Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຊວຍ 12:6 - ພຣະຄຳພີສັກສິ

6 ໂມເຊ​ຜູ້ຮັບໃຊ້​ຂອງ​ພຣະເຈົ້າຢາເວ​ແລະ​ປະຊາຊົນ​ອິດສະຣາເອນ​ໄດ້​ຮົບຊະນະ​ພວກເຂົາ. ໂມເຊ​ຜູ້ຮັບໃຊ້​ຂອງ​ພຣະເຈົ້າຢາເວ​ໄດ້​ມອບ​ດິນແດນ​ຂອງ​ພວກເຂົາ ໃຫ້​ເຜົ່າ​ຣູເບັນ​ກັບ​ເຜົ່າກາດ​ແລະ​ເຜົ່າ​ມານາເຊ​ເຄິ່ງເຜົ່າ.

Uka jalj uñjjattʼäta Copia luraña




ໂຢຊວຍ 12:6
11 Jak'a apnaqawi uñst'ayäwi  

ເກເບ ລູກຊາຍ​ຂອງ​ອູຣິ ຮັບຜິດຊອບ​ອານາເຂດ​ກີເລອາດ​ຊຶ່ງ​ເຈົ້າ​ສີໂຫນ​ກະສັດ​ຂອງ​ຊາວ​ອາໂມ ແລະ​ເຈົ້າໂອກ​ກະສັດ​ຂອງ​ຊາວ​ບາຊານ​ໄດ້​ເປັນ​ຜູ້ປົກຄອງ​ມາ​ກ່ອນ. ນອກຈາກ​ສິບສອງ​ຄົນ​ນີ້ ຍັງ​ມີ​ຜູ້​ກວດ​ຣາຊການ​ຄົນ​ໜຶ່ງ​ທີ່​ເບິ່ງແຍງ​ໃນ​ດິນແດນ​ຢູດາຍ.


“ຖ້າ​ຊາວ​ກາດ​ກັບ​ຊາວ​ຣູເບັນ​ຫາກ​ຕຽມພ້ອມ​ສູ້ຮົບ ແລະ​ຂ້າມ​ແມ່ນໍ້າ​ຈໍແດນ​ໄປກັບພວກເຈົ້າ​ຕໍ່ໜ້າ​ພຣະເຈົ້າຢາເວ ແລະ​ຖ້າ​ພວກເຂົາ​ຫາກ​ຊ່ວຍ​ພວກເຈົ້າ​ຢຶດຄອງ​ດິນແດນ​ໄດ້​ແລ້ວ ຈົ່ງ​ມອບ​ດິນແດນ​ກີເລອາດ​ໃຫ້​ເປັນ​ສົມບັດ​ຂອງ​ພວກເຂົາ.


ພວກເຮົາ​ຈະ​ຂ້າມ​ແມ່ນໍ້າ​ຈໍແດນ ເຂົ້າ​ໄປ​ສູ້ຮົບ​ໃນ​ດິນແດນ​ການາອານ​ຕໍ່ໜ້າ​ພຣະເຈົ້າຢາເວ ເພື່ອ​ພວກເຮົາ​ຈະ​ໄດ້​ຮັບ​ດິນແດນ ທາງ​ຟາກ​ຕາເວັນອອກ​ຂອງ​ແມ່ນໍ້າ​ຈໍແດນ​ມາ​ເປັນ​ສ່ວນ​ຂອງ​ພວກເຮົາ.”


ດັ່ງນັ້ນ ໂມເຊ​ຈຶ່ງ​ໄດ້​ມອບ​ດິນແດນ​ນັ້ນ​ໃຫ້​ແກ່​ເຜົ່າກາດ, ເຜົ່າ​ຣູເບັນ ແລະ​ມານາເຊ​ລູກຊາຍ​ຂອງ​ໂຢເຊັບ​ເຄິ່ງ​ເຜົ່າ​ຄື: ເຂດແດນ​ທັງໝົດ​ຂອງ​ເຈົ້າສີໂຫນ​ກະສັດ​ຂອງ​ຊາວ​ອາໂມ ແລະ​ຂອງ​ເຈົ້າໂອກ​ກະສັດ​ແຫ່ງ​ນະຄອນ​ບາຊານ ພ້ອມ​ເມືອງ​ຕ່າງໆ​ທັງ​ເມືອງເລັກ​ເມືອງນ້ອຍ​ທີ່​ຢູ່​ອ້ອມແອ້ມ​ນັ້ນ.


ໂມເຊ​ໄດ້​ມອບ​ດິນແດນ​ທາງທິດ​ຕາເວັນອອກ​ຂອງ​ແມ່ນໍ້າ​ຈໍແດນ ໃຫ້​ຊາວ​ອິດສະຣາເອນ​ສອງ​ເຜົ່າ​ເຄິ່ງ​ແລ້ວ. (ເຊື້ອສາຍ​ຂອງ​ໂຢເຊັບ​ຖືກ​ແບ່ງ​ອອກ​ເປັນ​ສອງ​ເຜົ່າ: ມານາເຊ​ແລະ​ເອຟຣາອິມ) ເຖິງ​ຢ່າງ​ໃດ​ກໍຕາມ ໂມເຊ​ບໍ່ໄດ້​ມອບ​ດິນແດນ​ສ່ວນ​ໃດ​ເລີຍ​ໃຫ້​ຊາວ​ເລວີ.


ແຕ່​ສຳລັບ​ພວກເລວີ​ແລ້ວ ພວກເຂົາ​ຈະ​ບໍ່ໄດ້​ຮັບ​ດິນແດນ​ສ່ວນ​ໃດໆ​ເໝືອນ​ດັ່ງ​ພວກເຈົ້າ ເພາະ​ສ່ວນ​ຂອງ​ພວກເຂົາ​ແມ່ນ​ຮັບໃຊ້​ພຣະເຈົ້າຢາເວ​ໃນ​ຖານະ​ເປັນ​ປະໂຣຫິດ. ສ່ວນ​ເຜົ່າກາດ, ເຜົ່າ​ຣູເບັນ ແລະ​ເຜົ່າ​ມານາເຊ​ຕາເວັນອອກ​ນັ້ນ​ໄດ້​ຮັບ​ດິນແດນ ທາງ​ຝັ່ງ​ຕາເວັນອອກ​ຂອງ​ແມ່ນໍ້າ​ຈໍແດນ​ແລ້ວ ຊຶ່ງ​ໂມເຊ​ຜູ້ຮັບໃຊ້​ຂອງ​ພຣະເຈົ້າຢາເວ​ໄດ້​ມອບ​ໃຫ້​ແກ່​ພວກເຂົາ.”


ບັດນີ້ ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ໄດ້​ໃຫ້​ພີ່ນ້ອງ​ຊາວ​ອິດສະຣາເອນ​ຂອງ​ພວກເຈົ້າ​ມີ​ຄວາມ​ສະຫງົບສຸກ​ແລ້ວ ຕາມ​ທີ່​ພຣະອົງ​ໄດ້​ສັນຍາ​ໄວ້. ສະນັ້ນ ຂໍ​ໃຫ້​ພວກເຈົ້າ​ຄືນ​ສູ່​ດິນແດນ ຊຶ່ງ​ພວກເຈົ້າ​ໄດ້​ຮຽກຮ້ອງ​ເອົາ​ເປັນ​ກຳມະສິດ ທີ່​ທາງທິດ​ຕາເວັນອອກ​ຂອງ​ແມ່ນໍ້າ​ຈໍແດນ​ນັ້ນ​ສາ ທີ່​ໂມເຊ​ຜູ້ຮັບໃຊ້​ຂອງ​ພຣະເຈົ້າຢາເວ​ໄດ້​ມອບໝາຍ​ໃຫ້​ພວກເຈົ້າ​ນັ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka