25 ເຂດແດນຂອງພວກເຂົານັ້ນ ມີດັ່ງນີ້: ຢາເຊແລະເມືອງທັງໝົດຕາມພູກີເລອາດ, ດິນແດນເຄິ່ງໜຶ່ງຂອງຊາວອຳໂມນໄປຈົນເຖິງເມືອງອາໂຣເອ ທີ່ຢູ່ທາງທິດຕາເວັນອອກຂອງຣັບບາ
ປີຕໍ່ມາ ໃນລະດູໃບໄມ້ປົ່ງ ເປັນເວລາທີ່ກະສັດທັງຫລາຍເຄີຍອອກໄປສູ້ຮົບ. ກະສັດດາວິດໄດ້ສົ່ງໂຢອາບ, ພວກນາຍທະຫານຂອງຕົນ ແລະກອງທັບອິດສະຣາເອນອອກໄປເຮັດເສິກ. ພວກເຂົາໄດ້ເອົາຊະນະຊາວອຳໂມນ ແລະປິດລ້ອມເມືອງຣັບບາໄວ້ ສ່ວນກະສັດດາວິດນັ້ນຢູ່ໃນນະຄອນເຢຣູຊາເລັມ.
ໃນຂະນະດຽວກັນນັ້ນ ໂຢອາບກໍພວມສືບຕໍ່ໂຈມຕີຣັບບາ ເມືອງຫລວງຂອງຊາວອຳໂມນ ແລະໃກ້ຈະຢຶດເອົາໄດ້ແລ້ວ.
ພວກເຂົາຂ້າມແມ່ນໍ້າຈໍແດນໄປຕັ້ງຄ້າຍຢູ່ທາງທິດໃຕ້ຂອງອາໂຣເອ ຊຶ່ງເປັນເມືອງໜຶ່ງທີ່ຢູ່ກາງຮ່ອມພູໃນເຂດແດນຂອງເຜົ່າກາດ. ຈາກບ່ອນນີ້ ພວກເຂົາກໍອອກໄປທາງທິດເໜືອຈົນເຖິງເມືອງຢາເຊ
ເຢຣິຢາເປັນຫົວໜ້າໃນເຊື້ອສາຍຂອງເຮັບໂຣນ. (ໃນຣາຊການປີທີສີ່ສິບຂອງກະສັດດາວິດ ໄດ້ມີການສືບສວນເບິ່ງສາຍຄອບຄົວຂອງເຮັບໂຣນ ຕະຫລອດທັງທະຫານຜູ້ທີ່ເກັ່ງກ້າຂອງຄອບຄົວນີ້ ທີ່ຍັງມີຊີວິດຢູ່ທີ່ອາໄສຢູ່ຢາເຊໃນກີເລອາດ.)
ເຮັດຊະໂບນແລະຢາເຊ ພ້ອມທັງທົ່ງຫຍ້າທີ່ຢູ່ອ້ອມຮອບນັ້ນ.
ທົ່ງໄຮ່ທົ່ງນາຂອງເມືອງເຮັດຊະໂບນ ແລະສວນໝາກອະງຸ່ນຂອງເມືອງສິບມາກໍຈະຖືກທຳລາຍ ຄືສວນໝາກອະງຸ່ນຂອງຄົນທີ່ໃຊ້ເຫຼົ້າອະງຸ່ນເຮັດໃຫ້ຊົນຊາດຕ່າງໆມືນເມົາ. ໃນສະໄໝໜຶ່ງຕົ້ນອະງຸ່ນໄດ້ແຜ່ຜາຍອອກໄປຮອດເມືອງຢາເຊ ແລະຈົນເຖິງທິດຕາເວັນຕົກຟາກທະເລຕາຍເບຶ້ອງນັ້ນ.
ເມືອງຕ່າງໆຂອງຊີເຣຍຈະເປົ່າຮ້າງຫວ່າງຄົນຕະຫລອດໄປ. ເມືອງເຫຼົ່ານັ້ນຈະເປັນທົ່ງຫຍ້າ ໃຫ້ຝູງແກະແລະຝູງງົວ ແລະຈະບໍ່ມີຜູ້ໃດໄລ່ພວກມັນໜີໄປ.
ເຮົາຈະຮ້ອງໄຫ້ໃຫ້ປະຊາຊົນສິບມາ ຫລາຍກວ່າປະຊາຊົນຢາເຊອີກ. ເມືອງສິບມາເອີຍ ເຈົ້າເປັນດັ່ງຕົ້ນອະງຸ່ນຊຶ່ງງ່າໄປຈຸຮອດທະເລຕາຍ ແລະໄປໄກຈົນຮອດເມືອງຢາເຊ, ແຕ່ບັດນີ້ໝາກໄມ້ລະດູຮ້ອນ ແລະໝາກອະງຸ່ນຂອງພວກເຈົ້າຖືກທຳລາຍສາແລ້ວ.
ທາງສາຍທີໜຶ່ງຊີ້ໃຫ້ກະສັດມາທາງຣັບບາ ເມືອງຂອງຊາວອຳໂມນ; ແລະຖະໜົນສາຍອື່ນອີກໃຫ້ມາທາງດິນແດນຢູດາຍ ຄືມາສູ່ນະຄອນເຢຣູຊາເລັມເມືອງທີ່ມີປ້ອມລ້ອມດ້ວຍກຳແພງ.
ສະນັ້ນ ເຮົາຈະສົ່ງໄຟລົງມາໄໝ້ກຳແພງເມືອງຣັບບາ ແລະຈູດປ້ອມປ້ອງກັນຂອງເມືອງນີ້. ໃນວັນສູ້ຮົບນັ້ນຈະມີສຽງໂຮ່ຮ້ອງກ້ອງສະໜັ່ນ ແລະການຕໍ່ສູ້ກໍຈະດຸເດືອດດັ່ງລົມພະຍຸ.
ແລະໂມເຊໄດ້ສົ່ງພວກນັກສືບເຂົ້າໄປສອດແນມເບິ່ງຊ່ອງທາງ ທີ່ດີທີ່ສຸດເພື່ອເຂົ້າໂຈມຕີເມືອງຢາເຊ. ຊາວອິດສະຣາເອນຈຶ່ງຢຶດເອົາຕົວເມືອງໄດ້ ພ້ອມທັງເມືອງເລັກເມືອງນ້ອຍທີ່ຢູ່ອ້ອມແອ້ມນັ້ນ ແລະໄດ້ຂັບໄລ່ຊາວອາໂມທີ່ອາໄສຢູ່ໃນເມືອງເຫຼົ່ານີ້ອອກໄປ.
ອັດໂຣດໂຊຟັນ, ຢາເຊ, ໂຢກເບຮາ,
ແລ້ວເຈົ້າກໍຈະໄປໃກ້ດິນແດນຂອງພວກອຳໂມນ ເຊື້ອສາຍຂອງໂລດ. ຢ່າສ້າງຄວາມເດືອດຮ້ອນໃຫ້ພວກເຂົາ ຫລືລົງມືເຮັດເສິກຕໍ່ສູ້ພວກເຂົາ ເພາະເຮົາຈະບໍ່ມອບດິນແດນສ່ວນໃດໆ ທີ່ເຮົາໄດ້ມອບໃຫ້ພວກເຂົານັ້ນໃຫ້ແກ່ພວກເຈົ້າ.’
ເຈົ້າໂອກແມ່ນກະສັດຄົນສຸດທ້າຍຂອງຊາວເຣຟາອິມ. ບ່ອນໃສ່ສົບ ຂອງເພິ່ນເຮັດດ້ວຍຫີນ ຍາວ 4 ແມັດ ແລະກວ້າງປະມານ 2 ແມັດ ຊຶ່ງຍັງມີຄົນເຫັນຢູ່ໃນເມືອງຣັບບາຂອງຊາວອຳໂມນ.)”
ດິນແດນນັ້ນຍັງລວມເອົາທັງກີເລອາດ, ອານາເຂດຂອງຊາວເກຊູແລະຊາວມາອາກາ, ພູເຂົາເຮີໂມນທັງໝົດ ແລະພູພຽງບາຊານທັງໝົດຈົນເຖິງເມືອງສາເລກາ.
ໂມເຊຍັງໄດ້ມອບດິນແດນສ່ວນໜຶ່ງໃຫ້ຄອບຄົວຕ່າງໆ ທີ່ຢູ່ໃນເຜົ່າກາດເພື່ອເປັນກຳມະສິດຂອງພວກເຂົາ.
ດິນແດນຂອງພວກເຂົານັ້ນຍາວອອກໄປແຕ່ເມືອງເຮັດຊະໂບນ ຈົນເຖິງຣາມັດມີຊະເປແລະເບໂຕນີມ ແຕ່ມະຫານາອິມໄປຈົນເຖິງຊາຍແດນຂອງໂລເດບາ.
ເຮັດຊະໂບນ ແລະຢາເຊ ພ້ອມທັງທົ່ງຫຍ້າ.
ສ່ວນເຜົ່າກາດຍັງຢູ່ທາງຝັ່ງແມ່ນໍ້າຈໍແດນ ເຜົ່າດານກໍຢູ່ທີ່ກຳປັ່ນຂອງພວກເຂົາພຸ້ນ. ເຜົ່າອາເຊກໍອາໄສຢູ່ຕາມແຄມຝັ່ງທະເລຫລວງ ທີ່ທ່າເຮືອທັງຫລາຍຕາມຊາຍຝັ່ງທະເລພຸ້ນ.