Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຊວຍ 11:9 - ພຣະຄຳພີສັກສິ

9 ໂຢຊວຍ​ໄດ້​ເຮັດ​ຕໍ່​ພວກເຂົາ​ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ ຄື​ຕັດ​ເອັນຄະນ່ອງ​ມ້າ​ແລະ​ຈູດ​ລົດຮົບ​ທັງໝົດ​ຂອງ​ພວກເຂົາ​ຖິ້ມ.

Uka jalj uñjjattʼäta Copia luraña




ໂຢຊວຍ 11:9
6 Jak'a apnaqawi uñst'ayäwi  

ຂ້ອຍ​ຈະ​ບໍ່ມີ​ໜ້າ​ໃນ​ການ​ສົນທະນາ​ລັບ​ກັບ​ພວກເຂົາ ທັງ​ຈະ​ບໍ່​ເຂົ້າ​ໄປ​ປະຊຸມ​ບ່ອນ​ໃດໆ​ນຳ​ເດັດຂາດ ເພາະ​ພວກເຂົາ​ຂ້າ​ຄົນ​ຕັ້ງ​ຫລວງຫລາຍ ລົ້ມຕາຍ​ກັນ​ມາກມາຍ​ກໍ​ເພາະ​ຄວາມ​ໂກດຮ້າຍ. ພວກເຂົາ​ໄດ້​ໃຊ້​ມີດ​ຕັດ​ເອັນ​ຂະນ່ອງ​ງົວເຖິກ ສະໜຸກ​ດຸດດັ່ງ​ກິລາ​ຈົນ​ງົວ​ຂາ​ພິການ​ຍ້ອນ;


ກະສັດ​ດາວິດ​ຈັບ​ທະຫານ​ມ້າ​ຂອງ​ເຈົ້າ​ຮາດາເດເຊ​ໄດ້​ໜຶ່ງພັນ​ເຈັດຮ້ອຍ​ຄົນ ແລະ​ທະຫານ​ບົກ​ອີກ​ຊາວພັນ​ຄົນ. ເພິ່ນ​ເອົາ​ມ້າ​ຮ້ອຍ​ໂຕ​ໄວ້​ສຳລັບ​ລົດຮົບ ສ່ວນ​ທີ່​ເຫຼືອ​ນັ້ນ​ເພິ່ນ​ສັ່ງ​ໃຫ້​ຕັດ​ເອັນຄະນ່ອງ​ທັງໝົດ.


ພຣະອົງ​ຊົງ​ກ່າວ​ວ່າ, “ຈົ່ງ​ງຽບສະຫງົບ​ຢູ່ ແລະ​ຈົ່ງ​ຮູ້​ເຖີດ​ວ່າ​ເຮົາ​ຄື​ພຣະເຈົ້າ ເຮົາ​ເປັນ​ທີ່​ຍົກຍໍ​ໃນ​ທ່າມກາງ​ບັນດາ​ປະຊາຊາດ ເຮົາ​ເປັນ​ທີ່​ຍົກຍໍ​ເທິງ​ແຜ່ນດິນ​ໂລກ.”


ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ວ່າ, “ເຮົາ​ເປັນ​ສັດຕູ​ຂອງ​ເຈົ້າ ເຮົາ​ຈະ​ຈູດ​ລົດຮົບ​ຂອງ​ເຈົ້າ​ຖິ້ມ​ໝົດ. ພວກ​ທະຫານ​ຂອງເຈົ້າ​ຈະ​ຖືກ​ຂ້າ​ໃນ​ສະໜາມຮົບ ແລະ​ເຮົາ​ຈະ​ເອົາ​ທຸກສິ່ງ​ທີ່​ເຈົ້າ​ໄດ້​ມາ​ຈາກ​ຄົນອື່ນ​ນັ້ນ​ຄືນໄປ. ສຽງ​ຮ້ອງຂໍ​ຂອງ​ຜູ້​ສົ່ງຂ່າວ​ຂອງ​ເຈົ້າ​ຈະ​ບໍ່ໄດ້ຍິນ​ອີກ​ຕໍ່ໄປ.”


ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ໂຢຊວຍ​ວ່າ, “ຢ່າ​ຢ້ານ​ພວກເຂົາ ເພາະ​ມື້ອື່ນ​ໃນ​ເວລາ​ດຽວກັນ​ນີ້ ເຮົາ​ຈະ​ຂ້າ​ພວກເຂົາ​ທັງໝົດ​ໃຫ້​ຊາດ​ອິດສະຣາເອນ. ໃຫ້​ເຈົ້າ​ຕັດ​ເອັນຄະນ່ອງ​ມ້າ ແລະ​ຈູດ​ລົດຮົບ​ຂອງ​ພວກເຂົາ​ຖິ້ມ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka