Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຊວຍ 13:3 - ພຣະຄຳພີສັກສິ

3 ແລະ​ດິນແດນ​ຂອງ​ຊາວ​ອາວິມ​ທີ່​ຢູ່​ທາງທິດໃຕ້. (ດິນແດນ​ແຕ່​ແມ່ນໍ້າ​ຊີໂຮເຣ ຕາມ​ຊາຍແດນ​ຂອງ​ປະເທດ​ເອຢິບ​ຂຶ້ນ​ໄປ​ທາງເໜືອ ຈົນເຖິງ​ເຂດແດນ​ເອັກໂຣນ​ຖື​ວ່າ​ເປັນ​ຖິ່ນ​ຂອງ​ຊາວ​ການາອານ; ບັນດາ​ຜູ້ປົກຄອງ​ຂອງ​ຊາວ​ຟີລິດສະຕິນ 5 ຄົນ ທີ່​ຢູ່​ໃນ​ເມືອງ​ກາຊາ, ເມືອງ​ອາຊະໂດດ, ເມືອງ​ອາຊະເກໂລນ, ເມືອງກາດ ແລະ​ເມືອງ​ເອັກໂຣນ).

Uka jalj uñjjattʼäta Copia luraña




ໂຢຊວຍ 13:3
18 Jak'a apnaqawi uñst'ayäwi  

ລູກຊາຍ​ຂອງ​ຮາມ​ມີ​ດັ່ງນີ້: ກູເຊ, ເອຢິບ, ລີເບຍ ແລະ​ການາອານ, ຜູ້​ທີ່​ເປັນ​ບັນພະບຸລຸດ​ຂອງ​ຊົນຊາດ ທີ່​ໃສ່​ຊື່​ດັ່ງ​ກ່າວ​ນັ້ນ​ຕໍ່ໆ​ມາ.


ແລ້ວ​ພຣະເຈົ້າຢາເວ​ກໍໄດ້​ຕັ້ງ​ພັນທະສັນຍາ​ກັບ​ອັບຣາມ ໂດຍ​ກ່າວ​ວ່າ, “ເຮົາ​ສັນຍາ​ວ່າ ຈະ​ມອບ​ດິນແດນ​ທັງໝົດ​ນີ້​ໃຫ້​ແກ່​ເຊື້ອສາຍ​ຂອງ​ເຈົ້າ ຄື​ດິນແດນ​ຕັ້ງແຕ່​ເຂດແດນ​ຂອງ​ເອຢິບ ຈົນ​ໄປ​ເຖິງ​ແມ່ນໍ້າ​ໃຫຍ່​ເອີຟຣັດ


ທີ່​ພຣະວິຫານ ກະສັດ​ໂຊໂລໂມນ​ແລະ​ປະຊາຊົນ​ອິດສະຣາເອນ​ທັງໝົດ ໄດ້​ສະເຫລີມ​ສະຫລອງ​ເທດສະການ​ປຸກຕູບຢູ່​ຕໍ່ໜ້າ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ​ເປັນ​ເວລາ​ເຈັດ​ວັນ. ປະຊາຊົນ​ຈຳນວນ​ຫລວງຫລາຍ​ໄດ້​ມາ​ຮ່ວມ​ນຳ ຄື​ມາ​ແຕ່​ທາງ​ເໜືອສຸດ​ຂອງ​ຊ່ອງແຄບ​ຮາມັດ ແລະ​ເຂດແດນ​ທາງໃຕ້​ຂອງ​ປະເທດ​ເອຢິບ.


ສະນັ້ນ ກະສັດ​ດາວິດ​ຈຶ່ງ​ໄດ້​ເຕົ້າໂຮມ​ປະຊາຊົນ​ອິດສະຣາເອນ​ຈາກ​ທົ່ວ​ປະເທດ ຄື​ຕັ້ງແຕ່​ຊາຍແດນ​ຊີໂຮເຣ​ປະເທດ​ເອຢິບ​ດ້ານ​ໃຕ້ ຈົນ​ຮອດ​ຊ່ອງແຄບ​ຮາມັດ​ທາງ​ດ້ານ​ເໜືອ ເພື່ອ​ໄປ​ເອົາ​ຫີບ​ຂອງ​ພຣະເຈົ້າ​ຈາກ​ເມືອງ​ກີຣີອາດ​ເຢອາຣີມ ມາ​ທີ່​ນະຄອນ​ເຢຣູຊາເລັມ.


ພວກເຈົ້າ​ສົ່ງ​ຄົນ​ຂ້າມ​ທະເລ​ໄປ​ຊື້ຂາຍ​ເມັດ​ພືດ​ທີ່​ເກີດ​ໃນ​ປະເທດ​ເອຢິບ ແລະ​ເຮັດ​ທຸລະກິດ​ກັບ​ທຸກ​ຊົນຊາດ.


ເຈົ້າ​ຫວັງ​ຈະ​ໄດ້​ຫຍັງ​ແດ່​ທີ່​ເຈົ້າ​ໄປ​ຫາ​ເອຢິບ ຫວັງ​ຈະ​ໄດ້​ດື່ມ​ນໍ້າ​ໃນ​ແມ່ນໍ້າ​ນິນ​ຫລື​ນີ້? ເຈົ້າ​ຫວັງ​ຈະ​ໄດ້​ຫຍັງ​ທີ່​ໄປ​ຫາ​ອັດຊີເຣຍ ຫວັງ​ຈະ​ໄດ້​ດື່ມ​ນໍ້າ​ໃນ​ແມ່ນໍ້າ​ເອີຟຣັດ​ຫລື​ນີ້?


ສ່ວນ​ດິນແດນ​ຕາມ​ແຄມ​ຝັ່ງ​ຂອງ​ທະເລ​ເມດີແຕຣາເນ ແມ່ນ​ປະຊາຊົນ​ທີ່​ມາ​ຈາກ​ເກາະ​ກະເຣເຕ​ໄດ້​ຕັ້ງ​ຫຼັກແຫຼ່ງ​ຢູ່. ພວກເຂົາ​ໄດ້​ທຳລາຍ​ລ້າງຜານ​ຊາວ​ອາວິມ ຊາວ​ພື້ນເມືອງ ແລະ​ໄດ້​ຢຶດຄອງ​ດິນແດນ​ທັງໝົດ​ຂອງ​ພວກເຂົາ ແຕ່​ໃຕ້​ສຸດ​ຈົນ​ຮອດ​ເມືອງ​ກາຊາ.


ເຖິງ​ຢ່າງ​ໃດ​ກໍຕາມ ຊາວ​ອິດສະຣາເອນ​ບໍ່ໄດ້​ຂັບໄລ່​ພວກ​ເກຊູ ແລະ​ພວກ​ມາອາກາ​ໃຫ້​ອອກ​ໄປ, ແຕ່​ພວກ​ນີ້​ຍັງ​ຢູ່​ຕາມ​ດິນແດນ​ອິດສະຣາເອນ​ຕໍ່ໄປ.


ກະສັດ​ຊາວ​ຟີລິດສະຕິນ​ຫ້າ​ຄົນ​ໄດ້​ໄປ​ຫາ​ຍິງ​ນີ້ ແລະ​ເວົ້າ​ວ່າ, “ໃຫ້​ເຈົ້າ​ຍົວະ​ຖາມ​ແຊມຊັນ​ວ່າ​ເປັນຫຍັງ​ລາວ​ຈຶ່ງ​ແຮງ​ແທ້? ພວກຂ້ອຍ​ຈະ​ຊະນະ​ລາວ, ມັດ​ລາວ ແລະ​ເຮັດ​ໃຫ້​ລາວ​ອ່ອນແຮງ​ໄດ້​ຢ່າງໃດ? ແລ້ວ​ພວກຂ້ອຍ​ແຕ່ລະຄົນ​ກໍ​ຈະ​ເອົາ​ເງິນ​ໃຫ້​ເຈົ້າ​ຜູ້ລະ​ໜຶ່ງພັນ​ໜຶ່ງຮ້ອຍ​ຫລຽນ.”


ພວກ​ທີ່​ຍັງເຫລືອ​ຢູ່​ໃນ​ດິນແດນ​ນັ້ນ ມີ​ດັ່ງນີ້: ຊາວ​ຟີລິດສະຕິນ​ຢູ່​ໃນ​ຫ້າ​ເມືອງ, ຊາວ​ການາອານ​ທັງໝົດ, ຊາວ​ຊີໂດນ ແລະ​ຊາວ​ຮີວີ​ທີ່​ຢູ່​ຕາມ​ເທິງ​ພູ​ເລບານອນ ຕັ້ງແຕ່​ພູ​ບາອານ-ເຮີໂມນ​ຈົນເຖິງ​ທາງ​ຜ່ານ​ຂອງ​ຊ່ອງແຄບ​ຮາມັດ.


ຫລັງຈາກ​ພວກ​ຟີລິດສະຕິນ​ໄດ້​ຢຶດ​ຫີບ​ຂອງ​ພຣະເຈົ້າ​ໄປ​ແລ້ວ ພວກເຂົາ​ກໍ​ຫາມ​ຫີບ​ນີ້​ອອກ​ຈາກ​ເອເບັນເອເຊ ໄປ​ສູ່​ເມືອງ​ຂອງ​ພວກເຂົາ​ທີ່​ອາຊະໂດດ,


ເມື່ອ​ເປັນ​ເຊັ່ນນີ້ ພວກເຂົາ​ຈຶ່ງ​ສົ່ງ​ຫີບ​ຂອງ​ພຣະເຈົ້າ​ແຫ່ງ​ຊາດ​ອິດສະຣາເອນ​ໄປ​ທີ່​ເມືອງ​ເອັກໂຣນ ຊຶ່ງ​ເປັນ​ເມືອງ​ຂອງ​ພວກ​ຟີລິດສະຕິນ​ອີກ​ເມືອງ​ໜຶ່ງ. ເມື່ອ​ຫີບ​ພັນທະສັນຍາ​ຂອງ​ພຣະເຈົ້າ​ນັ້ນ​ມາ​ເຖິງ​ເມືອງ​ນີ້​ແລ້ວ ປະຊາຊົນ​ກໍ​ພາກັນ​ຮ້ອງ​ຂຶ້ນ​ວ່າ, “ພວກເຂົາ​ໄດ້​ນຳ​ເອົາ​ຫີບ​ພັນທະສັນຍາ​ຂອງ​ພຣະເຈົ້າ​ແຫ່ງ​ຊາດ​ອິດສະຣາເອນ​ມາ​ທີ່​ນີ້ ເພື່ອ​ໝາຍ​ຈະ​ຂ້າ​ພວກເຮົາ​ແລະ​ປະຊາຊົນ​ຂອງ​ພວກເຮົາ.”


ສະນັ້ນ ພວກເຂົາ​ຈຶ່ງ​ໃຊ້​ພວກຜູ້ນຳ​ຂ່າວ​ໄປ​ເຊີນ​ເອົາ​ກະສັດ​ຟີລິດສະຕິນ​ຫ້າ​ຄົນ​ມາ ແລະ​ຖາມ​ວ່າ, “ພວກເຮົາ​ຄວນ​ຈະ​ເຮັດ​ຢ່າງໃດ​ກັບ​ຫີບ​ຂອງ​ພຣະເຈົ້າ​ແຫ່ງ​ຊາດ​ອິດສະຣາເອນ​ນີ້?” ພວກເພິ່ນ​ຕອບ​ວ່າ, “ໃຫ້​ເອົາ​ຫີບ​ຂອງ​ພຣະເຈົ້າ​ໄປ​ທີ່​ເມືອງກາດ.” ດັ່ງນັ້ນ ພວກເຂົາ​ຈຶ່ງ​ນຳ​ເອົາ​ຫີບ​ຂອງ​ພຣະເຈົ້າ​ແຫ່ງ​ຊາດ​ອິດສະຣາເອນ​ໄປ​ທີ່​ເມືອງກາດ ຊຶ່ງ​ເປັນ​ເມືອງ​ຂອງ​ພວກ​ຟີລິດສະຕິນ​ອີກ​ເມືອງ​ໜຶ່ງ.


ປະຊາຊົນ​ຖາມ​ວ່າ, “ພວກເຮົາ​ຈະ​ສົ່ງ​ຂອງ​ຖວາຍ​ຢ່າງ​ໃດ​ໄປ​ໃຫ້​ພຣະອົງ?” ພວກເຂົາ​ຕອບ​ວ່າ, “ຈົ່ງ​ເຮັດ​ຕຸ່ມຝີ​ເປັນ​ຄຳ​ຫ້າ​ກ້ອນ​ແລະ​ເປັນ​ໜູ​ຫ້າ​ໂຕ ແນວລະ​ຢ່າງ​ສຳລັບ​ກະສັດ​ຫ້າ​ຄົນ ເພາະ​ພວກເຈົ້າ​ທັງຫລາຍ​ແລະ​ກະສັດ​ຫ້າ​ຄົນ​ນັ້ນ ເປັນ​ພະຍາດ​ຢ່າງ​ດຽວກັນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka