Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຊວຍ 13:17 - ພຣະຄຳພີສັກສິ

17 ດິນແດນ​ສ່ວນ​ນີ້​ກວມເອົາ​ທັງ​ເມືອງ​ເຮັດຊະໂບນ ແລະ​ເມືອງ​ຕ່າງໆ​ທີ່​ພູພຽງ​ນີ້ ມີ​ດັ່ງນີ້, ດີໂບນ, ບາມົດ​ບາອານ, ເບັດ​ບາອານ​ເມໂອນ,

Uka jalj uñjjattʼäta Copia luraña




ໂຢຊວຍ 13:17
17 Jak'a apnaqawi uñst'ayäwi  

ແລະ​ເບລາ​ລູກຊາຍ​ຂອງ​ອາສາ ແລະ​ຫລານຊາຍ​ເຊມາ​ໃນ​ຕະກຸນ​ໂຢເອນ. ຕະກຸນ​ນີ້​ໄດ້​ອາໄສ​ຢູ່​ທີ່​ອາໂຣເອ​ແລະ​ທີ່​ເຂດແດນ, ແຕ່​ຕອນເໜືອ​ໄປ​ເຖິງ​ເນໂບ​ແລະ​ບາອານ​ເມໂອນ.


ປະຊາຊົນ​ສ່ວນ​ຫລາຍ​ແມ່ນ​ໄດ້​ອາໄສ​ຢູ່​ໃນ​ເມືອງນ້ອຍ ໃກ້​ກັບ​ໄຮ່​ນາ​ຂອງ​ພວກເຂົາ. ພວກ​ທີ່​ເປັນ​ຄົນ​ໃນ​ເຜົ່າ​ຂອງ​ຢູດາ​ໄດ້​ອາໄສ​ຢູ່​ໃນ​ເມືອງ​ກີຣິອາດ​ອາກບາ, ດີໂບນ ແລະ​ເຢກັບເຊເອນ ແລະ​ໃນ​ໝູ່ບ້ານ​ຕ່າງໆ​ທີ່​ໃກ້ຄຽງ​ກັບ​ເມືອງ​ເຫຼົ່ານັ້ນ.


ພວກເຈົ້າ​ຜູ້​ທີ່​ອາໄສ​ຢູ່​ໃນ​ເມືອງ​ດີໂບນ​ເອີຍ ລົງ​ຈາກ​ຕຳແໜ່ງ​ສູງ​ຂອງ​ພວກເຈົ້າ​ສາ​ເທາະ ແລະ​ລົງ​ມາ​ນັ່ງ​ໃນ​ຂີ້ຝຸ່ນ​ເທິງ​ພື້ນດິນ​ສາ ຜູ້​ທຳລາຍ​ໄດ້​ມາ ແລະ​ປ້ອມ​ຖືກ​ເພພັງ​ແລ້ວ.


ການຕັດສິນ​ໄດ້​ມາຮອດ​ເມືອງ​ຕ່າງໆ​ຕາມ​ພູພຽງ​ແລ້ວ ດັ່ງນີ້: ໂຮໂລນ, ຢາຊາ, ເມຟາອາດ,


ກີຣິອາດທາອິມ, ເບັດຄາມູນ, ເບັດເມໂອນ,


ບໍ່ມີ​ແມ່ນແຕ່​ເມືອງ​ໜຶ່ງ​ຈະ​ຫວິດ​ອັນຕະລາຍ ບໍ່ມີ​ເມືອງໃດ​ຈະ​ພົ້ນ​ຖືກ​ທຳລາຍ​ໄດ້. ຮ່ອມພູ ແລະ​ທົ່ງພຽງ​ຈະ​ຖືກ​ຮົກຮ້າງ​ຫວ່າງເປົ່າ ຕາມທີ່​ພຣະເຈົ້າຢາເວ​ໄດ້​ກ່າວ​ໄວ້.


ເຮົາ​ຈະ​ປະ​ໃຫ້​ເມືອງ​ທັງຫລາຍ​ທີ່​ປ້ອງກັນ​ຊາຍແດນ​ຂອງ​ໂມອາບ ຖືກ​ໂຈມຕີ​ລວມທັງ​ເມືອງ​ທີ່​ສວຍງາມ​ດ້ວຍ ເຊັ່ນ: ເບັດ​ເຢຊີໂມດ, ບາອານ​ເມໂອນ ແລະ​ກີຣິອາດທາອິມ.


ແລະ​ຈາກ​ມັດຕານາ​ເຖິງ​ນາຮາລີເອນ ແລະ​ຈາກ​ນາ​ຮາລີເອນ​ເຖິງ​ບາໂມດ


ເຮັດຊະໂບນ​ເປັນ​ເມືອງ​ຫລວງ​ຂອງ​ເຈົ້າສີໂຫນ ກະສັດ​ຂອງ​ຊາວ​ອາໂມ; ເພິ່ນ​ໄດ້​ຊະນະ​ກະສັດ​ແຫ່ງ​ໂມອາບ​ຄົນ​ກ່ອນ ແລ້ວ​ກໍ​ຢຶດຄອງ​ເອົາ​ດິນແດນ​ທັງໝົດ​ມາ​ປົກຄອງ ຈົນ​ຮອດ​ແມ່ນໍ້າ​ອາກໂນນ.


ແຕ່​ບັດນີ້ ລູກຫລານ​ຂອງ​ພວກເຂົາ​ນັ້ນ ຊໍ້າ​ຖືກ​ທຳລາຍ​ຖິ້ມ​ໝົດ; ຕາຍ​ຢາຍ​ກັນ​ຕາມ​ທາງ ແຕ່​ເຮັດຊະໂບນ​ເຖິງ​ດີໂບນ​ພຸ້ນ. ຕາຍ​ແຕ່​ນາຊິມ​ດ້ວຍ ຈົນເຖິງ​ເມືອງ​ໂນຟາ​ແດ່; ຄື​ບ່ອນ​ທີ່​ຢູ່​ໃກ້ ກັບ​ເຂດ​ເມເດບາ”.


ເຊົ້າ​ວັນໃໝ່​ມາ ເຈົ້າ​ບາຫລາກ​ໄດ້​ພາ​ບາລາອາມ​ຂຶ້ນ​ໄປ​ທີ່​ເມືອງ​ບາໂມດ-ບາອານ ຈາກ​ບ່ອນ​ນັ້ນ​ບາລາອາມ​ສາມາດ​ຫລຽວ​ເຫັນ​ປະຊາຊົນ​ອິດສະຣາເອນ​ສ່ວນ​ໜຶ່ງ​ໄດ້.


ເນໂບ, ບາອານ​ເມໂອນ (ຊື່​ນີ້​ຕໍ່ມາ​ໄດ້​ປ່ຽນ​ໃໝ່) ແລະ​ສິບມາ. ພວກເຂົາ​ໄດ້​ປ່ຽນ​ຊື່​ໃຫ້​ເມືອງ​ທີ່​ໄດ້​ສ້າງ​ຂຶ້ນ​ໃໝ່​ເຫຼົ່ານັ້ນ​ທັງໝົດ.


ເຂດແດນ​ຂອງ​ພວກເຂົາ​ຍາວ​ອອກ​ໄປ​ຈົນເຖິງ​ເມືອງ​ອາໂຣເອ (ຢູ່​ທີ່​ແຄມ​ຮ່ອມພູ​ອາກໂນນ) ແລະ​ໄປ​ຈົນເຖິງ​ເມືອງ​ທີ່​ຢູ່​ກາງ​ຮ່ອມພູ​ຕະຫລອດ​ທັງ​ພູພຽງ​ທັງໝົດ ທີ່​ຢູ່​ອ້ອມແອ້ມ​ເມືອງ​ເມເດບາ.


ຢາຮາດ, ເກເດໂມດ, ເມຟາອາດ,


ໂມເຊ​ໄດ້​ມອບ​ດິນແດນ​ທາງທິດ​ຕາເວັນອອກ​ຂອງ​ແມ່ນໍ້າ​ຈໍແດນ ໃຫ້​ຊາວ​ອິດສະຣາເອນ​ສອງ​ເຜົ່າ​ເຄິ່ງ​ແລ້ວ. (ເຊື້ອສາຍ​ຂອງ​ໂຢເຊັບ​ຖືກ​ແບ່ງ​ອອກ​ເປັນ​ສອງ​ເຜົ່າ: ມານາເຊ​ແລະ​ເອຟຣາອິມ) ເຖິງ​ຢ່າງ​ໃດ​ກໍຕາມ ໂມເຊ​ບໍ່ໄດ້​ມອບ​ດິນແດນ​ສ່ວນ​ໃດ​ເລີຍ​ໃຫ້​ຊາວ​ເລວີ.


ແຕ່​ສຳລັບ​ພວກເລວີ​ແລ້ວ ພວກເຂົາ​ຈະ​ບໍ່ໄດ້​ຮັບ​ດິນແດນ​ສ່ວນ​ໃດໆ​ເໝືອນ​ດັ່ງ​ພວກເຈົ້າ ເພາະ​ສ່ວນ​ຂອງ​ພວກເຂົາ​ແມ່ນ​ຮັບໃຊ້​ພຣະເຈົ້າຢາເວ​ໃນ​ຖານະ​ເປັນ​ປະໂຣຫິດ. ສ່ວນ​ເຜົ່າກາດ, ເຜົ່າ​ຣູເບັນ ແລະ​ເຜົ່າ​ມານາເຊ​ຕາເວັນອອກ​ນັ້ນ​ໄດ້​ຮັບ​ດິນແດນ ທາງ​ຝັ່ງ​ຕາເວັນອອກ​ຂອງ​ແມ່ນໍ້າ​ຈໍແດນ​ແລ້ວ ຊຶ່ງ​ໂມເຊ​ຜູ້ຮັບໃຊ້​ຂອງ​ພຣະເຈົ້າຢາເວ​ໄດ້​ມອບ​ໃຫ້​ແກ່​ພວກເຂົາ.”


ມັນ​ເປັນ​ເວລາ​ເຖິງ​ສາມຮ້ອຍ​ປີ​ຜ່ານ​ມາ​ແລ້ວ ທີ່​ຊາດ​ອິດສະຣາເອນ​ໄດ້​ຄອບຄອງ​ເຮັດຊະໂບນ​ແລະ​ອາໂຣເອ ພ້ອມ​ທັງ​ເມືອງເລັກ​ເມືອງນ້ອຍ​ທີ່​ຢູ່​ອ້ອມແອ້ມ​ນັ້ນ ຕະຫລອດ​ທັງ​ຫົວເມືອງ​ຕ່າງໆ​ທີ່​ຢູ່​ຕາມ​ແຄມຝັ່ງ​ຂອງ​ຫ້ວຍນໍ້າ​ອາກໂນນ. ຕະຫລອດ​ເວລາ​ທີ່​ຜ່ານ​ມາ​ນັ້ນ ເປັນຫຍັງ​ທ່ານ​ຈຶ່ງ​ບໍ່​ຢຶດ​ຄືນ?


Jiwasaru arktasipxañani:

Anuncios ukanaka


Anuncios ukanaka