ກະສັດເປີດປ່ອງຢ້ຽມທາງດ້ານຊີເຣຍອອກຕາມຄຳແນະນຳຂອງຜູ້ທຳນວາຍ. ເອລີຊາສັ່ງວ່າ, “ຈົ່ງຍິງທະນູອອກໄປ.” ພໍກະສັດຍິງທະນູອອກໄປ ຜູ້ທຳນວາຍກໍຮ້ອງຂຶ້ນວ່າ, “ທ່ານເປັນລູກທະນູຂອງພຣະເຈົ້າຢາເວ ຜູ້ທີ່ຈະຕີຊະນະຊີເຣຍ. ທ່ານຈະຕໍ່ສູ້ຊາວຊີເຣຍທີ່ອາເຟັກຈົນຊະນະພວກເຂົາ.”