Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຊວຍ 13:31 - ພຣະຄຳພີສັກສິ

31 ຊຶ່ງ​ໄດ້​ກວມ​ເອົາ​ເຄິ່ງ​ໜຶ່ງ​ຂອງ​ກີເລອາດ, ອັດຊະຕາໂຣດ​ແລະ​ເອັດເຣອີ ແລະ​ເມືອງ​ໃຫຍ່ໆ​ໃນ​ອານາຈັກ​ຂອງ​ເຈົ້າໂອກ​ທີ່​ບາຊານ. ທັງໝົດ​ນີ້​ແມ່ນ​ໄດ້​ຖືກ​ມອບໝາຍ​ໃຫ້​ຄອບຄົວ​ຕ່າງໆ ທີ່​ສືບ​ເຊື້ອສາຍ​ມາ​ຈາກ​ມາກີ​ລູກຊາຍ​ຂອງ​ມານາເຊ.

Uka jalj uñjjattʼäta Copia luraña




ໂຢຊວຍ 13:31
14 Jak'a apnaqawi uñst'ayäwi  

ຄອບຄົວ​ຕ່າງໆ​ໃນ​ຕະກຸນ​ເກໂຊນ​ໄດ້​ຮັບ​ມອບໝາຍ​ຕົວເມືອງ​ຕ່າງໆ ພ້ອມ​ທັງ​ທົ່ງຫຍ້າ​ທີ່​ຢູ່​ອ້ອມຮອບ​ນັ້ນ ມີ​ດັ່ງນີ້: ໃນ​ເຂດແດນ​ມານາເຊ​ເຄິ່ງເຜົ່າ​ຕາເວັນອອກ ໂກລານ​ໃນ​ບາຊານ ແລະ​ອັດຊະຕາໂຣດ.


ພວກເຂົາ​ຍັງ​ໄດ້​ຊະນະ​ເຈົ້າໂອກ​ກະສັດ​ແຫ່ງ​ບາຊານ ທີ່​ເປັນ​ຜູ້​ສຸດທ້າຍ​ເຫຼືອ​ໃນ​ພວກ​ເຣຟາອິມ; ເພິ່ນ​ໄດ້​ປົກຄອງ​ຢູ່​ທີ່​ເມືອງ​ອັດຊະຕາໂຣດ​ແລະ​ເອັດເຣອີ.


ດິນແດນ​ນັ້ນ​ຍັງ​ລວມເອົາ​ທັງ​ອານາຈັກ​ຂອງ​ເຈົ້າໂອກ ກະສັດ​ຄົນ​ສຸດທ້າຍ​ຂອງ​ເຜົ່າ​ເຣຟາອິມ ຜູ້​ໄດ້​ປົກຄອງ​ຢູ່​ທີ່​ເມືອງ​ອັດຊະຕາໂຣດ​ແລະ​ເອັດເຣອີ. ໂມເຊ​ໄດ້​ຊະນະ​ພວກ​ເຫຼົ່ານີ້ ແລະ​ໄດ້​ຂັບໄລ່​ພວກເຂົາ​ໃຫ້​ອອກ​ໄປ​ຈາກ​ເມືອງ​ເຫຼົ່ານັ້ນ.


ນີ້​ແມ່ນ​ການ​ແບ່ງປັນ​ດິນແດນ​ທີ່​ຢູ່​ທາງທິດ​ຕາເວັນອອກ ຂອງ​ເມືອງ​ເຢຣິໂກ​ແລະ​ຂອງ​ແມ່ນໍ້າ​ຈໍແດນ ຊຶ່ງ​ໂມເຊ​ໄດ້​ເຮັດ​ໃນ​ຄາວ​ທີ່​ເພິ່ນ​ຢູ່​ໃນ​ທົ່ງພຽງ​ຂອງ​ໂມອາບ.


ດ້ວຍເຫດນີ້ ພວກ​ມານາເຊ​ຈຶ່ງ​ໄດ້​ຮັບ​ສິບ​ສ່ວນ ລວມທັງ​ກີເລອາດ ແລະ​ບາຊານ​ທາງທິດ​ຕາເວັນອອກ​ຂອງ​ແມ່ນໍ້າ​ຈໍແດນ


ຍ້ອນ​ພວກ​ເຊື້ອສາຍ​ເພດຍິງ​ໄດ້​ຮັບ​ສ່ວນ ເໝືອນກັນ​ກັບ​ພວກ​ເຊື້ອສາຍ​ເພດ​ຊາຍ. ພວກ​ເຊື້ອສາຍ​ຂອງ​ມານາເຊ​ທີ່​ເຫຼືອ​ຢູ່​ຈຶ່ງ​ໄດ້​ຮັບ​ສ່ວນ​ໃນ​ດິນແດນ​ກີເລອາດ.


