ໂຢຊວຍ 11:8 - ພຣະຄຳພີສັກສິ8 ພຣະເຈົ້າຢາເວໄດ້ໃຫ້ພວກອິດສະຣາເອນມີໄຊຊະນະ. ພວກອິດສະຣາເອນໄດ້ໂຈມຕີ ແລະໄລ່ຕິດຕາມພວກເຂົາໄປທາງທິດເໜືອໄກສຸດ ຈົນເຖິງເມືອງມີສະເຣໂຟດມາອີມແລະຊີໂດນເມືອງໃຫຍ່ ແລະໄປທາງທິດຕາເວັນອອກໄກສຸດ ຈົນເຖິງຮ່ອມພູຂອງເມືອງມີຊະປາ. ການສູ້ຮົບໄດ້ດຳເນີນໄປ ຈົນກວ່າເຫຼົ່າສັດຕູໄດ້ຖືກຂ້າໝົດສິ້ນ. Uka jalj uñjjattʼäta |
ແຕ່ບັດນີ້ ພວກເຈົ້າຈະໄດ້ເຫັນດ້ວຍຕົນເອງວ່າ ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ຈະນຳໜ້າພວກເຈົ້າໄປເໝືອນດັ່ງໄຟທີ່ເຜົາຜານ. ພຣະອົງຈະເອົາຊະນະພວກເຂົາເມື່ອພວກເຈົ້າບຸກໜ້າເຂົ້າໄປ ເພື່ອວ່າພວກເຈົ້າຈະຂັບໄລ່ພວກເຂົາອອກໄປ ແລະຈະທຳລາຍພວກເຂົາຢ່າງວ່ອງໄວ ຕາມທີ່ພຣະເຈົ້າຢາເວໄດ້ສັນຍາໄວ້.
ດິນແດນເຫຼົ່ານີ້ລວມເອົາເຂດແດນທັງໝົດຂອງຊາວຊີໂດນ ຊຶ່ງຢູ່ຕາມເຂດເນີນພູລະຫວ່າງພູເລບານອນແລະເມືອງມີສະເຣໂຟດມາອີມ. ເຮົາຈະຂັບໄລ່ປະຊາຊົນເຫຼົ່ານີ້ທັງໝົດອອກໜີ ເມື່ອປະຊາຊົນອິດສະຣາເອນບຸກໜ້າເຂົ້າໄປ. ເຈົ້າຈະຕ້ອງແບ່ງປັນດິນແດນນີ້ໃຫ້ຊາວອິດສະຣາເອນ ຕາມທີ່ເຮົາໄດ້ສັ່ງເຈົ້າໃຫ້ເຮັດ.