26 ດິນແດນຂອງພວກເຂົານັ້ນຍາວອອກໄປແຕ່ເມືອງເຮັດຊະໂບນ ຈົນເຖິງຣາມັດມີຊະເປແລະເບໂຕນີມ ແຕ່ມະຫານາອິມໄປຈົນເຖິງຊາຍແດນຂອງໂລເດບາ.
ລາບານອວຍພອນອີກວ່າ, “ຂໍໃຫ້ພຣະເຈົ້າຢາເວເຝົ້າຄອຍເບິ່ງພວກເຮົາ ເວລາຫ່າງຈາກກັນໄປ.” ດັ່ງນັ້ນ ບ່ອນນີ້ຈຶ່ງມີຊື່ອີກວ່າ, “ມີຊະປາ.”
ເມື່ອກະສັດດາວິດມາຮອດເມືອງມະຫານາອິມ; ໂຊບີ ລູກຊາຍຂອງນາຮາດຈາກເມືອງຣັບບາໃນອຳໂມນກໍມາພົບເພິ່ນ; ມາກີ ລູກຊາຍຂອງອຳມີເອນຈາກໂລເດບາກໍໄດ້ມາພົບເພິ່ນຄືກັນ ແລະບາກຊິນໄລ ຈາກໂຣເກລິມໃນກີເລອາດກໍມາພົບເພິ່ນດ້ວຍ.
ອັບເນລູກຊາຍຂອງເນຣະ ຜູ້ບັນຊາການທະຫານຂອງກະສັດໂຊນ ໄດ້ປົບໜີໄປກັບອີຊະໂບເຊັດລູກຊາຍຂອງກະສັດໂຊນ. ພວກເຂົາໄດ້ຂ້າມແມ່ນໍ້າຈໍແດນໄປທີ່ເມືອງມະຫານາອິມ.
ກະສັດອາຮາບໄດ້ຖາມຂ້າຣາຊການຂອງເພິ່ນວ່າ, “ເປັນຫຍັງພວກເຮົາຈຶ່ງບໍ່ເຮັດສິ່ງໃດສິ່ງໜຶ່ງ ເພື່ອເອົາເມືອງຣາໂມດໃນກີເລອາດຄືນມາຈາກກະສັດແຫ່ງຊີເຣຍ? ເພາະມັນເປັນເມືອງຂອງພວກເຮົາ.”
ອາຮີນາດາບ ລູກຊາຍຂອງອິດໂດ ຮັບຜິດຊອບເຂດທ້ອງຖິ່ນມະຫານາອິມ.
ເຂດແດນຂອງພວກເຂົານັ້ນ ມີດັ່ງນີ້: ຢາເຊແລະເມືອງທັງໝົດຕາມພູກີເລອາດ, ດິນແດນເຄິ່ງໜຶ່ງຂອງຊາວອຳໂມນໄປຈົນເຖິງເມືອງອາໂຣເອ ທີ່ຢູ່ທາງທິດຕາເວັນອອກຂອງຣັບບາ
ສ່ວນທີ່ຢູ່ໃນຮ່ອມພູຈໍແດນນັ້ນມີດັ່ງນີ້: ເບັດຮາຣາມ, ເບັດນີມຣາ, ຊຸກໂກດ ແລະຊາໂຟນ ແລະອານາຈັກສ່ວນທີ່ເຫຼືອຂອງເຈົ້າສີໂຫນກະສັດແຫ່ງເຮັດຊະໂບນ. ສ່ວນເຂດແດນຂອງພວກເຂົາທາງດ້ານຕາເວັນຕົກນັ້ນ ແມ່ນແມ່ນໍ້າຈໍແດນເລີຍໄປທາງທິດເໜືອຈົນເຖິງທະເລສາບຄາລີເລ.
ທາງທິດຕາເວັນອອກຂອງແມ່ນໍ້າຈໍແດນໃນຖິ່ນແຫ້ງແລ້ງກັນດານ ຕາມພູພຽງທາງທິດຕາເວັນອອກຂອງເມືອງເຢຣິໂກ ພວກເຂົາໄດ້ເລືອກເອົາເມືອງເບເຊໃນເຂດແດນຂອງເຜົ່າຣູເບັນ; ເມືອງຣາໂມດໃນກີເລອາດໃນເຂດແດນຂອງເຜົ່າກາດ ແລະເມືອງໂກລານແຫ່ງບາຊານໃນເຂດແດນຂອງເຜົ່າມານາເຊ.
ຈາກເຂດແດນຂອງກາດ ພວກເຂົາໄດ້ຮັບ 4 ຕົວເມືອງ ມີດັ່ງນີ້: ຣາໂມດໃນກີເລອາດ ພ້ອມທັງທົ່ງຫຍ້າ (ເມືອງໜຶ່ງໃນຈຳນວນເມືອງລີ້ໄພ), ມະຫານາອິມ,
ຕໍ່ມາ ຊາວອຳໂມນໄດ້ຕຽມພົນສູ້ຮົບ ແລະມາຕັ້ງຄ້າຍຢູ່ທີ່ເຂດແດນກີເລອາດ. ຝ່າຍພວກອິດສະຣາເອນກໍໄດ້ມາເຕົ້າໂຮມກັນ ແລະຕັ້ງຄ້າຍທີ່ເມືອງມີຊະປາໃນກີເລອາດເຊັ່ນກັນ.
ດັ່ງນັ້ນ ເຢັບທາຈຶ່ງຄືນເມືອກັບພວກຜູ້ນຳຊາວກີເລອາດ ແລະປະຊາຊົນໄດ້ແຕ່ງຕັ້ງລາວໃຫ້ເປັນນາຍແລະເປັນຜູ້ນຳຂອງພວກເຂົາ. ຝ່າຍເຢັບທາກໍກ່າວປະຕິຍານທີ່ມີຊະປາ ຊ້ອງໜ້າພຣະເຈົ້າຢາເວ.
ແລ້ວພຣະວິນຍານຂອງພຣະເຈົ້າຢາເວກໍລົງມາສະຖິດກັບເຢັບທາ. ລາວໄດ້ໄປທາງເມືອງກີເລອາດແລະມານາເຊແລະກັບຄືນມາທີ່ມີຊະປາໃນກີເລອາດ ແລະເດີນທາງເຂົ້າໄປສູ່ດິນແດນຂອງຊາວອຳໂມນ.