32 ນີ້ແມ່ນການແບ່ງປັນດິນແດນທີ່ຢູ່ທາງທິດຕາເວັນອອກ ຂອງເມືອງເຢຣິໂກແລະຂອງແມ່ນໍ້າຈໍແດນ ຊຶ່ງໂມເຊໄດ້ເຮັດໃນຄາວທີ່ເພິ່ນຢູ່ໃນທົ່ງພຽງຂອງໂມອາບ.
ຊຶ່ງໄດ້ກວມເອົາເຄິ່ງໜຶ່ງຂອງກີເລອາດ, ອັດຊະຕາໂຣດແລະເອັດເຣອີ ແລະເມືອງໃຫຍ່ໆໃນອານາຈັກຂອງເຈົ້າໂອກທີ່ບາຊານ. ທັງໝົດນີ້ແມ່ນໄດ້ຖືກມອບໝາຍໃຫ້ຄອບຄົວຕ່າງໆ ທີ່ສືບເຊື້ອສາຍມາຈາກມາກີລູກຊາຍຂອງມານາເຊ.
ແຕ່ໂມເຊບໍ່ໄດ້ມອບໝາຍດິນແດນສ່ວນໃດໆໃຫ້ເຜົ່າເລວີ. ເພິ່ນໄດ້ບອກພວກເຂົາວ່າ ສ່ວນແບ່ງຂອງພວກເຂົານັ້ນຄືການຮັບໃຊ້ພຣະເຈົ້າຢາເວ ພຣະເຈົ້າຂອງຊາດອິດສະຣາເອນ.
ໂມເຊໄດ້ມອບດິນແດນທາງທິດຕາເວັນອອກຂອງແມ່ນໍ້າຈໍແດນ ໃຫ້ຊາວອິດສະຣາເອນສອງເຜົ່າເຄິ່ງແລ້ວ. (ເຊື້ອສາຍຂອງໂຢເຊັບຖືກແບ່ງອອກເປັນສອງເຜົ່າ: ມານາເຊແລະເອຟຣາອິມ) ເຖິງຢ່າງໃດກໍຕາມ ໂມເຊບໍ່ໄດ້ມອບດິນແດນສ່ວນໃດເລີຍໃຫ້ຊາວເລວີ.