ແລະ​ເຖິງ​ທຸກໆ​ສິ່ງ​ທີ່​ພຣະອົງ​ໄດ້​ເຮັດ​ຕໍ່​ກະສັດ​ຂອງ​ຊາວ​ອາໂມ​ສອງ​ຄົນ ທີ່​ທາງທິດ​ຕາເວັນອອກ​ຂອງ​ແມ່ນໍ້າ​ຈໍແດນ ຄື​ເຈົ້າສີໂຫນ​ກະສັດ​ແຫ່ງ​ເຮັດຊະໂບນ​ແລະ​ເຈົ້າໂອກ​ກະສັດ​ແຫ່ງ​ບາຊານ ທີ່​ປົກຄອງ​ຢູ່​ໃນ​ເມືອງ​ອັດຊະຕາໂຣດ.


ອີກ​ຄັ້ງໜຶ່ງ ຊາວ​ອິດສະຣາເອນ​ໄດ້​ເຮັດ​ບາບ​ຕໍ່​ສາຍຕາ​ຂອງ​ພຣະເຈົ້າຢາເວ ໂດຍ​ຂາບໄຫວ້​ພະບາອານ​ກັບ​ເຈົ້າແມ່​ອັດສະຕາກ ແລະ​ບັນດາ​ພະ​ຂອງ​ຊາວ​ຊີເຣຍ, ຊີໂດນ, ໂມອາບ, ອຳໂມນ ແລະ​ຊາວ​ຟີລິດສະຕິນ​ດ້ວຍ. ພວກເຂົາ​ໄດ້​ປະຖິ້ມ​ພຣະເຈົ້າຢາເວ​ແລະ​ເຊົາ​ນະມັດສະການ​ພຣະອົງ.


ສ່ວນ​ເຜົ່າກາດ​ຍັງ​ຢູ່​ທາງ​ຝັ່ງ​ແມ່ນໍ້າ​ຈໍແດນ ເຜົ່າ​ດານ​ກໍ​ຢູ່​ທີ່​ກຳປັ່ນ​ຂອງ​ພວກເຂົາ​ພຸ້ນ. ເຜົ່າ​ອາເຊ​ກໍ​ອາໄສ​ຢູ່​ຕາມ​ແຄມ​ຝັ່ງ​ທະເລ​ຫລວງ ທີ່​ທ່າ​ເຮືອ​ທັງຫລາຍ​ຕາມ​ຊາຍ​ຝັ່ງ​ທະເລ​ພຸ້ນ.


ແລ້ວ​ພວກເຂົາ​ກໍ​ຮ້ອງ​ຫາ​ພຣະເຈົ້າຢາເວ ແລະ​ໄດ້ກ່າວ​ວ່າ, ‘ພວກ​ຂ້ານ້ອຍ​ໄດ້​ເຮັດ​ບາບ​ເພາະ​ພວກ​ຂ້ານ້ອຍ​ໄດ້​ຫັນ​ໜີໄປ​ຈາກ​ພຣະເຈົ້າຢາເວ ແລະ​ໄປ​ຂາບໄຫວ້​ບັນດາ​ຮູບເຄົາຣົບ​ຂອງ​ພະບາອານ​ແລະ​ຂອງ​ເຈົ້າແມ່​ອັດສະຕາກ. ບັດນີ້ ຂໍ​ພຣະອົງ​ໂຜດ​ຊ່ວຍ​ພວກ​ຂ້ານ້ອຍ​ໃຫ້​ພົ້ນ​ຈາກ​ມື​ຂອງ​ພວກ​ສັດຕູ​ແດ່ທ້ອນ ແລະ​ພວກ​ຂ້ານ້ອຍ​ຈະ​ຮັບໃຊ້​ພຣະອົງ.’


ຊາມູເອນ​ໄດ້​ກ່າວ​ແກ່​ປະຊາຊົນ​ອິດສະຣາເອນ​ວ່າ, “ຖ້າ​ພວກເຈົ້າ​ກັບຄືນ​ມາ​ຫາ​ພຣະເຈົ້າຢາເວ​ດ້ວຍ​ສຸດໃຈ​ຂອງ​ພວກເຈົ້າ ພວກເຈົ້າ​ຈະ​ຕ້ອງ​ກຳຈັດ​ບັນດາ​ພະ​ຂອງ​ຊາວ​ຕ່າງຊາດ ແລະ​ຮູບ​ຂອງ​ເຈົ້າແມ່​ອັດສະຕາກ. ຈົ່ງ​ອຸທິດ​ພວກເຈົ້າ​ເອງ​ແກ່​ພຣະເຈົ້າຢາເວ​ດ້ວຍ​ສຸດໃຈ​ແລະ​ຮັບໃຊ້​ແຕ່​ພຣະອົງ​ເທົ່ານັ້ນ ແລະ​ພຣະອົງ​ກໍ​ຈະ​ຊ່ວຍ​ເອົາ​ພວກເຈົ້າ​ໃຫ້​ພົ້ນ​ຈາກ​ອຳນາດ​ຂອງ​ພວກ​ຟີລິດສະຕິນ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka