ໂຢຊວຍ 12:1 - ພຣະຄຳພີສັກສິ1 ຊາວອິດສະຣາເອນໄດ້ໄຊຊະນະ ແລະໄດ້ປົກຄອງດິນແດນ ຢູ່ທາງທິດຕາເວັນອອກຂອງແມ່ນໍ້າຈໍແດນ ຈາກຮ່ອມພູອາກໂນນຂຶ້ນໄປສູ່ຮ່ອມພູຈໍແດນ ແລະເລີຍໄປທາງພາກເໜືອຈົນເຖິງພູເຮີໂມນ. ພວກເຂົາຈັບກະສັດສອງຄົນໄດ້. Uka jalj uñjjattʼäta |
ຫລັງຈາກພວກເຮົາໄດ້ຜ່ານດິນແດນໂມອາບໄປແລ້ວ ອົງພຣະຜູ້ເປັນເຈົ້າໄດ້ກ່າວແກ່ພວກເຮົາວ່າ, ‘ບັດນີ້ ຈົ່ງເລີ່ມຂ້າມແມ່ນໍ້າອາກໂນນ ເພາະເຮົາໄດ້ມອບເຈົ້າສີໂຫນກະສັດຂອງຊາວອາໂມແຫ່ງນະຄອນເຮັດຊະໂບນ ພ້ອມດ້ວຍດິນແດນຂອງລາວໃຫ້ຢູ່ໃຕ້ອຳນາດຂອງພວກເຈົ້າແລ້ວ. ຈົ່ງໂຈມຕີແລະຢຶດຄອງດິນແດນຂອງລາວໄດ້.
ຈົນກວ່າຈະຕີເອົາໄດ້ດິນແດນທາງພາກຕາເວັນຕົກຂອງແມ່ນໍ້າຈໍແດນ ຊຶ່ງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າໄດ້ມອບໃຫ້ພວກເຂົາ. ເມື່ອພຣະອົງໃຫ້ທຸກໆເຜົ່າຂອງຊາດອິດສະຣາເອນຢູ່ຢ່າງປອດໄພແລ້ວ ພວກເຈົ້າຈຶ່ງຈະກັບຄືນມາຕັ້ງຖິ່ນຖານ ທີ່ດິນແດນຂອງພວກເຈົ້າທາງພາກທິດຕາເວັນອອກພີ້ໄດ້ ບ່ອນທີ່ໂມເຊຜູ້ຮັບໃຊ້ຂອງພຣະເຈົ້າຢາເວໄດ້ມອບໃຫ້ແກ່ພວກເຈົ້າ.”
ບັດນີ້ ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ໄດ້ໃຫ້ພີ່ນ້ອງຊາວອິດສະຣາເອນຂອງພວກເຈົ້າມີຄວາມສະຫງົບສຸກແລ້ວ ຕາມທີ່ພຣະອົງໄດ້ສັນຍາໄວ້. ສະນັ້ນ ຂໍໃຫ້ພວກເຈົ້າຄືນສູ່ດິນແດນ ຊຶ່ງພວກເຈົ້າໄດ້ຮຽກຮ້ອງເອົາເປັນກຳມະສິດ ທີ່ທາງທິດຕາເວັນອອກຂອງແມ່ນໍ້າຈໍແດນນັ້ນສາ ທີ່ໂມເຊຜູ້ຮັບໃຊ້ຂອງພຣະເຈົ້າຢາເວໄດ້ມອບໝາຍໃຫ້ພວກເຈົ້ານັ້ນ.