ໂຢຊວຍ 14:1 - ພຣະຄຳພີສັກສິ1 ຕໍ່ໄປນີ້ແມ່ນການແບ່ງປັນດິນແດນການາອານ ທີ່ທາງທິດຕາເວັນຕົກຂອງແມ່ນໍ້າຈໍແດນໃຫ້ປະຊາຊົນອິດສະຣາເອນ. ປະໂຣຫິດເອເລອາຊາ, ໂຢຊວຍລູກຊາຍຂອງນູນ ແລະບັນດາຫົວໜ້າຄອບຄົວຂອງຊາວອິດສະຣາເອນໃນເຜົ່າຕ່າງໆ ໄດ້ແບ່ງປັນດິນແດນນີ້ໃຫ້ແກ່ພົນລະເມືອງຂອງພວກເຂົາ. Uka jalj uñjjattʼäta |
ດິນແດນເຫຼົ່ານີ້ລວມເອົາເຂດແດນທັງໝົດຂອງຊາວຊີໂດນ ຊຶ່ງຢູ່ຕາມເຂດເນີນພູລະຫວ່າງພູເລບານອນແລະເມືອງມີສະເຣໂຟດມາອີມ. ເຮົາຈະຂັບໄລ່ປະຊາຊົນເຫຼົ່ານີ້ທັງໝົດອອກໜີ ເມື່ອປະຊາຊົນອິດສະຣາເອນບຸກໜ້າເຂົ້າໄປ. ເຈົ້າຈະຕ້ອງແບ່ງປັນດິນແດນນີ້ໃຫ້ຊາວອິດສະຣາເອນ ຕາມທີ່ເຮົາໄດ້ສັ່ງເຈົ້າໃຫ້ເຮັດ.
ປະໂຣຫິດເອເລອາຊາ, ໂຢຊວຍ ລູກຊາຍຂອງນູນ ແລະພວກຫົວໜ້າຄອບຄົວຕ່າງໆໃນບັນດາເຜົ່າແຫ່ງຊາດອິດສະຣາເອນ ໄດ້ຮັບມອບໝາຍດິນແດນເຫຼົ່ານີ້ໂດຍການໃຊ້ສະຫລາກ ຕໍ່ໜ້າພຣະເຈົ້າຢາເວທີ່ເມືອງຊີໂລ ທີ່ທາງເຂົ້າຫໍເຕັນບ່ອນຊຸມນຸມ. ດ້ວຍການກະທຳດັ່ງທີ່ໄດ້ກ່າວມານີ້ ພວກເຂົາຈຶ່ງໄດ້ແບ່ງປັນດິນແດນເປັນທີ່ສຳເລັດ.