ໂຢຊວຍ 12:7 - ພຣະຄຳພີສັກສິ7 ໂຢຊວຍແລະປະຊາຊົນອິດສະຣາເອນໄດ້ຊະນະບັນດາກະສັດທັງຫລາຍ ທີ່ຢູ່ເຂດແດນທາງທິດຕາເວັນຕົກຂອງແມ່ນໍ້າຈໍແດນ ຈາກບາອານກາດໃນຮ່ອມພູຂອງເລບານອນ ຈົນເຖິງພູຮາລັກຊຶ່ງຢູ່ທາງທິດໃຕ້ໃກ້ກັບດິນແດນເອໂດມ. ໂຢຊວຍໄດ້ແບ່ງປັນດິນແດນນີ້ໃຫ້ເຜົ່າຕ່າງໆໃນຊາດອິດສະຣາເອນ ເພື່ອເປັນກຳມະສິດຂອງພວກເຂົາຕະຫລອດໄປ. Uka jalj uñjjattʼäta |
ໄຊຊະນະຂອງຊາວອິດສະຣາເອນ ໄດ້ຊ່າລືໄປຈົນເຖິງກະສັດທັງໝົດ ທີ່ທາງພາກຕາເວັນຕົກຂອງແມ່ນໍ້າຈໍແດນ ດັ່ງນີ້: ພວກທີ່ຢູ່ຕາມເນີນພູ, ຕາມຕີນພູ, ຕາມທົ່ງຮາບພຽງ ແລະຕາມຝັ່ງທະເລເມດີແຕຣາເນທາງເໜືອຈົນເຖິງເລບານອນ. ພວກນີ້ແມ່ນກະສັດຂອງຊາວຮິດຕີ, ຊາວອາໂມ, ຊາວການາອານ, ຊາວເປຣີຊີ, ຊາວຮີວີ ແລະຊາວເຢບຸດ.