Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຊວຍ 13:7 - ພຣະຄຳພີສັກສິ

7 ບັດນີ້ ໃຫ້​ເຈົ້າ​ແບ່ງປັນ​ດິນແດນ​ນີ້​ໃຫ້​ແກ່​ເກົ້າ​ເຜົ່າ ແລະ​ເຜົ່າ​ມານາເຊ​ເຄິ່ງ​ເຜົ່າ ເພື່ອ​ໃຫ້​ເປັນ​ກຳມະສິດ​ຂອງ​ພວກເຂົາ.”

Uka jalj uñjjattʼäta Copia luraña




ໂຢຊວຍ 13:7
12 Jak'a apnaqawi uñst'ayäwi  

ພຣະອົງ​ໄດ້​ຍົກ​ດິນແດນ​ຂອງ​ຊົນຊາດ​ອື່ນ​ໃຫ້​ພວກເພິ່ນ ແລະ​ໃຫ້​ຢຶດເອົາ​ໄຮ່​ນາ​ຂອງ​ຄົນ​ເຫຼົ່ານັ້ນ


ພຣະອົງ​ໄລ່​ຄົນ​ພື້ນເມືອງ​ໜີ​ຂະນະທີ່​ປະຊາຊົນ ບຸກໜ້າ​ເຂົ້າ​ໄປ​ໂດຍ​ໄດ້​ແບ່ງປັນ​ດິນແດນ​ໃຫ້ ເປັນ​ກຳມະສິດ​ແກ່​ທຸກ​ເຜົ່າ​ຂອງ​ອິດສະຣາເອນ ແລະ​ໃຫ້​ປະຊາຊົນ​ຂອງ​ພຣະອົງ​ໄດ້​ມີ​ທີ່​ຢູ່​ອາໄສ.


ເມື່ອ​ທີ່ດິນ​ໄດ້​ຖືກ​ແບ່ງ​ໃຫ້​ເປັນ​ສ່ວນ​ຂອງ​ແຕ່ລະເຜົ່າ​ແລ້ວ ຈົ່ງ​ຖວາຍ​ທີ່ດິນ​ຕອນ​ໜຶ່ງ​ໃຫ້​ເປັນ​ສ່ວນ​ຂອງ​ພຣະເຈົ້າຢາເວ. ທີ່ດິນ​ຕອນ​ນີ້​ໃຫ້​ຍາວ​ສິບສອງ​ກິໂລແມັດ​ເຄິ່ງ ແລະ​ໃຫ້​ກວ້າງ​ສິບ​ກິໂລແມັດ. ທີ່ດິນ​ຕອນ​ນີ້​ທັງໝົດ​ຈະ​ສັກສິດ.


ຈົ່ງ​ແບ່ງປັນ​ດິນແດນ​ໃຫ້​ເຜົ່າ ແລະ​ຕະກຸນ​ຕ່າງໆ​ໂດຍ​ວິທີ​ໃຊ້​ສະຫລາກ​ຄື: ຕະກຸນ​ທີ່​ມີ​ຫລາຍ​ຄົນ​ໃຫ້​ມີ​ດິນແດນ​ຫລາຍ ແລະ​ຕະກຸນ​ທີ່​ມີ​ໜ້ອຍ​ຄົນ​ໃຫ້​ມີ​ດິນແດນ​ໜ້ອຍ ທຸກຄົນ​ຈະ​ໄດ້​ຮັບ​ດິນແດນ​ເປັນ​ກຳມະສິດ ຕາມ​ທີ່​ສະຫລາກ​ໄດ້​ຕົກ​ຖືກ​ຕົນ ການ​ແບ່ງປັນ​ນີ້​ໄດ້​ເຮັດ​ຕາມ​ຕະກຸນ​ປູ່ຍ່າຕາຍາຍ​ຂອງ​ແຕ່ລະເຜົ່າ.


ສະນັ້ນ ໂມເຊ​ຈຶ່ງ​ປະກາດ​ຕໍ່​ຊາວ​ອິດສະຣາເອນ​ວ່າ, “ອັນນີ້ ແມ່ນ​ດິນແດນ​ທີ່​ພວກເຈົ້າ​ຈະ​ໄດ້​ຮັບ​ໂດຍ​ວິທີ​ໃຊ້​ສະຫລາກ ຄື​ດິນແດນ​ທີ່​ພຣະເຈົ້າຢາເວ​ໄດ້​ມອບ​ໃຫ້​ແກ່​ເກົ້າ​ເຜົ່າ​ເຄິ່ງ.


ດິນແດນ​ເຫຼົ່ານີ້​ລວມເອົາ​ເຂດແດນ​ທັງໝົດ​ຂອງ​ຊາວ​ຊີໂດນ ຊຶ່ງ​ຢູ່​ຕາມ​ເຂດ​ເນີນພູ​ລະຫວ່າງ​ພູ​ເລບານອນ​ແລະ​ເມືອງ​ມີສະເຣໂຟດ​ມາອີມ. ເຮົາ​ຈະ​ຂັບໄລ່​ປະຊາຊົນ​ເຫຼົ່ານີ້​ທັງໝົດ​ອອກ​ໜີ ເມື່ອ​ປະຊາຊົນ​ອິດສະຣາເອນ​ບຸກໜ້າ​ເຂົ້າ​ໄປ. ເຈົ້າ​ຈະ​ຕ້ອງ​ແບ່ງປັນ​ດິນແດນ​ນີ້​ໃຫ້​ຊາວ​ອິດສະຣາເອນ ຕາມ​ທີ່​ເຮົາ​ໄດ້​ສັ່ງ​ເຈົ້າ​ໃຫ້​ເຮັດ.


ສ່ວນ​ເຜົ່າ​ຣູເບັນ, ເຜົ່າກາດ ແລະ​ເຜົ່າ​ມານາເຊ​ເຄິ່ງເຜົ່າ​ໄດ້​ຮັບ​ດິນແດນ ທີ່​ໂມເຊ​ຜູ້ຮັບໃຊ້​ຂອງ​ພຣະເຈົ້າຢາເວ​ໄດ້​ແບ່ງປັນ​ໃຫ້. ດິນແດນ​ເຫຼົ່ານີ້​ຢູ່​ທາງທິດ​ຕາເວັນອອກ​ຂອງ​ແມ່ນໍ້າ​ຈໍແດນ.


ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ໄວ້​ກັບ​ໂມເຊ ເຂດແດນ​ທາງ​ທິດ​ຕາເວັນຕົກ​ຂອງ​ແມ່ນໍ້າ​ຈໍແດນ​ທີ່​ຖືກ​ມອບ​ໃຫ້​ເກົ້າ​ເຜົ່າ​ເຄິ່ງ​ນັ້ນ ໃຫ້​ພວກເຂົາ​ກຳນົດ​ເອົາ​ໂດຍ​ການ​ໃຊ້​ສະຫລາກ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka