13 ເຖິງຢ່າງໃດກໍຕາມ ຊາວອິດສະຣາເອນບໍ່ໄດ້ຂັບໄລ່ພວກເກຊູ ແລະພວກມາອາກາໃຫ້ອອກໄປ, ແຕ່ພວກນີ້ຍັງຢູ່ຕາມດິນແດນອິດສະຣາເອນຕໍ່ໄປ.
ເມື່ອຢາໂຄບໄດ້ອາໄສຢູ່ໃນດິນແດນນັ້ນ ຣູເບັນໄດ້ລັກນອນນຳນາງບິນຮາ ເມຍນ້ອຍຄົນໜຶ່ງຂອງພໍ່ຕົນ; ເມື່ອຢາໂຄບຮູ້ເລື່ອງນີ້ ເພິ່ນກໍຮ້າຍຫຼາຍ. ຢາໂຄບມີລູກຊາຍສິບສອງຄົນ.
ຊາວອຳໂມນຮູ້ຕົວວ່າພວກຕົນໄດ້ສ້າງສັດຕູກັບກະສັດດາວິດ. ດັ່ງນັ້ນ ພວກເຂົາຈຶ່ງໄປຈ້າງເອົາທະຫານຊີເຣຍ ຊາວພັນຄົນ ຈາກເມືອງເບັດເຣໂຮບ ແລະເມືອງໂຊບາ ສິບສອງພັນຄົນ ຈາກເມືອງໂຕບ ແລະກະສັດແຫ່ງມາອາກາພ້ອມກັບທະຫານໜຶ່ງພັນຄົນ.
ກີເລອາບ ຜູ້ທີ່ເປັນແມ່ແມ່ນນາງອາບີກາຍຊາວກາເມນ ເມຍໝ້າຍຂອງນາບານ; ອັບຊາໂລມ ຜູ້ທີ່ເປັນແມ່ແມ່ນນາງມາອາກາ ລູກສາວຂອງກະສັດຕານໄມແຫ່ງເກຊູ;
ແຕ່ຖ້າພວກເຈົ້າຫາກບໍ່ໄລ່ພວກເຂົາອອກໄປໃຫ້ໝົດ ພວກທີ່ເຫຼືອຢູ່ກໍຈະສ້າງຄວາມເດືອດຮ້ອນໃຫ້ພວກເຈົ້າ ດັ່ງສ້ຽນຄາຕາ ແລະ ຈະຄ່ອຍຕໍ່ສູ້ພວກເຈົ້າ.
ຢາອີຜູ້ທີ່ເປັນຄົນໃນເຜົ່າມານາເຊ ໄດ້ຢຶດຄອງຂົງເຂດອັກໂກບທັງໝົດ ຄືບາຊານ ໄກອອກໄປຈົນຮອດຊາຍແດນຂອງເກຊູແລະມາອາກາ. ລາວໃສ່ຊື່ໝູ່ບ້ານເຫຼົ່ານັ້ນຕາມຊື່ຂອງຕົນ ຊຶ່ງຍັງເປັນທີ່ຮູ້ຈັກກັນວ່າໝູ່ບ້ານຂອງຢາອີ.)
ອານາຈັກຂອງເພິ່ນນັ້ນມີດັ່ງນີ້: ພູເຂົາເຮີໂມນ, ສາເລກາ ແລະທົ່ວທັງບາຊານໄກອອກໄປ, ຈົນເຖິງເຂດແດນຂອງພວກເກຊູແລະພວກມາອາກາ ລວມທັງເຄິ່ງໜຶ່ງຂອງກີເລອາດໄກອອກໄປຈົນເຖິງເຂດແດນຂອງເຈົ້າສີໂຫນ ກະສັດແຫ່ງເຮັດຊະໂບນ.
ດິນແດນນັ້ນຍັງລວມເອົາທັງກີເລອາດ, ອານາເຂດຂອງຊາວເກຊູແລະຊາວມາອາກາ, ພູເຂົາເຮີໂມນທັງໝົດ ແລະພູພຽງບາຊານທັງໝົດຈົນເຖິງເມືອງສາເລກາ.
ດິນແດນນັ້ນຍັງລວມເອົາທັງອານາຈັກຂອງເຈົ້າໂອກ ກະສັດຄົນສຸດທ້າຍຂອງເຜົ່າເຣຟາອິມ ຜູ້ໄດ້ປົກຄອງຢູ່ທີ່ເມືອງອັດຊະຕາໂຣດແລະເອັດເຣອີ. ໂມເຊໄດ້ຊະນະພວກເຫຼົ່ານີ້ ແລະໄດ້ຂັບໄລ່ພວກເຂົາໃຫ້ອອກໄປຈາກເມືອງເຫຼົ່ານັ້ນ.
ໂມເຊບໍ່ໄດ້ແບ່ງປັນດິນແດນໃຫ້ເຜົ່າເລວີ ເພາະອົງພຣະຜູ້ເປັນເຈົ້າໄດ້ບອກໄວ້ວ່າ, ພວກເຂົາໄດ້ຮັບເຄື່ອງຖວາຍເຜົາບູຊາດ້ວຍໄຟ ທີ່ເທິງແທ່ນບູຊາເປັນສ່ວນຂອງພວກເຂົາແລ້ວ ຕາມທີ່ພຣະເຈົ້າຢາເວ ພຣະເຈົ້າຂອງຊາດອິດສະຣາເອນໄດ້ສັ່ງໄວ້ກັບໂມເຊ.
ໃນສະໄໝນັ້ນ ດາວິດກັບທະຫານຂອງເພິ່ນກໍໄດ້ໂຈມຕີຊາວເກຊູ, ຊາວກີຣິຊີ ແລະຊາວອາມາເຫຼັກ ຊຶ່ງເປັນພວກທີ່ຢູ່ໃນດິນແດນນັ້ນດົນນານມາແລ້ວ. ເພິ່ນໄດ້ຫລອນໂຈມຕີດິນແດນຂອງພວກເຂົາ ໄປຈົນເຖິງເມືອງຊູເຣແລະລົງໄປເຖິງດິນແດນປະເທດເອຢິບ.