Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຊວຍ 13:8 - ພຣະຄຳພີສັກສິ

8 ສ່ວນ​ເຜົ່າ​ຣູເບັນ, ເຜົ່າກາດ ແລະ​ເຜົ່າ​ມານາເຊ​ເຄິ່ງເຜົ່າ​ໄດ້​ຮັບ​ດິນແດນ ທີ່​ໂມເຊ​ຜູ້ຮັບໃຊ້​ຂອງ​ພຣະເຈົ້າຢາເວ​ໄດ້​ແບ່ງປັນ​ໃຫ້. ດິນແດນ​ເຫຼົ່ານີ້​ຢູ່​ທາງທິດ​ຕາເວັນອອກ​ຂອງ​ແມ່ນໍ້າ​ຈໍແດນ.

Uka jalj uñjjattʼäta Copia luraña




ໂຢຊວຍ 13:8
11 Jak'a apnaqawi uñst'ayäwi  

ພວກເຮົາ​ຈະ​ບໍ່​ເອົາ​ດິນແດນ​ສ່ວນ​ໃດໆ​ທີ່​ທາງ​ຟາກ​ນັ້ນ​ຂອງ​ແມ່ນໍ້າ​ຈໍແດນ​ອີກ ເພາະ​ໄດ້​ຮັບ​ສ່ວນ​ແບ່ງ​ຢູ່​ທີ່​ທາງ​ຟາກ​ຕາເວັນອອກ​ຂອງ​ແມ່ນໍ້າ​ຈໍແດນ​ນີ້​ແລ້ວ.”


ໃນຄັ້ງນັ້ນ ພວກເຮົາ​ໄດ້​ຢຶດເອົາ​ຈາກ​ກະສັດ​ທັງສອງ​ຂອງ​ຊາວ​ອາໂມ ດິນແດນ​ທາງທິດ​ຕາເວັນອອກ​ຂອງ​ແມ່ນໍ້າ​ຈໍແດນ ຕັ້ງແຕ່​ແມ່ນໍ້າ​ອາກໂນນ​ຈົນເຖິງ​ພູ​ເຮີໂມນ. (


ຊາວ​ອິດສະຣາເອນ​ໄດ້​ໄຊຊະນະ ແລະ​ໄດ້​ປົກຄອງ​ດິນແດນ ຢູ່​ທາງທິດ​ຕາເວັນອອກ​ຂອງ​ແມ່ນໍ້າ​ຈໍແດນ ຈາກ​ຮ່ອມພູ​ອາກໂນນ​ຂຶ້ນ​ໄປ​ສູ່​ຮ່ອມພູ​ຈໍແດນ ແລະ​ເລີຍ​ໄປ​ທາງ​ພາກເໜືອ​ຈົນເຖິງ​ພູ​ເຮີໂມນ. ພວກເຂົາ​ຈັບ​ກະສັດ​ສອງ​ຄົນ​ໄດ້.


ໂມເຊ​ຜູ້ຮັບໃຊ້​ຂອງ​ພຣະເຈົ້າຢາເວ​ແລະ​ປະຊາຊົນ​ອິດສະຣາເອນ​ໄດ້​ຮົບຊະນະ​ພວກເຂົາ. ໂມເຊ​ຜູ້ຮັບໃຊ້​ຂອງ​ພຣະເຈົ້າຢາເວ​ໄດ້​ມອບ​ດິນແດນ​ຂອງ​ພວກເຂົາ ໃຫ້​ເຜົ່າ​ຣູເບັນ​ກັບ​ເຜົ່າກາດ​ແລະ​ເຜົ່າ​ມານາເຊ​ເຄິ່ງເຜົ່າ.


ບັດນີ້ ໃຫ້​ເຈົ້າ​ແບ່ງປັນ​ດິນແດນ​ນີ້​ໃຫ້​ແກ່​ເກົ້າ​ເຜົ່າ ແລະ​ເຜົ່າ​ມານາເຊ​ເຄິ່ງ​ເຜົ່າ ເພື່ອ​ໃຫ້​ເປັນ​ກຳມະສິດ​ຂອງ​ພວກເຂົາ.”


ເຂດແດນ​ຂອງ​ພວກເຂົາ​ຍາວ​ອອກ​ໄປ​ຈົນເຖິງ​ເມືອງ​ອາໂຣເອ (ແຄມ​ຮ່ອມພູ​ອາກໂນນ) ແລະ​ເມືອງ​ທີ່​ຢູ່​ທາງ​ກາງ​ຮ່ອມພູ ຕະຫລອດ​ທັງ​ພູພຽງ​ຂອງ​ເມືອງ​ເມເດບາ​ໄປ​ຈົນເຖິງ​ເມືອງ​ດີໂບນ.


ບັດນີ້ ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ໄດ້​ໃຫ້​ພີ່ນ້ອງ​ຊາວ​ອິດສະຣາເອນ​ຂອງ​ພວກເຈົ້າ​ມີ​ຄວາມ​ສະຫງົບສຸກ​ແລ້ວ ຕາມ​ທີ່​ພຣະອົງ​ໄດ້​ສັນຍາ​ໄວ້. ສະນັ້ນ ຂໍ​ໃຫ້​ພວກເຈົ້າ​ຄືນ​ສູ່​ດິນແດນ ຊຶ່ງ​ພວກເຈົ້າ​ໄດ້​ຮຽກຮ້ອງ​ເອົາ​ເປັນ​ກຳມະສິດ ທີ່​ທາງທິດ​ຕາເວັນອອກ​ຂອງ​ແມ່ນໍ້າ​ຈໍແດນ​ນັ້ນ​ສາ ທີ່​ໂມເຊ​ຜູ້ຮັບໃຊ້​ຂອງ​ພຣະເຈົ້າຢາເວ​ໄດ້​ມອບໝາຍ​ໃຫ້​ພວກເຈົ້າ​ນັ້ນ.


ສ່ວນ​ພວກ​ຜູ້ຊາຍ​ໃນ​ເຜົ່າ​ຣູເບັນ, ເຜົ່າກາດ ແລະ​ເຜົ່າ​ມານາເຊ​ເຄິ່ງເຜົ່າ​ທີ່​ຕຽມພ້ອມ​ໃນ​ການ​ສູ້ຮົບ ກໍໄດ້​ຂ້າມ​ແມ່ນໍ້າ​ໄປ​ກ່ອນ​ໝູ່​ຕາມ​ທີ່​ໂມເຊ​ໄດ້​ສັ່ງ.


ສ່ວນ​ຄົນອື່ນໆ​ອີກ​ໄດ້​ຂ້າມ​ແມ່ນໍ້າ​ຈໍແດນ​ໜີໄປ ຢູ່​ໃນ​ເຂດແດນ​ຂອງ​ເມືອງກາດ​ແລະ​ເມືອງ​ກີເລອາດ. ສ່ວນ​ກະສັດ​ໂຊນ​ນັ້ນ​ຍັງ​ຢູ່​ໃນ​ເມືອງ​ກິນການ ແລະ​ປະຊາຊົນ​ທີ່​ຢູ່​ນຳ​ເພິ່ນ​ກໍ​ຕົກ​ສະທ້ານ​ຢ້ານກົວ​ຫລາຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka