ຕໍ່ໄປນີ້ແມ່ນສິ່ງທີ່ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ ພຣະເຈົ້າຂອງຊາດອິດສະຣາເອນກ່າວເຖິງດິນແດນໂມອາບວ່າ, “ຊາວເມືອງເນໂບຊ່າງໜ້າສົງສານແທ້ເດ ເມືອງຂອງພວກເຂົາຖືກທຳລາຍຈິບຫາຍສາແລ້ວ ເມືອງກີຣິອາດທາອິມກໍຖືກຢຶດໄດ້ແລ້ວຄືກັນ ເມືອງທີ່ມີປ້ອມປ້ອງກັນແໜ້ນໜາກໍຖືກທັບມ້າງ. ຊາວເມືອງທຸກຄົນຕ່າງກໍຕົກໃຈຢ້ານກົວ ແລະພວກເຂົາກໍຖືກອັບອາຍຂາຍໜ້າ;