10 ດິນແດນນີ້ໄດ້ເລີຍໄປຈົນເຖິງຊາຍແດນຂອງເມືອງອຳໂມນ ແລະລວມທັງເມືອງຕ່າງໆທີ່ຂຶ້ນກັບເຈົ້າສີໂຫນ ກະສັດຂອງຊາວອາໂມຜູ້ໄດ້ປົກຄອງຢູ່ທີ່ເມືອງເຮັດຊະໂບນ.
ເຫດການນີ້ເກີດຂຶ້ນຫລັງຈາກທີ່ອົງພຣະຜູ້ເປັນເຈົ້າ ໄດ້ຊະນະເຈົ້າສີໂຫນ ກະສັດຊາວອາໂມ ຜູ້ທີ່ໄດ້ປົກຄອງນະຄອນເຮັດຊະໂບນ ແລະເຈົ້າໂອກກະສັດຊາວບາຊານ ຜູ້ທີ່ໄດ້ປົກຄອງນະຄອນອັດຊະຕາໂຣດແລະເອັດເຣອີ.
ແລ້ວເຈົ້າກໍຈະໄປໃກ້ດິນແດນຂອງພວກອຳໂມນ ເຊື້ອສາຍຂອງໂລດ. ຢ່າສ້າງຄວາມເດືອດຮ້ອນໃຫ້ພວກເຂົາ ຫລືລົງມືເຮັດເສິກຕໍ່ສູ້ພວກເຂົາ ເພາະເຮົາຈະບໍ່ມອບດິນແດນສ່ວນໃດໆ ທີ່ເຮົາໄດ້ມອບໃຫ້ພວກເຂົານັ້ນໃຫ້ແກ່ພວກເຈົ້າ.’
ດິນແດນນັ້ນຍັງລວມເອົາທັງກີເລອາດ, ອານາເຂດຂອງຊາວເກຊູແລະຊາວມາອາກາ, ພູເຂົາເຮີໂມນທັງໝົດ ແລະພູພຽງບາຊານທັງໝົດຈົນເຖິງເມືອງສາເລກາ.
ເຂດແດນຂອງພວກເຂົາຍາວອອກໄປຈົນເຖິງເມືອງອາໂຣເອ (ແຄມຮ່ອມພູອາກໂນນ) ແລະເມືອງທີ່ຢູ່ທາງກາງຮ່ອມພູ ຕະຫລອດທັງພູພຽງຂອງເມືອງເມເດບາໄປຈົນເຖິງເມືອງດີໂບນ.