5 ກະສັດທັງໝົດເຫຼົ່ານີ້ໄດ້ມາໂຮມກັນຕັ້ງຄ້າຍພັກທີ່ຫ້ວຍນໍ້າເມໂຣມ ເພື່ອຕໍ່ສູ້ພວກອິດສະຣາເອນ.
ເມື່ອຊາວຊີເຣຍຮູ້ຕົວວ່າ ພວກຕົນໄດ້ພ່າຍແພ້ແກ່ຊາວອິດສະຣາເອນ; ສະນັ້ນ ພວກເຂົາຈຶ່ງລະດົມເອົາທະຫານທັງໝົດມາໂຮມກັນ.
ຂ້າແດ່ພຣະເຈົ້າຢາເວ ຂ້ານ້ອຍນີ້ມີສັດຕູຫລາຍ ມີຫລາຍຄົນທີ່ສຸດຫັນມາຕໍ່ສູ້ຂ້ານ້ອຍຢູ່
ແຕ່ເມື່ອເຫັນພູນີ້ແລ້ວຕ່າງກໍງຶດງໍ້ປະຫລາດໃຈ ຈຶ່ງຢ້ານກົວແລະແລ່ນປົບໜີໄປໝົດສິ້ນ.
ຊົນຊາດຂີ້ຢ້ານທັງຫລາຍເອີຍ ຈົ່ງເຂົ້າມາເຕົ້າໂຮມກັນ ບັນດາປະເທດທີ່ຢູ່ຫ່າງໄກເອີຍ ຈົ່ງຟັງເທີ້ນ. ຕຽມພ້ອມສູ້ຮົບແຕ່ພັດຢ້ານກົວ ແມ່ນແລ້ວຕຽມພ້ອມແຕ່ພັດຢ້ານກົວ
ພວກເຫຼົ່ານີ້ ໄດ້ມາພ້ອມດ້ວຍທະຫານທັງໝົດຂອງພວກຕົນ ເປັນກອງທັບທີ່ປະກອບດ້ວຍຄົນຢ່າງຫລວງຫລາຍ ດັ່ງເມັດຊາຍຕາມແຄມຝັ່ງທະເລ. ພວກເຂົາມີທັງມ້າແລະລົດຮົບຢ່າງຫລວງຫລາຍ.
ພຣະເຈົ້າຢາເວໄດ້ກ່າວແກ່ໂຢຊວຍວ່າ, “ຢ່າຢ້ານພວກເຂົາ ເພາະມື້ອື່ນໃນເວລາດຽວກັນນີ້ ເຮົາຈະຂ້າພວກເຂົາທັງໝົດໃຫ້ຊາດອິດສະຣາເອນ. ໃຫ້ເຈົ້າຕັດເອັນຄະນ່ອງມ້າ ແລະຈູດລົດຮົບຂອງພວກເຂົາຖິ້ມ.”
ພວກເຂົາໄດ້ມາຮ່ວມກັນ ຕໍ່ສູ້ໂຢຊວຍແລະຊາວອິດສະຣາເອນ.
ດ້ວຍວ່າ, ວິນຍານເຫຼົ່ານັ້ນເປັນຜີມານຮ້າຍ ທີ່ເຮັດໝາຍສຳຄັນ ມັນອອກໄປຫາກະສັດທັງຫລາຍທົ່ວພິພົບໂລກ ເພື່ອໃຫ້ກະສັດເຫຼົ່ານັ້ນມາຮ່ວມກັນສຳລັບການສົງຄາມ ໃນວັນອັນໃຫຍ່ຫລວງຂອງພຣະເຈົ້າ ຜູ້ຊົງຣິດທານຸພາບສູງສຸດ. (