Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຊວຍ 14:10 - ພຣະຄຳພີສັກສິ

10 ແຕ່​ດຽວ​ນີ້​ເບິ່ງແມ! ນັບ​ຕັ້ງແຕ່​ຄາວ​ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຂ້າພະເຈົ້າ​ໄດ້​ກ່າວ​ແກ່​ໂມເຊ ກໍ​ເປັນ​ເວລາ​ສີ່ສິບຫ້າ​ປີ​ແລ້ວ. ນັ້ນ​ແມ່ນ​ຄາວ​ທີ່​ຊາວ​ອິດສະຣາເອນ​ໄດ້​ເດີນທາງ​ຜ່ານ​ຖິ່ນ​ແຫ້ງແລ້ງ​ກັນດານ ແລະ​ພຣະເຈົ້າຢາເວ​ກໍໄດ້​ໃຫ້​ຂ້າພະເຈົ້າ​ມີ​ຊີວິດ​ຕະຫລອດ​ມາ ຕາມ​ທີ່​ພຣະອົງ​ໄດ້​ສັນຍາ​ໄວ້. ເບິ່ງດູ ດຽວ​ນີ້​ຂ້າພະເຈົ້າ​ມີ​ອາຍຸ​ແປດສິບຫ້າ​ປີ​ແລ້ວ

Uka jalj uñjjattʼäta Copia luraña




ໂຢຊວຍ 14:10
9 Jak'a apnaqawi uñst'ayäwi  

ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ​ທີ່​ປ່ຽວ ມີ​ຄົນ​ທ່ຽວ​ໄປມາ ແຕ່​ກໍ​ບໍ່​ອາດ​ພົບ​ທາງ​ທີ່​ຈະ​ເຂົ້າ​ໄປ​ໃນ​ເມືອງ​ນັ້ນ​ໄດ້.


ອາດ​ຈະ​ມີ​ພັນ​ຄົນ​ລົ້ມ​ລົງ ແລະ​ສິ້ນໃຈ​ຕາຍ​ຢູ່​ຂ້າງ​ເຈົ້າ ສິບພັນ​ຄົນ​ຢູ່​ອ້ອມຮອບ​ເຈົ້າ ແຕ່​ເຈົ້າ​ຈະ​ບໍ່​ຖືກ​ທຳຮ້າຍ.


ເຮົາ​ໄດ້​ສັນຍາ​ວ່າ​ຈະ​ໃຫ້​ພວກເຈົ້າ​ຢູ່​ທີ່​ນັ້ນ ແຕ່​ໃນ​ພວກເຈົ້າ​ຈະ​ບໍ່ມີ​ໃຜ​ໄດ້​ຢູ່ ນອກຈາກ​ກາເລັບ​ລູກຊາຍ​ຂອງ​ເຢຟຸນເນ​ແລະ​ໂຢຊວຍ​ລູກຊາຍ​ຂອງ​ນູນ.


ໃນ​ຈຳນວນ​ນັກສືບ​ສອດແນມ​ສິບສອງ​ຄົນ​ນັ້ນ ມີ​ແຕ່​ໂຢຊວຍ​ລູກຊາຍ​ຂອງ​ນູນ​ແລະ​ກາເລັບ​ລູກຊາຍ​ຂອງ​ເຢຟຸນເນ​ເທົ່ານັ້ນ​ທີ່​ມີ​ຊີວິດ​ຢູ່.


ເມື່ອ​ໂຢຊວຍ​ເຖົ້າແກ່​ແລະ​ມີ​ອາຍຸ​ສູງ​ແລ້ວ. ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ເພິ່ນ​ວ່າ, “ເຈົ້າ​ກໍ​ເຖົ້າແກ່​ແລະ​ມີ​ອາຍຸ​ສູງ​ແລ້ວ ແຕ່​ຍັງ​ມີ​ດິນແດນ​ຢູ່​ອີກ​ຫລາຍ​ແຫ່ງ​ທີ່​ເຈົ້າ​ຈະ​ຕ້ອງ​ຢຶດຄອງ ດັ່ງນີ້:


ແລະ​ຍັງ​ແຂງແຮງ​ຢູ່ ດັ່ງ​ຄາວ​ທີ່​ໂມເຊ​ໄດ້​ໃຊ້​ຂ້າພະເຈົ້າ​ອອກ​ໄປ​ນັ້ນ. ຂ້າພະເຈົ້າ​ຍັງ​ມີ​ແຮງ​ພຽງພໍ​ໃນ​ການ​ສູ້ຮົບ​ແລະ​ໃນ​ວຽກງານ​ອື່ນໆ.


ຍ້ອນ​ຂ້າພະເຈົ້າ​ໄດ້ຕິດຕາມ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຂ້າພະເຈົ້າ. ດັ່ງນັ້ນ ໂມເຊ​ຈຶ່ງ​ໄດ້​ສັນຍາ​ວ່າ, ຂ້າພະເຈົ້າ​ແລະ​ພວກ​ລູກຫລານ​ຂອງ​ຂ້າພະເຈົ້າ​ຈະ​ໄດ້​ຮັບ​ດິນແດນ ຊຶ່ງ​ຂ້າພະເຈົ້າ​ຍ່າງ​ຢຽບ​ໄປ​ນັ້ນ​ເປັນ​ກຳມະສິດ​ຕະຫລອດໄປ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka