Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຊວຍ 13:15 - ພຣະຄຳພີສັກສິ

15 ໂມເຊ​ໄດ້​ມອບ​ດິນແດນ​ສ່ວນ​ໜຶ່ງ​ໃຫ້​ຄອບຄົວ​ຕ່າງໆ​ໃນ​ເຜົ່າ​ຣູເບັນ ເພື່ອ​ໃຫ້​ເປັນ​ກຳມະສິດ​ຂອງ​ພວກເຂົາ.

Uka jalj uñjjattʼäta Copia luraña




ໂຢຊວຍ 13:15
7 Jak'a apnaqawi uñst'ayäwi  

ລູກຊາຍ​ທີ່​ເກີດ​ຈາກ​ນາງ​ເລອາ ມີ​ດັ່ງນີ້: ຣູເບັນ​ຜູ້​ເປັນ​ອ້າຍກົກ, ຊີເມໂອນ, ເລວີ, ຢູດາ, ອິດຊາຄາ ແລະ​ເຊບູໂລນ.


ຣູເບັນ​ຜູ້​ເປັນ​ລູກຊາຍກົກ​ຂອງ​ຢາໂຄບ​ມີ​ລູກຊາຍ​ສີ່​ຄົນ ດັ່ງນີ້: ຮານົກ, ປານລູ, ເຮຊະໂຣນ ແລະ​ການໝີ; ພວກເຂົາ​ໄດ້​ເປັນ​ບັນພະບຸລຸດ​ຂອງ​ເຜົ່າ​ຕ່າງໆ ທີ່​ໄດ້​ໃສ່​ຊື່​ຂອງ​ພວກເຂົາ.


ໂມເຊ​ບໍ່ໄດ້​ແບ່ງປັນ​ດິນແດນ​ໃຫ້​ເຜົ່າ​ເລວີ ເພາະ​ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ບອກ​ໄວ້​ວ່າ, ພວກເຂົາ​ໄດ້​ຮັບ​ເຄື່ອງ​ຖວາຍ​ເຜົາບູຊາ​ດ້ວຍ​ໄຟ ທີ່​ເທິງ​ແທ່ນບູຊາ​ເປັນ​ສ່ວນ​ຂອງ​ພວກເຂົາ​ແລ້ວ ຕາມ​ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ໄດ້​ສັ່ງ​ໄວ້​ກັບ​ໂມເຊ.


ເຂດແດນ​ຂອງ​ພວກເຂົາ​ຍາວ​ອອກ​ໄປ​ຈົນເຖິງ​ເມືອງ​ອາໂຣເອ (ຢູ່​ທີ່​ແຄມ​ຮ່ອມພູ​ອາກໂນນ) ແລະ​ໄປ​ຈົນເຖິງ​ເມືອງ​ທີ່​ຢູ່​ກາງ​ຮ່ອມພູ​ຕະຫລອດ​ທັງ​ພູພຽງ​ທັງໝົດ ທີ່​ຢູ່​ອ້ອມແອ້ມ​ເມືອງ​ເມເດບາ.


ບັດນີ້ ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ໄດ້​ໃຫ້​ພີ່ນ້ອງ​ຊາວ​ອິດສະຣາເອນ​ຂອງ​ພວກເຈົ້າ​ມີ​ຄວາມ​ສະຫງົບສຸກ​ແລ້ວ ຕາມ​ທີ່​ພຣະອົງ​ໄດ້​ສັນຍາ​ໄວ້. ສະນັ້ນ ຂໍ​ໃຫ້​ພວກເຈົ້າ​ຄືນ​ສູ່​ດິນແດນ ຊຶ່ງ​ພວກເຈົ້າ​ໄດ້​ຮຽກຮ້ອງ​ເອົາ​ເປັນ​ກຳມະສິດ ທີ່​ທາງທິດ​ຕາເວັນອອກ​ຂອງ​ແມ່ນໍ້າ​ຈໍແດນ​ນັ້ນ​ສາ ທີ່​ໂມເຊ​ຜູ້ຮັບໃຊ້​ຂອງ​ພຣະເຈົ້າຢາເວ​ໄດ້​ມອບໝາຍ​ໃຫ້​ພວກເຈົ້າ​ນັ້ນ.


ແຕ່​ກະສັດ​ສີໂຫນ​ບໍ່​ຍອມ​ໃຫ້​ຜ່ານ ແລະ​ໄດ້​ນຳ​ເອົາ​ກອງທັບ​ທັງໝົດ​ມາ​ຕັ້ງ​ທີ່ໝັ້ນ​ຢູ່​ທີ່​ຢາຮາດ ແລະ​ບຸກໂຈມຕີ​ຊາວ​ອິດສະຣາເອນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka