Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຊວຍ 13:11 - ພຣະຄຳພີສັກສິ

11 ດິນແດນ​ນັ້ນ​ຍັງ​ລວມເອົາ​ທັງ​ກີເລອາດ, ອານາເຂດ​ຂອງ​ຊາວ​ເກຊູ​ແລະ​ຊາວ​ມາອາກາ, ພູເຂົາ​ເຮີໂມນ​ທັງໝົດ ແລະ​ພູພຽງ​ບາຊານ​ທັງໝົດ​ຈົນເຖິງ​ເມືອງ​ສາເລກາ.

Uka jalj uñjjattʼäta Copia luraña




ໂຢຊວຍ 13:11
13 Jak'a apnaqawi uñst'ayäwi  

ໃນ​ຂະນະທີ່​ຮັບປະທານ​ອາຫານ​ຢູ່​ນັ້ນ ໃນທັນໃດ ພວກເຂົາ​ກໍ​ເຫັນ​ພວກ​ອິດຊະມາເອນ; ພວກ​ນີ້​ກຳລັງ​ເດີນທາງ​ມາ​ຈາກ​ເມືອງ​ກີເລອາດ​ເພື່ອ​ຈະ​ໄປ​ປະເທດ​ເອຢິບ. ໂຕ​ອູດ​ຂອງ​ພວກເຂົາ​ຕ່າງ​ຢາງ​ໄມ້ຫອມ​ແລະ​ເຄື່ອງ​ເທດ​ໄປ​ຂາຍ.


ແຕ່​ເພິ່ນ​ໄດ້​ໃຊ້​ກຳລັງ​ຢຶດເອົາ​ອານາຈັກ​ຕ່າງໆ​ຂອງ​ເກຊູ ແລະ​ຂອງ​ອາຣາມ​ຫົກສິບ​ຕົວເມືອງ ລວມ​ທັງ​ໝູ່ບ້ານ​ທັງຫລາຍ​ຂອງ​ຢາອີ​ແລະ​ເກນາດ ຕະຫລອດ​ທັງ​ເມືອງ​ຕ່າງໆ​ທີ່​ຢູ່​ອ້ອມແອ້ມ​ນັ້ນ. ຊາວ​ເມືອງ​ທີ່​ອາໄສ​ຢູ່​ທີ່​ນັ້ນ ແມ່ນ​ໄດ້​ສືບ​ເຊື້ອສາຍ​ມາ​ຈາກ​ມາກີ ຜູ້​ເປັນ​ພໍ່​ຂອງ​ກີເລອາດ.


ເຜົ່າກາດ​ໄດ້​ອາໄສ​ຢູ່​ທາງ​ພາກເໜືອ​ເຜົ່າ​ຣູເບັນ​ໃນ​ດິນແດນ​ຂອງ​ບາຊານ ຈົນ​ໄປ​ເຖິງ​ພາກ​ຕາເວັນອອກ​ສຸດ​ຂອງ​ສາເລກາ.


“ຖ້າ​ຊາວ​ກາດ​ກັບ​ຊາວ​ຣູເບັນ​ຫາກ​ຕຽມພ້ອມ​ສູ້ຮົບ ແລະ​ຂ້າມ​ແມ່ນໍ້າ​ຈໍແດນ​ໄປກັບພວກເຈົ້າ​ຕໍ່ໜ້າ​ພຣະເຈົ້າຢາເວ ແລະ​ຖ້າ​ພວກເຂົາ​ຫາກ​ຊ່ວຍ​ພວກເຈົ້າ​ຢຶດຄອງ​ດິນແດນ​ໄດ້​ແລ້ວ ຈົ່ງ​ມອບ​ດິນແດນ​ກີເລອາດ​ໃຫ້​ເປັນ​ສົມບັດ​ຂອງ​ພວກເຂົາ.


ພວກເຮົາ​ໄດ້​ຢຶດເອົາ​ໝົດ​ທຸກ​ເຂດແດນ​ຂອງ​ເຈົ້າໂອກ​ໃນ​ບາຊານ ດັ່ງນີ້: ເມືອງ​ຕ່າງໆ​ຕາມ​ພູພຽງ, ຂົງເຂດ​ກີເລອາດ​ແລະ​ບາຊານ, ໄກ​ອອກ​ໄປ​ຈົນ​ຮອດ​ສາເລກາ​ແລະ​ເອັດເຣອີ. (


ແລ້ວ​ເພິ່ນ​ກໍ​ຍັງ​ສົ່ງ​ຄົນ​ໄປ​ບອກ​ຊາວ​ການາອານ ທີ່​ຢູ່​ທາງ​ສອງ​ຟາກ​ຂ້າງ​ຂອງ​ແມ່ນໍ້າ​ຈໍແດນ​ຄື: ຊາວ​ອາໂມ, ຊາວ​ຮິດຕີ, ຊາວ​ເປຣີຊີ ແລະ​ຊາວ​ເຢບຸດ​ທີ່​ຢູ່​ຕາມ​ເນີນພູ ຕະຫລອດ​ທັງ​ຊາວ​ຮີວີ​ທີ່​ຢູ່​ຕາມ​ຕີນ​ພູ​ເຮີໂມນ​ໃນ​ດິນແດນ​ມີຊະປາ.


ດິນແດນ​ນີ້​ໄດ້​ເລີຍ​ໄປ​ຈົນເຖິງ​ຊາຍແດນ​ຂອງ​ເມືອງ​ອຳໂມນ ແລະ​ລວມທັງ​ເມືອງ​ຕ່າງໆ​ທີ່​ຂຶ້ນ​ກັບ​ເຈົ້າ​ສີໂຫນ ກະສັດ​ຂອງ​ຊາວ​ອາໂມ​ຜູ້​ໄດ້​ປົກຄອງ​ຢູ່​ທີ່​ເມືອງ​ເຮັດຊະໂບນ.


ເຂດແດນ​ທັງໝົດ​ຂອງ​ຊາວ​ຟີລິດສະຕິນ​ແລະ​ຊາວ​ເກຊູ


ເຂດແດນ​ຂອງ​ພວກເຂົາ​ນັ້ນ ມີ​ດັ່ງນີ້: ຢາເຊ​ແລະ​ເມືອງ​ທັງໝົດ​ຕາມ​ພູ​ກີເລອາດ, ດິນແດນ​ເຄິ່ງ​ໜຶ່ງ​ຂອງ​ຊາວ​ອຳໂມນ​ໄປ​ຈົນເຖິງ​ເມືອງ​ອາໂຣເອ ທີ່​ຢູ່​ທາງທິດ​ຕາເວັນອອກ​ຂອງ​ຣັບບາ


ດ້ວຍເຫດນີ້ ພວກ​ມານາເຊ​ຈຶ່ງ​ໄດ້​ຮັບ​ສິບ​ສ່ວນ ລວມທັງ​ກີເລອາດ ແລະ​ບາຊານ​ທາງທິດ​ຕາເວັນອອກ​ຂອງ​ແມ່ນໍ້າ​ຈໍແດນ


ສ່ວນ​ຄົນອື່ນໆ​ອີກ​ໄດ້​ຂ້າມ​ແມ່ນໍ້າ​ຈໍແດນ​ໜີໄປ ຢູ່​ໃນ​ເຂດແດນ​ຂອງ​ເມືອງກາດ​ແລະ​ເມືອງ​ກີເລອາດ. ສ່ວນ​ກະສັດ​ໂຊນ​ນັ້ນ​ຍັງ​ຢູ່​ໃນ​ເມືອງ​ກິນການ ແລະ​ປະຊາຊົນ​ທີ່​ຢູ່​ນຳ​ເພິ່ນ​ກໍ​ຕົກ​ສະທ້ານ​ຢ້ານກົວ​ຫລາຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka