Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຊວຍ 13:30 - ພຣະຄຳພີສັກສິ

30 ເຂດແດນ​ຂອງ​ພວກເຂົາ​ຍາວ​ອອກ​ໄປ​ຈົນເຖິງ​ມະຫານາອິມ ຮ່ວມ​ກັບ​ພູພຽງ​ບາຊານ​ທັງໝົດ​ມີ​ດັ່ງນີ້: ອານາຈັກ​ທັງໝົດ​ຂອງ​ເຈົ້າໂອກ​ກະສັດ​ແຫ່ງ​ບາຊານ ລວມທັງ​ຫົກສິບ​ໝູ່ບ້ານ​ຂອງ​ຢາອີ​ໃນ​ບາຊານ

Uka jalj uñjjattʼäta Copia luraña




ໂຢຊວຍ 13:30
11 Jak'a apnaqawi uñst'ayäwi  

ຢາໂຄບ​ໄດ້​ໃຊ້​ຄົນນຳຂ່າວ​ໄປ​ບອກ​ເອຊາວ​ອ້າຍ​ຂອງຕົນ ທີ່​ເມືອງ​ເສອີ​ໃນ​ດິນແດນ​ເອໂດມ.


ແລ້ວ​ຊາວ​ອິດສະຣາເອນ​ກໍ​ລ້ຽວ​ໄປ​ຕາມ​ທາງ​ທີ່​ມຸ່ງໜ້າ​ສູ່​ບາຊານ ແລ້ວ​ເຈົ້າໂອກ​ແຫ່ງ​ເມືອງ​ບາຊານ​ກໍໄດ້​ຍົກທັບ​ອອກ​ມາ ເພື່ອ​ໂຈມຕີ​ພວກເຂົາ​ທີ່​ເອັດເຣອີ.


ພວກເຮົາ​ໄດ້​ຢຶດເອົາ​ໝົດ​ທຸກ​ເຂດແດນ​ຂອງ​ເຈົ້າໂອກ​ໃນ​ບາຊານ ດັ່ງນີ້: ເມືອງ​ຕ່າງໆ​ຕາມ​ພູພຽງ, ຂົງເຂດ​ກີເລອາດ​ແລະ​ບາຊານ, ໄກ​ອອກ​ໄປ​ຈົນ​ຮອດ​ສາເລກາ​ແລະ​ເອັດເຣອີ. (


ໃນ​ເວລາ​ດຽວກັນ​ນັ້ນ ພວກເຮົາ​ກໍ​ຢຶດເອົາ​ທຸກ​ຕົວເມືອງ​ຂອງ​ເພິ່ນ ໂດຍ​ບໍ່ໄດ້​ປະ​ເມືອງ​ໃດ​ໄວ້. ທັງໝົດ​ທີ່​ຢຶດ​ໄດ້​ມີ 60 ເມືອງ ລວມ​ທັງ​ເຂດ​ອັກໂກບ​ທັງໝົດ ຊຶ່ງ​ເປັນ​ເມືອງ​ທີ່​ເຈົ້າໂອກ​ກະສັດ​ແຫ່ງ​ບາຊານ​ໄດ້​ປົກຄອງ.


ດິນແດນ​ຂອງ​ພວກເຂົາ​ນັ້ນ​ຍາວ​ອອກ​ໄປ​ແຕ່​ເມືອງ​ເຮັດຊະໂບນ ຈົນເຖິງ​ຣາມັດມີຊະເປ​ແລະ​ເບໂຕນີມ ແຕ່​ມະຫານາອິມ​ໄປ​ຈົນເຖິງ​ຊາຍແດນ​ຂອງ​ໂລເດບາ.


ໂມເຊ​ໄດ້​ມອບໝາຍ​ດິນແດນ​ສ່ວນ​ໜຶ່ງ​ໃຫ້​ຄອບຄົວ​ຕ່າງໆ ໃນ​ເຜົ່າ​ມານາເຊ​ເຄິ່ງເຜົ່າ​ເພື່ອ​ເປັນ​ກຳມະສິດ​ຂອງ​ພວກເຂົາ.


ຍ້ອນ​ພວກ​ເຊື້ອສາຍ​ເພດຍິງ​ໄດ້​ຮັບ​ສ່ວນ ເໝືອນກັນ​ກັບ​ພວກ​ເຊື້ອສາຍ​ເພດ​ຊາຍ. ພວກ​ເຊື້ອສາຍ​ຂອງ​ມານາເຊ​ທີ່​ເຫຼືອ​ຢູ່​ຈຶ່ງ​ໄດ້​ຮັບ​ສ່ວນ​ໃນ​ດິນແດນ​ກີເລອາດ.


ຈາກ​ເຂດແດນ​ຂອງ​ກາດ ພວກເຂົາ​ໄດ້​ຮັບ 4 ຕົວເມືອງ ມີ​ດັ່ງນີ້: ຣາໂມດ​ໃນ​ກີເລອາດ ພ້ອມ​ທັງ​ທົ່ງຫຍ້າ (ເມືອງ​ໜຶ່ງ​ໃນ​ຈຳນວນ​ເມືອງ​ລີ້ໄພ), ມະຫານາອິມ,


Jiwasaru arktasipxañani:

Anuncios ukanaka


Anuncios ukanaka