Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຊວຍ 12:8 - ພຣະຄຳພີສັກສິ

8 ເຂດແດນ​ນັ້ນ​ມີ: ເຂດ​ພູດອຍ, ຕີນ​ພູ​ທາງທິດ​ຕາເວັນຕົກ, ຮ່ອມພູ​ຈໍແດນ​ແລະ​ຕີນ​ພູ, ເນີນພູ​ທາງທິດ​ຕາເວັນອອກ ແລະ​ຖິ່ນ​ແຫ້ງແລ້ງ​ທາງທິດໃຕ້. ດິນແດນ​ນີ້​ເຄີຍ​ເປັນ​ຂອງ​ຊາວ​ຮິດຕີ, ຊາວ​ອາໂມ, ຊາວ​ການາອານ, ຊາວ​ເປຣີຊີ, ຊາວ​ຮີວີ ແລະ​ຊາວ​ເຢບຸດ.

Uka jalj uñjjattʼäta Copia luraña




ໂຢຊວຍ 12:8
14 Jak'a apnaqawi uñst'ayäwi  

ຮີວີ, ອາກກີ, ສີນີ,


ແລ້ວ​ເພິ່ນ​ກໍ​ຍົກຍ້າຍ​ໄປ​ເປັນ​ໄລຍະ​ຢູ່​ເລື້ອຍ ສູ່​ທາງ​ພາກ​ໃຕ້​ຂອງ​ການາອານ.


ເມື່ອ​ເປັນ​ເຊັ່ນນັ້ນ ຄົນ​ລ້ຽງ​ສັດ​ຂອງ​ອັບຣາມ ແລະ​ໂລດ​ຈຶ່ງ​ຜິດຖຽງ​ກັນ. (ຊາວ​ການາອານ ແລະ​ຊາວ​ເປຣີຊີ​ກໍ​ຍັງ​ຢູ່​ໃນ​ດິນແດນ​ນັ້ນ.)


ເທວະດາ​ຂອງເຮົາ​ຈະ​ນຳ​ໜ້າ​ພວກເຈົ້າ​ໄປ ແລະ​ຈະ​ພາ​ພວກເຈົ້າ​ເຂົ້າ​ໄປ​ໃນ​ດິນແດນ​ຂອງ​ຊາວ​ອາໂມ, ຊາວ​ຮິດຕີ, ຊາວ​ເປຣີຊີ, ຊາວ​ການາອານ, ຊາວ​ຮີວີ ແລະ​ຊາວ​ເຢບູດ ແລະ​ເຮົາ​ຈະ​ທຳລາຍ​ພວກເຂົາ​ທັງໝົດ.


ສະນັ້ນ ເຮົາ​ຈຶ່ງ​ລົງ​ມາ​ຊ່ວຍກູ້​ພວກເຂົາ​ໃຫ້​ພົ້ນ​ຈາກ​ການ​ທາລຸນ​ຂອງ​ຊາວ​ເອຢິບ; ເພື່ອ​ນຳພາ​ພວກເຂົາ​ໄປ​ສູ່​ດິນແດນ​ທີ່​ອຸດົມສົມບູນ ແລະ​ຮັ່ງມີ​ບ່ອນ​ທີ່​ຊາວ​ການາອານ, ຮິດຕີ, ອາໂມ, ເປຣີຊີ, ຮີວີ ແລະ​ຊາວ​ເຢບຸດ​ອາໄສ​ຢູ່​ໃນ​ເວລາ​ນີ້.


“ເມື່ອ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ນຳພາ​ພວກເຈົ້າ​ໄປ​ສູ່​ດິນແດນ​ທີ່​ພວກເຈົ້າ​ກຳລັງ​ຈະ​ເຂົ້າ​ໄປ​ຄອບຄອງ ແລະ​ພຣະອົງ​ຈະ​ຂັບໄລ່​ຫລາຍ​ຊົນຊາດ​ໃຫ້​ອອກ​ໜີໄປ. ເມື່ອ​ພວກເຈົ້າ​ບຸກ​ເຂົ້າ​ໄປ​ນັ້ນ ພຣະອົງ​ຈະ​ຂັບໄລ່​ເຈັດ​ຊົນຊາດ​ໃຫຍ່ ແລະ​ມີ​ອຳນາດ​ກວ່າ​ພວກເຈົ້າ​ອອກ​ໄປ ດັ່ງນີ້: ຊາວ​ຮິດຕີ, ກີກາຊີ, ອາໂມ, ການາອານ, ເປຣີຊີ, ຮີວີ ແລະ​ເຢບຸດ.


“ປະຊາຊົນ​ອິດສະຣາເອນ​ເອີຍ ຈົ່ງ​ຟັງເຖີດ ວັນ​ນີ້​ພວກເຈົ້າ​ກຳລັງ​ຈະ​ຂ້າມ​ແມ່ນໍ້າ​ຈໍແດນ ເຂົ້າ​ໄປ​ຢຶດຄອງ​ດິນແດນ​ທີ່​ເປັນ​ຂອງ​ຊົນຊາດ​ທີ່​ຍິ່ງໃຫຍ່​ແລະ​ມີ​ອຳນາດ​ກວ່າ​ພວກເຈົ້າ. ເມືອງ​ກໍ​ໃຫຍ່​ແລະ​ກຳແພງ​ກໍ​ສູງ​ຈຸ​ຟ້າ​ສະຫວັນ,


ໂຢຊວຍ​ໄດ້​ຮົບ​ຊະນະ​ທົ່ວ​ທັງ​ດິນແດນ. ເພິ່ນ​ໄດ້​ຊະນະ​ບັນດາ​ກະສັດ​ທີ່​ຢູ່​ຕາມ​ເຂດ​ພູດອຍ, ຕາມ​ເນີນພູ ແລະ​ຕາມ​ຕີນພູ​ທາງທິດ​ຕາເວັນຕົກ, ຕະຫລອດ​ທັງ​ພວກ​ທີ່​ຢູ່​ຕາມ​ຖິ່ນ​ແຫ້ງແລ້ງ​ໃນ​ທິດໃຕ້. ເພິ່ນ​ໄດ້​ຂ້າ​ທຸກໆ​ຄົນ ບໍ່ມີ​ໃຜ​ລອດຊີວິດ​ຢູ່​ເລີຍ. ເຫດການ​ນີ້ ເປັນ​ໄປ​ຕາມ​ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ໄດ້​ສັ່ງ​ໄວ້.


ໂຢຊວຍ​ໄດ້​ຍົກທັບ​ໄປ​ຢຶດຄອງ​ດິນແດນ​ທັງໝົດ ຄື​ດິນແດນ​ຕາມ​ເຂດ​ເນີນພູ ແລະ​ຕາມ​ຕີນ​ພູ​ທາງ​ທິດເໜືອ​ແລະ​ທິດໃຕ້, ເຂດ​ໂກເຊັນ​ທັງໝົດ​ກັບ​ດິນແດນ​ທີ່​ແຫ້ງແລ້ງ​ທາງທິດໃຕ້​ຂອງ​ເຂດ​ນັ້ນ, ຕະຫລອດ​ທັງ​ຮ່ອມພູ​ຈໍແດນ​ດ້ວຍ.


ເມື່ອ​ພວກເຈົ້າ​ບຸກໜ້າ​ເຂົ້າ​ໄປ ພຣະອົງ​ຈະ​ຂັບໄລ່​ຄົນ​ເຫຼົ່ານີ້​ອອກ​ໄປ ເຊັ່ນ: ຊາວ​ການາອານ, ຊາວ​ຮິດຕີ, ຊາວ​ຮີວີ, ຊາວ​ເປຣີຊີ, ຊາວ​ກີກາຊີ, ຊາວ​ອາໂມ ແລະ​ຊາວ​ເຢບຸດ. ພວກເຈົ້າ​ຈະ​ໄດ້​ຮູ້​ວ່າ ພຣະເຈົ້າ​ອົງ​ຊົງ​ຊີວິດ​ຢູ່​ສະຖິດ​ໃນ​ທ່າມກາງ​ພວກເຈົ້າ;


ໄຊຊະນະ​ຂອງ​ຊາວ​ອິດສະຣາເອນ ໄດ້​ຊ່າລື​ໄປ​ຈົນເຖິງ​ກະສັດ​ທັງໝົດ ທີ່​ທາງພາກ​ຕາເວັນຕົກ​ຂອງ​ແມ່ນໍ້າ​ຈໍແດນ ດັ່ງນີ້: ພວກ​ທີ່​ຢູ່​ຕາມ​ເນີນພູ, ຕາມ​ຕີນ​ພູ, ຕາມ​ທົ່ງ​ຮາບພຽງ ແລະ​ຕາມ​ຝັ່ງ​ທະເລ​ເມດີແຕຣາເນ​ທາງເໜືອ​ຈົນເຖິງ​ເລບານອນ. ພວກ​ນີ້​ແມ່ນ​ກະສັດ​ຂອງ​ຊາວ​ຮິດຕີ, ຊາວ​ອາໂມ, ຊາວ​ການາອານ, ຊາວ​ເປຣີຊີ, ຊາວ​ຮີວີ ແລະ​ຊາວ​ເຢບຸດ.


ຫລັງຈາກ​ນັ້ນ​ແລ້ວ ພວກເຂົາ​ກໍ​ຂຶ້ນ​ໄປ​ສູ້ຮົບ​ພວກ​ການາອານ​ທີ່​ຢູ່​ຕາມ​ແຖບ​ເນີນພູ, ຕາມ​ຕີນ​ພູເຂົາ ແລະ​ໃນ​ບ່ອນ​ແຫ້ງແລ້ງ​ທາງ​ພາກໃຕ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka