Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຊວຍ 13:16 - ພຣະຄຳພີສັກສິ

16 ເຂດແດນ​ຂອງ​ພວກເຂົາ​ຍາວ​ອອກ​ໄປ​ຈົນເຖິງ​ເມືອງ​ອາໂຣເອ (ຢູ່​ທີ່​ແຄມ​ຮ່ອມພູ​ອາກໂນນ) ແລະ​ໄປ​ຈົນເຖິງ​ເມືອງ​ທີ່​ຢູ່​ກາງ​ຮ່ອມພູ​ຕະຫລອດ​ທັງ​ພູພຽງ​ທັງໝົດ ທີ່​ຢູ່​ອ້ອມແອ້ມ​ເມືອງ​ເມເດບາ.

Uka jalj uñjjattʼäta Copia luraña




ໂຢຊວຍ 13:16
18 Jak'a apnaqawi uñst'ayäwi  

ພວກເຂົາ​ຂ້າມ​ແມ່ນໍ້າ​ຈໍແດນ​ໄປ​ຕັ້ງ​ຄ້າຍ​ຢູ່​ທາງທິດໃຕ້​ຂອງ​ອາໂຣເອ ຊຶ່ງ​ເປັນ​ເມືອງ​ໜຶ່ງ​ທີ່​ຢູ່​ກາງ​ຮ່ອມພູ​ໃນ​ເຂດແດນ​ຂອງ​ເຜົ່າກາດ. ຈາກ​ບ່ອນ​ນີ້ ພວກເຂົາ​ກໍ​ອອກ​ໄປ​ທາງທິດເໜືອ​ຈົນເຖິງ​ເມືອງ​ຢາເຊ


ລົດຮົບ​ສາມສິບສອງພັນ​ຄັນ ທີ່​ຖືກ​ຈ້າງ​ມາ ແລະ​ກອງທັບ​ຂອງ​ກະສັດ​ມາອາກາ ໄດ້​ຕັ້ງ​ຄ້າຍ​ຢູ່​ໃກ້​ເມືອງ​ເມເດບາ. ແລ້ວ​ຊາວ​ອຳໂມນ​ກໍໄດ້​ອອກ​ມາ​ຈາກ​ເມືອງຕ່າງໆ​ຂອງ​ພວກເຂົາ ເພື່ອ​ຕຽມ​ສູ້ຮົບ.


ປະຊາຊົນ​ແຫ່ງ​ເມືອງ​ເຮັດຊະໂບນ​ແລະ​ເມືອງ​ເອເລອາເລ ຮ້ອງໄຫ້​ແຮງ​ຈົນ​ສຽງດັງ​ໄປ​ກາຍ​ເມືອງ​ຢາຮາດ. ແມ່ນແຕ່​ພວກ​ທະຫານ​ກໍ​ສັ່ນເຊັນ​ຈົນ​ໝົດ​ຄວາມ​ກ້າຫານ.


ເຮັດຊະໂບນ​ເປັນ​ເມືອງ​ຫລວງ​ຂອງ​ເຈົ້າສີໂຫນ ກະສັດ​ຂອງ​ຊາວ​ອາໂມ; ເພິ່ນ​ໄດ້​ຊະນະ​ກະສັດ​ແຫ່ງ​ໂມອາບ​ຄົນ​ກ່ອນ ແລ້ວ​ກໍ​ຢຶດຄອງ​ເອົາ​ດິນແດນ​ທັງໝົດ​ມາ​ປົກຄອງ ຈົນ​ຮອດ​ແມ່ນໍ້າ​ອາກໂນນ.


“ເມື່ອ​ພວກເຮົາ​ຢຶດເອົາ​ດິນແດນ​ມາ​ເປັນ​ກຳມະສິດ​ນັ້ນ ຂ້າພະເຈົ້າ​ໄດ້​ມອບ​ໃຫ້​ເຜົ່າ​ຣູເບັນ​ແລະ​ກາດ ເຂດແດນ​ທາງທິດເໜືອ​ຂອງ​ເມືອງ​ອາໂຣເອ​ໃກ້​ກັບ​ແມ່ນໍ້າ​ອາກໂນນ ແລະ​ເຄິ່ງ​ໜຶ່ງ​ຂອງ​ເຂດ​ເນີນພູ​ກີເລອາດ​ພ້ອມ​ກັບ​ເມືອງເລັກ​ເມືອງນ້ອຍ​ຕ່າງໆ.


ຄົນ​ທີ​ໜຶ່ງ​ຄື​ເຈົ້າ​ສີໂຫນ​ຜູ້​ເປັນ​ກະສັດ​ຂອງ​ຊາວ​ອາໂມ ທີ່​ປົກຄອງ​ເມືອງ​ເຮັດຊະໂບນ. ອານາຈັກ​ຂອງ​ເພິ່ນ​ນັ້ນ​ໄດ້​ລວມເອົາ​ເຄິ່ງ​ໜຶ່ງ​ຂອງ​ກີເລອາດ​ຄື: ຈາກ​ອາໂຣເອ (ຕາມ​ແຄມ​ຮ່ອມພູ​ອາກໂນນ) ແລະ​ຈາກ​ເມືອງ​ຢູ່​ໃນ ກາງ​ຮ່ອມພູ​ອາກໂນນ​ຈົນເຖິງ​ແມ່ນໍ້າ​ຢັບໂບກ ເຂດແດນ​ຂອງ​ຊາວ​ອຳໂມນ


ໂມເຊ​ໄດ້​ມອບ​ດິນແດນ​ສ່ວນ​ໜຶ່ງ​ໃຫ້​ຄອບຄົວ​ຕ່າງໆ​ໃນ​ເຜົ່າ​ຣູເບັນ ເພື່ອ​ໃຫ້​ເປັນ​ກຳມະສິດ​ຂອງ​ພວກເຂົາ.


ດິນແດນ​ສ່ວນ​ນີ້​ກວມເອົາ​ທັງ​ເມືອງ​ເຮັດຊະໂບນ ແລະ​ເມືອງ​ຕ່າງໆ​ທີ່​ພູພຽງ​ນີ້ ມີ​ດັ່ງນີ້, ດີໂບນ, ບາມົດ​ບາອານ, ເບັດ​ບາອານ​ເມໂອນ,


ເຂດແດນ​ຂອງ​ພວກເຂົາ​ຍາວ​ອອກ​ໄປ​ຈົນເຖິງ​ເມືອງ​ອາໂຣເອ (ແຄມ​ຮ່ອມພູ​ອາກໂນນ) ແລະ​ເມືອງ​ທີ່​ຢູ່​ທາງ​ກາງ​ຮ່ອມພູ ຕະຫລອດ​ທັງ​ພູພຽງ​ຂອງ​ເມືອງ​ເມເດບາ​ໄປ​ຈົນເຖິງ​ເມືອງ​ດີໂບນ.


ໂມເຊ​ໄດ້​ມອບ​ດິນແດນ​ທາງທິດ​ຕາເວັນອອກ​ຂອງ​ແມ່ນໍ້າ​ຈໍແດນ ໃຫ້​ຊາວ​ອິດສະຣາເອນ​ສອງ​ເຜົ່າ​ເຄິ່ງ​ແລ້ວ. (ເຊື້ອສາຍ​ຂອງ​ໂຢເຊັບ​ຖືກ​ແບ່ງ​ອອກ​ເປັນ​ສອງ​ເຜົ່າ: ມານາເຊ​ແລະ​ເອຟຣາອິມ) ເຖິງ​ຢ່າງ​ໃດ​ກໍຕາມ ໂມເຊ​ບໍ່ໄດ້​ມອບ​ດິນແດນ​ສ່ວນ​ໃດ​ເລີຍ​ໃຫ້​ຊາວ​ເລວີ.


ແຕ່​ສຳລັບ​ພວກເລວີ​ແລ້ວ ພວກເຂົາ​ຈະ​ບໍ່ໄດ້​ຮັບ​ດິນແດນ​ສ່ວນ​ໃດໆ​ເໝືອນ​ດັ່ງ​ພວກເຈົ້າ ເພາະ​ສ່ວນ​ຂອງ​ພວກເຂົາ​ແມ່ນ​ຮັບໃຊ້​ພຣະເຈົ້າຢາເວ​ໃນ​ຖານະ​ເປັນ​ປະໂຣຫິດ. ສ່ວນ​ເຜົ່າກາດ, ເຜົ່າ​ຣູເບັນ ແລະ​ເຜົ່າ​ມານາເຊ​ຕາເວັນອອກ​ນັ້ນ​ໄດ້​ຮັບ​ດິນແດນ ທາງ​ຝັ່ງ​ຕາເວັນອອກ​ຂອງ​ແມ່ນໍ້າ​ຈໍແດນ​ແລ້ວ ຊຶ່ງ​ໂມເຊ​ຜູ້ຮັບໃຊ້​ຂອງ​ພຣະເຈົ້າຢາເວ​ໄດ້​ມອບ​ໃຫ້​ແກ່​ພວກເຂົາ.”


ມັນ​ເປັນ​ເວລາ​ເຖິງ​ສາມຮ້ອຍ​ປີ​ຜ່ານ​ມາ​ແລ້ວ ທີ່​ຊາດ​ອິດສະຣາເອນ​ໄດ້​ຄອບຄອງ​ເຮັດຊະໂບນ​ແລະ​ອາໂຣເອ ພ້ອມ​ທັງ​ເມືອງເລັກ​ເມືອງນ້ອຍ​ທີ່​ຢູ່​ອ້ອມແອ້ມ​ນັ້ນ ຕະຫລອດ​ທັງ​ຫົວເມືອງ​ຕ່າງໆ​ທີ່​ຢູ່​ຕາມ​ແຄມຝັ່ງ​ຂອງ​ຫ້ວຍນໍ້າ​ອາກໂນນ. ຕະຫລອດ​ເວລາ​ທີ່​ຜ່ານ​ມາ​ນັ້ນ ເປັນຫຍັງ​ທ່ານ​ຈຶ່ງ​ບໍ່​ຢຶດ​ຄືນ?


ອາໂຣເອ, ສີຟະໂມດ, ເອຊະເຕມົວ,


Jiwasaru arktasipxañani:

Anuncios ukanaka


Anuncios ukanaka