Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຊວຍ 12:5 - ພຣະຄຳພີສັກສິ

5 ອານາຈັກ​ຂອງ​ເພິ່ນ​ນັ້ນ​ມີ​ດັ່ງນີ້: ພູເຂົາ​ເຮີໂມນ, ສາເລກາ ແລະ​ທົ່ວ​ທັງ​ບາຊານ​ໄກ​ອອກ​ໄປ, ຈົນເຖິງ​ເຂດແດນ​ຂອງ​ພວກ​ເກຊູ​ແລະ​ພວກ​ມາອາກາ ລວມທັງ​ເຄິ່ງ​ໜຶ່ງ​ຂອງ​ກີເລອາດ​ໄກ​ອອກ​ໄປ​ຈົນເຖິງ​ເຂດແດນ​ຂອງ​ເຈົ້າ​ສີໂຫນ ກະສັດ​ແຫ່ງ​ເຮັດຊະໂບນ.

Uka jalj uñjjattʼäta Copia luraña




ໂຢຊວຍ 12:5
14 Jak'a apnaqawi uñst'ayäwi  

ຝ່າຍ​ອັບຊາໂລມ​ກໍໄດ້​ໜີໄປ​ຫາ​ເຈົ້າ​ຕານໄມ ກະສັດ​ແຫ່ງ​ເກຊູ ລູກຊາຍ​ຂອງ​ອາມມີຮຸດ. ລາວ​ອາໄສ​ຢູ່​ໃນ​ທີ່ນັ້ນ​ເປັນ​ເວລາ​ສາມ​ປີ. ກະສັດ​ດາວິດ​ໄວ້ທຸກ​ໃຫ້​ອຳໂນນ​ລູກຊາຍ​ຂອງ​ເພິ່ນ​ເປັນ​ເວລາ​ດົນນານ,


ເມື່ອ​ຂ້ານ້ອຍ​ຢູ່​ທີ່​ເມືອງ​ເກຊູ​ໃນ​ຊີເຣຍ​ນັ້ນ ຂ້ານ້ອຍ​ໄດ້​ສາບານ​ໄວ້​ວ່າ, ຖ້າ​ພຣະເຈົ້າຢາເວ​ໃຫ້​ຂ້ານ້ອຍ​ກັບຄືນ​ມາ​ທີ່​ນະຄອນ​ເຢຣູຊາເລັມ ຂ້ານ້ອຍ​ຈະ​ນະມັດສະການ​ພຣະເຈົ້າຢາເວ​ທີ່​ເມືອງ​ເຮັບໂຣນ.”


ເອລີເຟເລດ ລູກຊາຍ​ອາຮາສະໄບ ຊາວ​ມາອາກາ; ເອລີອາມ ລູກຊາຍ​ຂອງ​ອາຮີໂຕເຟນ ຊາວ​ກີໂລ.


ກີເລອາບ ຜູ້​ທີ່​ເປັນ​ແມ່​ແມ່ນ​ນາງ​ອາບີກາຍ​ຊາວ​ກາເມນ ເມຍ​ໝ້າຍ​ຂອງ​ນາບານ; ອັບຊາໂລມ ຜູ້​ທີ່​ເປັນ​ແມ່​ແມ່ນ​ນາງ​ມາອາກາ ລູກສາວ​ຂອງ​ກະສັດ​ຕານໄມ​ແຫ່ງ​ເກຊູ;


ເມື່ອ​ພວກ​ນາຍ​ທະຫານ ແລະ​ພົນທະຫານ​ຢູດາ​ທີ່​ບໍ່ໄດ້​ຍອມ​ຈຳນົນ ໄດ້ຍິນ​ເຖິງ​ເລື່ອງ​ນີ້ ພວກເຂົາ​ກໍ​ໄປ​ສົມທົບ​ກັບ​ເກດາລີຢາ​ທີ່​ເມືອງ​ມີຊະປາ. ພວກ​ນາຍ​ທະຫານ​ນີ້​ມີ​ດັ່ງນີ້: ອິດຊະມາເອນ​ລູກຊາຍ​ຂອງ​ເນທານີຢາ, ໂຢຮານານ​ລູກຊາຍ​ຂອງ​ກາເຣຢາ, ເສຣາອີຢາ​ລູກຊາຍ​ຂອງ​ຕັນຮູເມັດ​ຊາວ​ເມືອງ​ເນໂຕຟາ ແລະ​ຢາອາຊານີຢາ ຊາວ​ເມືອງ​ມາອາກາ.


ເຜົ່າກາດ​ໄດ້​ອາໄສ​ຢູ່​ທາງ​ພາກເໜືອ​ເຜົ່າ​ຣູເບັນ​ໃນ​ດິນແດນ​ຂອງ​ບາຊານ ຈົນ​ໄປ​ເຖິງ​ພາກ​ຕາເວັນອອກ​ສຸດ​ຂອງ​ສາເລກາ.


ສະນັ້ນ ອິດຊະມາເອນ​ລູກຊາຍ​ຂອງ​ເນທານີຢາ, ໂຢຮານານ​ລູກຊາຍ​ຂອງ​ກາເຣຢາ, ເສຣາອີຢາ​ລູກຊາຍ​ຂອງ​ຕັນຮູເມັດ, ບັນດາ​ລູກຊາຍ​ຂອງ​ເອຟາອີ​ຈາກ​ເມືອງ​ເນໂຕຟາ ແລະ​ຢາອາຊານີຢາ ຈາກ​ເມືອງ​ມາອາກາ ຈຶ່ງ​ໄດ້​ນຳ​ຄົນ​ຂອງ​ພວກ​ຕົນ​ໄປ​ຫາ​ເກດາລີຢາ​ທີ່​ເມືອງ​ມີຊະປາ.


ຢາອີ​ຜູ້​ທີ່​ເປັນ​ຄົນ​ໃນ​ເຜົ່າ​ມານາເຊ ໄດ້​ຢຶດຄອງ​ຂົງ​ເຂດ​ອັກໂກບ​ທັງໝົດ ຄື​ບາຊານ ໄກ​ອອກ​ໄປ​ຈົນ​ຮອດ​ຊາຍແດນ​ຂອງ​ເກຊູ​ແລະ​ມາອາກາ. ລາວ​ໃສ່​ຊື່​ໝູ່ບ້ານ​ເຫຼົ່ານັ້ນ​ຕາມ​ຊື່​ຂອງຕົນ ຊຶ່ງ​ຍັງ​ເປັນ​ທີ່​ຮູ້ຈັກ​ກັນ​ວ່າ​ໝູ່ບ້ານ​ຂອງ​ຢາອີ.)


ແລ້ວ​ເພິ່ນ​ກໍ​ຍັງ​ສົ່ງ​ຄົນ​ໄປ​ບອກ​ຊາວ​ການາອານ ທີ່​ຢູ່​ທາງ​ສອງ​ຟາກ​ຂ້າງ​ຂອງ​ແມ່ນໍ້າ​ຈໍແດນ​ຄື: ຊາວ​ອາໂມ, ຊາວ​ຮິດຕີ, ຊາວ​ເປຣີຊີ ແລະ​ຊາວ​ເຢບຸດ​ທີ່​ຢູ່​ຕາມ​ເນີນພູ ຕະຫລອດ​ທັງ​ຊາວ​ຮີວີ​ທີ່​ຢູ່​ຕາມ​ຕີນ​ພູ​ເຮີໂມນ​ໃນ​ດິນແດນ​ມີຊະປາ.


ຊາວ​ອິດສະຣາເອນ​ໄດ້​ໄຊຊະນະ ແລະ​ໄດ້​ປົກຄອງ​ດິນແດນ ຢູ່​ທາງທິດ​ຕາເວັນອອກ​ຂອງ​ແມ່ນໍ້າ​ຈໍແດນ ຈາກ​ຮ່ອມພູ​ອາກໂນນ​ຂຶ້ນ​ໄປ​ສູ່​ຮ່ອມພູ​ຈໍແດນ ແລະ​ເລີຍ​ໄປ​ທາງ​ພາກເໜືອ​ຈົນເຖິງ​ພູ​ເຮີໂມນ. ພວກເຂົາ​ຈັບ​ກະສັດ​ສອງ​ຄົນ​ໄດ້.


ດິນແດນ​ນັ້ນ​ຍັງ​ລວມເອົາ​ທັງ​ກີເລອາດ, ອານາເຂດ​ຂອງ​ຊາວ​ເກຊູ​ແລະ​ຊາວ​ມາອາກາ, ພູເຂົາ​ເຮີໂມນ​ທັງໝົດ ແລະ​ພູພຽງ​ບາຊານ​ທັງໝົດ​ຈົນເຖິງ​ເມືອງ​ສາເລກາ.


ໃນ​ສະໄໝ​ນັ້ນ ດາວິດ​ກັບ​ທະຫານ​ຂອງ​ເພິ່ນ​ກໍໄດ້​ໂຈມຕີ​ຊາວ​ເກຊູ, ຊາວ​ກີຣິຊີ ແລະ​ຊາວ​ອາມາເຫຼັກ ຊຶ່ງ​ເປັນ​ພວກ​ທີ່​ຢູ່​ໃນ​ດິນແດນ​ນັ້ນ​ດົນນານ​ມາ​ແລ້ວ. ເພິ່ນ​ໄດ້​ຫລອນ​ໂຈມຕີ​ດິນແດນ​ຂອງ​ພວກເຂົາ ໄປ​ຈົນເຖິງ​ເມືອງ​ຊູເຣ​ແລະ​ລົງ​ໄປ​ເຖິງ​ດິນແດນ​ປະເທດ​ເອຢິບ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka