ໂຢຊວຍ 13:6 - ພຣະຄຳພີສັກສິ6 ດິນແດນເຫຼົ່ານີ້ລວມເອົາເຂດແດນທັງໝົດຂອງຊາວຊີໂດນ ຊຶ່ງຢູ່ຕາມເຂດເນີນພູລະຫວ່າງພູເລບານອນແລະເມືອງມີສະເຣໂຟດມາອີມ. ເຮົາຈະຂັບໄລ່ປະຊາຊົນເຫຼົ່ານີ້ທັງໝົດອອກໜີ ເມື່ອປະຊາຊົນອິດສະຣາເອນບຸກໜ້າເຂົ້າໄປ. ເຈົ້າຈະຕ້ອງແບ່ງປັນດິນແດນນີ້ໃຫ້ຊາວອິດສະຣາເອນ ຕາມທີ່ເຮົາໄດ້ສັ່ງເຈົ້າໃຫ້ເຮັດ. Uka jalj uñjjattʼäta |
ກໍໃຫ້ພວກເຈົ້າຮູ້ແນ່ວ່າ ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າຈະບໍ່ຂັບໄລ່ຊົນຊາດເຫຼົ່ານັ້ນອອກໜີ ເມື່ອພວກເຈົ້າບຸກໜ້າເຂົ້າໄປ. ນອກຈາກນີ້ ພວກເຂົາຈະເປັນດັ່ງແຮ້ວແລະຫລຸມດັກຈັບເພື່ອໃຫ້ພວກເຈົ້າໄດ້ຮັບອັນຕະລາຍ ແລະເປັນດັ່ງໄມ້ແສ້ຂ້ຽນຫລັງ ຫລືສ້ຽນໃນຕາທີ່ເຮັດໃຫ້ພວກເຈົ້າໄດ້ຮັບຄວາມເຈັບປວດ. ເລື່ອງນີ້ຈະມີຢູ່ຕໍ່ໄປຈົນກວ່າບໍ່ມີຜູ້ໃດໃນພວກເຈົ້າເຫຼືອຢູ່ໃນດິນແດນອັນສວຍງາມນີ້ ຊຶ່ງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າໄດ້ມອບໃຫ້ພວກເຈົ້າ.