ໂຢຊວຍ 11:6 - ພຣະຄຳພີສັກສິ6 ພຣະເຈົ້າຢາເວໄດ້ກ່າວແກ່ໂຢຊວຍວ່າ, “ຢ່າຢ້ານພວກເຂົາ ເພາະມື້ອື່ນໃນເວລາດຽວກັນນີ້ ເຮົາຈະຂ້າພວກເຂົາທັງໝົດໃຫ້ຊາດອິດສະຣາເອນ. ໃຫ້ເຈົ້າຕັດເອັນຄະນ່ອງມ້າ ແລະຈູດລົດຮົບຂອງພວກເຂົາຖິ້ມ.” Uka jalj uñjjattʼäta |
ອັດຊີເຣຍບໍ່ເຄີຍຊ່ວຍພວກຂ້ານ້ອຍໃຫ້ພົ້ນ ມ້າເສິກໃຫ້ຄວາມຄຸ້ມຄອງແກ່ພວກຂ້ານ້ອຍກໍບໍ່ໄດ້. ພວກຂ້ານ້ອຍຈະບໍ່ກ່າວຕໍ່ຮູບເຄົາຣົບຂອງພວກຂ້ານ້ອຍອີກວ່າ ພວກມັນເປັນພຣະເຈົ້າຂອງພວກຂ້ານ້ອຍ. ຂ້າແດ່ພຣະເຈົ້າຂອງພວກຂ້ານ້ອຍ ຂໍໂຜດສຳແດງຄວາມເມດຕາຕໍ່ພວກຂ້ານ້ອຍ ທີ່ຂາດຜູ້ເພິ່ງພາອາໄສດ້ວຍເຖີດ.”