2 ເຂດແດນທັງໝົດຂອງຊາວຟີລິດສະຕິນແລະຊາວເກຊູ
ປາທະຣູ, ກັດສະລູ ແລະ ກະເຣເຕ ຊຶ່ງພວກນີ້ໄດ້ສືບເຊື້ອສາຍໃຫ້ຊາວຟີລິດສະຕິນ.
ຢູ່ຕໍ່ມາ ມີການອຶດຢາກເກີດຂຶ້ນໃນປະເທດຊຶ່ງການອຶດຢາກເຊັ່ນນີ້ ເຄີຍມີມາແລ້ວໃນສະໄໝຂອງອັບຣາຮາມ. ອີຊາກຈຶ່ງໄປຫາເຈົ້າອາບີເມເຫຼັກ ຜູ້ທີ່ເປັນກະສັດຂອງຊາວຟີລິດສະຕິນທີ່ເມືອງເກຣາກ.
ເມື່ອຂ້ານ້ອຍຢູ່ທີ່ເມືອງເກຊູໃນຊີເຣຍນັ້ນ ຂ້ານ້ອຍໄດ້ສາບານໄວ້ວ່າ, ຖ້າພຣະເຈົ້າຢາເວໃຫ້ຂ້ານ້ອຍກັບຄືນມາທີ່ນະຄອນເຢຣູຊາເລັມ ຂ້ານ້ອຍຈະນະມັດສະການພຣະເຈົ້າຢາເວທີ່ເມືອງເຮັບໂຣນ.”
ກີເລອາບ ຜູ້ທີ່ເປັນແມ່ແມ່ນນາງອາບີກາຍຊາວກາເມນ ເມຍໝ້າຍຂອງນາບານ; ອັບຊາໂລມ ຜູ້ທີ່ເປັນແມ່ແມ່ນນາງມາອາກາ ລູກສາວຂອງກະສັດຕານໄມແຫ່ງເກຊູ;
ເມືອງຕີເຣ, ເມືອງຊີໂດນ ແລະທົ່ວທັງປະເທດຟີລິດສະຕິນເອີຍ ພວກເຈົ້າຢາກຈະເຮັດຫຍັງກັບເຮົາ? ພວກເຈົ້າພະຍາຍາມແກ້ແຄ້ນເຮົາຊັ້ນບໍ? ຖ້າພວກເຈົ້າຄິດແກ້ແຄ້ນເຮົາ ເຮົາກໍຈະຕອບໂຕ້ຄືນໃນທັນທີ.
ເຄາະກຳເປັນຂອງພວກເຈົ້າສາແລ້ວ ຊາວເກເຣັດເອີຍ ຄືປະຊາຊົນທີ່ຢູ່ຕາມແຄມຝັ່ງທະເລ. ຖ້ອຍຄຳຂອງພຣະເຈົ້າຢາເວໄດ້ກ່າວໂທດພວກເຈົ້າ ໂອ ການາອານດິນແດນແຫ່ງຊາວຟີລິດສະຕິນເອີຍ ພຣະອົງຈະທຳລາຍພວກເຈົ້າ ແລະຈະບໍ່ມີຜູ້ໃດໃນພວກເຈົ້າລອດຊີວິດ.
ຢາອີຜູ້ທີ່ເປັນຄົນໃນເຜົ່າມານາເຊ ໄດ້ຢຶດຄອງຂົງເຂດອັກໂກບທັງໝົດ ຄືບາຊານ ໄກອອກໄປຈົນຮອດຊາຍແດນຂອງເກຊູແລະມາອາກາ. ລາວໃສ່ຊື່ໝູ່ບ້ານເຫຼົ່ານັ້ນຕາມຊື່ຂອງຕົນ ຊຶ່ງຍັງເປັນທີ່ຮູ້ຈັກກັນວ່າໝູ່ບ້ານຂອງຢາອີ.)
ອານາຈັກຂອງເພິ່ນນັ້ນມີດັ່ງນີ້: ພູເຂົາເຮີໂມນ, ສາເລກາ ແລະທົ່ວທັງບາຊານໄກອອກໄປ, ຈົນເຖິງເຂດແດນຂອງພວກເກຊູແລະພວກມາອາກາ ລວມທັງເຄິ່ງໜຶ່ງຂອງກີເລອາດໄກອອກໄປຈົນເຖິງເຂດແດນຂອງເຈົ້າສີໂຫນ ກະສັດແຫ່ງເຮັດຊະໂບນ.
ດິນແດນນັ້ນຍັງລວມເອົາທັງກີເລອາດ, ອານາເຂດຂອງຊາວເກຊູແລະຊາວມາອາກາ, ພູເຂົາເຮີໂມນທັງໝົດ ແລະພູພຽງບາຊານທັງໝົດຈົນເຖິງເມືອງສາເລກາ.
ເຖິງຢ່າງໃດກໍຕາມ ຊາວອິດສະຣາເອນບໍ່ໄດ້ຂັບໄລ່ພວກເກຊູ ແລະພວກມາອາກາໃຫ້ອອກໄປ, ແຕ່ພວກນີ້ຍັງຢູ່ຕາມດິນແດນອິດສະຣາເອນຕໍ່ໄປ.
ເພາະເຫດນັ້ນ ພຣະເຈົ້າຢາເວຈຶ່ງໄດ້ປ່ອຍບາງຊົນຊາດໃຫ້ເຫຼືອຢູ່ໃນດິນແດນເພື່ອທົດສອບຊາວອິດສະຣາເອນ ຜູ້ທີ່ຍັງບໍ່ເຄີຍຜ່ານການສູ້ຮົບໃນດິນແດນການາອານ.
ໃນສະໄໝນັ້ນ ດາວິດກັບທະຫານຂອງເພິ່ນກໍໄດ້ໂຈມຕີຊາວເກຊູ, ຊາວກີຣິຊີ ແລະຊາວອາມາເຫຼັກ ຊຶ່ງເປັນພວກທີ່ຢູ່ໃນດິນແດນນັ້ນດົນນານມາແລ້ວ. ເພິ່ນໄດ້ຫລອນໂຈມຕີດິນແດນຂອງພວກເຂົາ ໄປຈົນເຖິງເມືອງຊູເຣແລະລົງໄປເຖິງດິນແດນປະເທດເອຢິບ.