9 ເຂດແດນຂອງພວກເຂົາຍາວອອກໄປຈົນເຖິງເມືອງອາໂຣເອ (ແຄມຮ່ອມພູອາກໂນນ) ແລະເມືອງທີ່ຢູ່ທາງກາງຮ່ອມພູ ຕະຫລອດທັງພູພຽງຂອງເມືອງເມເດບາໄປຈົນເຖິງເມືອງດີໂບນ.
ພວກເຂົາຂ້າມແມ່ນໍ້າຈໍແດນໄປຕັ້ງຄ້າຍຢູ່ທາງທິດໃຕ້ຂອງອາໂຣເອ ຊຶ່ງເປັນເມືອງໜຶ່ງທີ່ຢູ່ກາງຮ່ອມພູໃນເຂດແດນຂອງເຜົ່າກາດ. ຈາກບ່ອນນີ້ ພວກເຂົາກໍອອກໄປທາງທິດເໜືອຈົນເຖິງເມືອງຢາເຊ
ລົດຮົບສາມສິບສອງພັນຄັນ ທີ່ຖືກຈ້າງມາ ແລະກອງທັບຂອງກະສັດມາອາກາ ໄດ້ຕັ້ງຄ້າຍຢູ່ໃກ້ເມືອງເມເດບາ. ແລ້ວຊາວອຳໂມນກໍໄດ້ອອກມາຈາກເມືອງຕ່າງໆຂອງພວກເຂົາ ເພື່ອຕຽມສູ້ຮົບ.
ປະຊາຊົນສ່ວນຫລາຍແມ່ນໄດ້ອາໄສຢູ່ໃນເມືອງນ້ອຍ ໃກ້ກັບໄຮ່ນາຂອງພວກເຂົາ. ພວກທີ່ເປັນຄົນໃນເຜົ່າຂອງຢູດາໄດ້ອາໄສຢູ່ໃນເມືອງກີຣິອາດອາກບາ, ດີໂບນ ແລະເຢກັບເຊເອນ ແລະໃນໝູ່ບ້ານຕ່າງໆທີ່ໃກ້ຄຽງກັບເມືອງເຫຼົ່ານັ້ນ.
ປະຊາຊົນແຫ່ງດີໂບນ ປີນຂຶ້ນສູ່ເທິງພູເພື່ອໄປຮ້ອງໄຫ້ໃນບ່ອນທີ່ມີຮູບເຄົາຣົບ. ປະຊາຊົນແຫ່ງໂມອາບຄໍ່າຄວນດ້ວຍຄວາມໂສກເສົ້າໃຫ້ເມືອງເນໂບແລະເມືອງເມເດບາ; ພວກເຂົາໄດ້ແຖຫົວແລະແຖໜວດເພື່ອສະແດງຄວາມໂສກເສົ້າ.
ພວກເຈົ້າຜູ້ທີ່ອາໄສຢູ່ໃນເມືອງດີໂບນເອີຍ ລົງຈາກຕຳແໜ່ງສູງຂອງພວກເຈົ້າສາເທາະ ແລະລົງມານັ່ງໃນຂີ້ຝຸ່ນເທິງພື້ນດິນສາ ຜູ້ທຳລາຍໄດ້ມາ ແລະປ້ອມຖືກເພພັງແລ້ວ.
ດີໂບນ, ເນໂບ, ເບັດດິບລາທາອິມ,
ບໍ່ມີແມ່ນແຕ່ເມືອງໜຶ່ງຈະຫວິດອັນຕະລາຍ ບໍ່ມີເມືອງໃດຈະພົ້ນຖືກທຳລາຍໄດ້. ຮ່ອມພູ ແລະທົ່ງພຽງຈະຖືກຮົກຮ້າງຫວ່າງເປົ່າ ຕາມທີ່ພຣະເຈົ້າຢາເວໄດ້ກ່າວໄວ້.
ແຕ່ບັດນີ້ ລູກຫລານຂອງພວກເຂົານັ້ນ ຊໍ້າຖືກທຳລາຍຖິ້ມໝົດ; ຕາຍຢາຍກັນຕາມທາງ ແຕ່ເຮັດຊະໂບນເຖິງດີໂບນພຸ້ນ. ຕາຍແຕ່ນາຊິມດ້ວຍ ຈົນເຖິງເມືອງໂນຟາແດ່; ຄືບ່ອນທີ່ຢູ່ໃກ້ ກັບເຂດເມເດບາ”.
ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາ ໄດ້ໃຫ້ພວກເຮົາຢຶດເອົາເມືອງຕ່າງໆ ຕັ້ງແຕ່ອາໂຣເອໄປ ດັ່ງນີ້: ເມືອງແຄມຮ່ອມພູອາກໂນນ ແລະເມືອງທີ່ຢູ່ທາງກາງຮ່ອມພູ, ຕະຫລອດທຸກເມືອງທີ່ຢູ່ຕາມທາງໄປສູ່ເຂດແດນກີເລອາດ. ບໍ່ມີເມືອງໃດທີ່ມີກຳແພງແໜ້ນໜາ ພໍທີ່ພວກເຮົາຈະຢຶດເອົາບໍ່ໄດ້.
“ເມື່ອພວກເຮົາຢຶດເອົາດິນແດນມາເປັນກຳມະສິດນັ້ນ ຂ້າພະເຈົ້າໄດ້ມອບໃຫ້ເຜົ່າຣູເບັນແລະກາດ ເຂດແດນທາງທິດເໜືອຂອງເມືອງອາໂຣເອໃກ້ກັບແມ່ນໍ້າອາກໂນນ ແລະເຄິ່ງໜຶ່ງຂອງເຂດເນີນພູກີເລອາດພ້ອມກັບເມືອງເລັກເມືອງນ້ອຍຕ່າງໆ.
ສ່ວນເຜົ່າຣູເບັນແລະເຜົ່າກາດນັ້ນ ຂ້າພະເຈົ້າໄດ້ມອບເຂດແດນຕັ້ງແຕ່ກີເລອາດຈົນເຖິງແມ່ນໍ້າອາກໂນນ. ທາງກາງແມ່ນໍ້ານີ້ ໃຊ້ເປັນຊາຍແດນຕອນໃຕ້ຂອງພວກເຂົາ ແລະຊາຍແດນຕອນເໜືອແມ່ນແມ່ນໍ້າຢັບໂບກ ຊຶ່ງສ່ວນໜຶ່ງເປັນຊາຍແດນຂອງພວກອຳໂມນ.
ຄົນທີໜຶ່ງຄືເຈົ້າສີໂຫນຜູ້ເປັນກະສັດຂອງຊາວອາໂມ ທີ່ປົກຄອງເມືອງເຮັດຊະໂບນ. ອານາຈັກຂອງເພິ່ນນັ້ນໄດ້ລວມເອົາເຄິ່ງໜຶ່ງຂອງກີເລອາດຄື: ຈາກອາໂຣເອ (ຕາມແຄມຮ່ອມພູອາກໂນນ) ແລະຈາກເມືອງຢູ່ໃນ ກາງຮ່ອມພູອາກໂນນຈົນເຖິງແມ່ນໍ້າຢັບໂບກ ເຂດແດນຂອງຊາວອຳໂມນ
ດິນແດນນີ້ໄດ້ເລີຍໄປຈົນເຖິງຊາຍແດນຂອງເມືອງອຳໂມນ ແລະລວມທັງເມືອງຕ່າງໆທີ່ຂຶ້ນກັບເຈົ້າສີໂຫນ ກະສັດຂອງຊາວອາໂມຜູ້ໄດ້ປົກຄອງຢູ່ທີ່ເມືອງເຮັດຊະໂບນ.
ເຂດແດນຂອງພວກເຂົາຍາວອອກໄປຈົນເຖິງເມືອງອາໂຣເອ (ຢູ່ທີ່ແຄມຮ່ອມພູອາກໂນນ) ແລະໄປຈົນເຖິງເມືອງທີ່ຢູ່ກາງຮ່ອມພູຕະຫລອດທັງພູພຽງທັງໝົດ ທີ່ຢູ່ອ້ອມແອ້ມເມືອງເມເດບາ.
ສ່ວນເຜົ່າຣູເບັນ, ເຜົ່າກາດ ແລະເຜົ່າມານາເຊເຄິ່ງເຜົ່າໄດ້ຮັບດິນແດນ ທີ່ໂມເຊຜູ້ຮັບໃຊ້ຂອງພຣະເຈົ້າຢາເວໄດ້ແບ່ງປັນໃຫ້. ດິນແດນເຫຼົ່ານີ້ຢູ່ທາງທິດຕາເວັນອອກຂອງແມ່ນໍ້າຈໍແດນ.