າ​ຢ່າງ​ໃດ? ຖ້າ​ພຣະເຈົ້າ​ຢູ່​ຝ່າຍ​ພວກເຮົາ ຜູ້ໃດ​ຈະ​ຕໍ່ສູ້​ພວກເຮົາ​ໄດ້?


ພວກເຮົາ​ຈະ​ເຂົ້າ​ໄປ​ໃນ​ດິນແດນ​ນັ້ນ​ເຮັດ​ຫຍັງ? ພວກເຮົາ​ຢ້ານ ເພາະ​ນັກສືບ​ສອດແນມ​ທີ່​ພວກເຮົາ​ໄດ້​ສົ່ງ​ໄປ​ນັ້ນ ມາ​ລາຍງານ​ວ່າ​ຄົນ​ໃນ​ດິນແດນ​ນັ້ນ​ໂຕ​ໃຫຍ່​ສູງ ແລະ​ແຂງແຮງ​ລື່ນ​ພວກເຮົາ. ພວກເຂົາ​ອາໄສ​ຢູ່​ໃນ​ເມືອງ​ຕ່າງໆ​ທີ່​ມີ​ກຳແພງ​ສູງ​ຈຸ​ຟ້າ. ພວກເຂົາ​ໄດ້​ເຫັນ​ພວກ​ອານາກີມ​ຢູ່​ທີ່​ນັ້ນ.’


“ປະຊາຊົນ​ອິດສະຣາເອນ​ເອີຍ ຈົ່ງ​ຟັງເຖີດ ວັນ​ນີ້​ພວກເຈົ້າ​ກຳລັງ​ຈະ​ຂ້າມ​ແມ່ນໍ້າ​ຈໍແດນ ເຂົ້າ​ໄປ​ຢຶດຄອງ​ດິນແດນ​ທີ່​ເປັນ​ຂອງ​ຊົນຊາດ​ທີ່​ຍິ່ງໃຫຍ່​ແລະ​ມີ​ອຳນາດ​ກວ່າ​ພວກເຈົ້າ. ເມືອງ​ກໍ​ໃຫຍ່​ແລະ​ກຳແພງ​ກໍ​ສູງ​ຈຸ​ຟ້າ​ສະຫວັນ,


ແຕ່​ບັດນີ້ ພວກເຈົ້າ​ຈະ​ໄດ້​ເຫັນ​ດ້ວຍ​ຕົນເອງ​ວ່າ ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ຈະ​ນຳ​ໜ້າ​ພວກເຈົ້າ​ໄປ​ເໝືອນ​ດັ່ງ​ໄຟ​ທີ່​ເຜົາຜານ. ພຣະອົງ​ຈະ​ເອົາ​ຊະນະ​ພວກເຂົາ​ເມື່ອ​ພວກເຈົ້າ​ບຸກໜ້າ​ເຂົ້າ​ໄປ ເພື່ອ​ວ່າ​ພວກເຈົ້າ​ຈະ​ຂັບໄລ່​ພວກເຂົາ​ອອກ​ໄປ ແລະ​ຈະ​ທຳລາຍ​ພວກເຂົາ​ຢ່າງ​ວ່ອງໄວ ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ສັນຍາ​ໄວ້.


ເຮົາ​ສາມາດ​ສູ້​ກັບ​ທຸກສິ່ງ​ໄດ້​ໂດຍ​ພຣະອົງ​ຜູ້​ຊົງ​ຊູ​ກຳລັງ​ເຮົາ.


ເພາະ​ຄົນ​ເຫຼົ່ານີ້​ມີ​ຄວາມເຊື່ອ ພວກເພິ່ນ​ຈຶ່ງ​ໄດ້​ໄຊຊະນະ​ທົ່ວ​ທັງ​ດິນແດນ ພວກເພິ່ນ​ໄດ້​ເຮັດ​ສິ່ງ​ທີ່​ຖືກຕ້ອງ ແລະ​ໄດ້​ຮັບ​ຕາມ​ທີ່​ພຣະເຈົ້າ​ໄດ້​ຊົງ​ສັນຍາ​ໄວ້, ໄດ້​ງັບ​ປາກ​ສິງ,


ສ່ວນ​ກາເລັບ​ກໍໄດ້​ຂັບໄລ່​ເຊື້ອສາຍ​ຂອງ​ອານາກ ຄື​ຕະກຸນ​ເຊຊາຍ, ອາຮີມານ ແລະ​ຕານໄມ​ອອກ​ໄປ​ຈາກ​ເມືອງ.


ກາເລັບ​ໄດ້​ຮັບ​ເມືອງ​ເຮັບໂຣນ​ເປັນ​ກຳມະສິດ​ຕາມ​ຄຳສັ່ງ​ຂອງ​ໂມເຊ. ສະນັ້ນ ກາເລັບ​ຈຶ່ງ​ຂັບໄລ່​ເຊື້ອສາຍ​ຂອງ​ອານາກ​ທັງ​ສາມ​ຕະກຸນ ອອກ​ໄປ​ຈາກ​ເມືອງ​ນີ້.


ໂຢນາທານ​ເວົ້າ​ກັບ​ຊາຍໜຸ່ມ​ທີ່​ມາ​ນຳ​ຕົນ​ນັ້ນ​ວ່າ, “ໃຫ້​ພວກເຮົາ​ຂ້າມ​ໄປ​ທີ່​ຄ້າຍ​ຂອງ​ຊາວ​ຟີລິດສະຕິນ​ຜູ້​ບໍ່​ນັບຖື​ພຣະເຈົ້າ. ບາງທີ​ພຣະເຈົ້າຢາເວ​ຈະ​ຊ່ວຍເຫລືອ​ພວກເຮົາ​ກໍໄດ້. ຖ້າ​ພຣະອົງ​ຊ່ວຍເຫລືອ​ພວກເຮົາ ຈະ​ບໍ່ມີ​ສິ່ງໃດ​ກີດກັ້ນ​ບໍ່​ໃຫ້​ພຣະເຈົ້າຢາເວ​ມອບ​ໄຊຊະນະ​ແກ່​ພວກເຮົາ​ໄດ້​ດອກ ເຖິງ​ແມ່ນ​ວ່າ​ພວກເຮົາ​ມີ​ໜ້ອຍຄົນ​ກໍຕາມ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka