Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຊວຍ 13:29 - ພຣະຄຳພີສັກສິ

29 ໂມເຊ​ໄດ້​ມອບໝາຍ​ດິນແດນ​ສ່ວນ​ໜຶ່ງ​ໃຫ້​ຄອບຄົວ​ຕ່າງໆ ໃນ​ເຜົ່າ​ມານາເຊ​ເຄິ່ງເຜົ່າ​ເພື່ອ​ເປັນ​ກຳມະສິດ​ຂອງ​ພວກເຂົາ.

Uka jalj uñjjattʼäta Copia luraña




ໂຢຊວຍ 13:29
10 Jak'a apnaqawi uñst'ayäwi  

ປະຊາຊົນ​ມານາເຊ​ເຄິ່ງເຜົ່າ​ຕາເວັນອອກ​ໄດ້​ຕັ້ງ​ຖິ່ນຖານ​ຢູ່​ທີ່​ເຂດແດນ​ຂອງ​ບາຊານ ຈົນ​ໄປ​ເຖິງ​ພາກເໜືອ​ຂອງ​ບາອານເຮີໂມນ, ເສນີ ແລະ​ທີ່​ພູ​ເຮີໂມນ; ແລະ​ປະຊາຊົນ​ຂອງ​ພວກເຂົາ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ຫລວງຫລາຍ.


ແລະ​ຢຶດຄອງ​ເອົາ​ດິນແດນ​ມາ​ເປັນ​ກຳມະສິດ. ຫລັງຈາກ​ນັ້ນ ພວກເຈົ້າ​ຈຶ່ງ​ຈະ​ສາມາດ​ກັບຄືນ​ມາ​ໄດ້ ຍ້ອນ​ພວກເຈົ້າ​ໄດ້​ເຮັດ​ຕາມ​ຄຳສັນຍາ​ທີ່​ໃຫ້​ໄວ້​ກັບ​ພຣະເຈົ້າຢາເວ ແລະ​ກັບ​ພີ່ນ້ອງ​ຊາວ​ອິດສະຣາເອນ​ຂອງ​ພວກເຈົ້າ​ແລ້ວ ພຣະເຈົ້າຢາເວ​ກໍ​ຈະ​ຮັບ​ຮູ້​ວ່າ ດິນແດນ​ທີ່​ທາງ​ຟາກ​ຕາເວັນອອກ​ນີ້​ເປັນ​ຂອງ​ພວກເຈົ້າ​ຕໍ່ໜ້າ​ພຣະເຈົ້າຢາເວ.


ດັ່ງນັ້ນ ໂມເຊ​ຈຶ່ງ​ມອບ​ເມືອງ​ກີເລອາດ​ໃຫ້​ຕະກຸນ​ມາກີ ລູກຊາຍ​ຂອງ​ມານາເຊ ແລະ​ພວກເຂົາ​ກໍ​ພາກັນ​ຕັ້ງ​ຫຼັກແຫຼ່ງ​ຢູ່​ໃນ​ທີ່ນັ້ນ.


ສຳລັບ​ເຜົ່າ​ມານາເຊ​ເຄິ່ງ​ເຜົ່າ ຂ້າພະເຈົ້າ​ໄດ້​ມອບ​ສ່ວນ​ທີ່​ເຫຼືອ​ຂອງ​ກີເລອາດ ແລະ​ດິນ​ທຸກ​ເຂດ​ຂອງ​ບາຊານ​ດ້ວຍ ບ່ອນ​ທີ່​ເຈົ້າໂອກ​ໄດ້​ປົກຄອງ​ຄື​ຂົງເຂດ​ອັກໂກບ​ທັງໝົດ.” (ບາຊານ​ເປັນ​ທີ່​ຮູ້ຈັກ​ກັນ​ວ່າ ເປັນ​ດິນແດນ​ຂອງ​ຊາວ​ເຣຟາອິມ.


ອັນ​ນີ້​ແມ່ນ​ເມືອງ​ຕ່າງໆ ທີ່​ໄດ້​ຖືກ​ມອບໝາຍ​ໃຫ້​ເປັນ​ກຳມະສິດ​ຂອງ​ບັນດາ​ຄອບຄົວ​ໃນ​ເຜົ່າກາດ.


ເຂດແດນ​ຂອງ​ພວກເຂົາ​ຍາວ​ອອກ​ໄປ​ຈົນເຖິງ​ມະຫານາອິມ ຮ່ວມ​ກັບ​ພູພຽງ​ບາຊານ​ທັງໝົດ​ມີ​ດັ່ງນີ້: ອານາຈັກ​ທັງໝົດ​ຂອງ​ເຈົ້າໂອກ​ກະສັດ​ແຫ່ງ​ບາຊານ ລວມທັງ​ຫົກສິບ​ໝູ່ບ້ານ​ຂອງ​ຢາອີ​ໃນ​ບາຊານ


ດ້ວຍເຫດນີ້ ພວກ​ມານາເຊ​ຈຶ່ງ​ໄດ້​ຮັບ​ສິບ​ສ່ວນ ລວມທັງ​ກີເລອາດ ແລະ​ບາຊານ​ທາງທິດ​ຕາເວັນອອກ​ຂອງ​ແມ່ນໍ້າ​ຈໍແດນ


ຍ້ອນ​ພວກ​ເຊື້ອສາຍ​ເພດຍິງ​ໄດ້​ຮັບ​ສ່ວນ ເໝືອນກັນ​ກັບ​ພວກ​ເຊື້ອສາຍ​ເພດ​ຊາຍ. ພວກ​ເຊື້ອສາຍ​ຂອງ​ມານາເຊ​ທີ່​ເຫຼືອ​ຢູ່​ຈຶ່ງ​ໄດ້​ຮັບ​ສ່ວນ​ໃນ​ດິນແດນ​ກີເລອາດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka