Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຊວຍ 11:4 - ພຣະຄຳພີສັກສິ

4 ພວກ​ເຫຼົ່ານີ້ ໄດ້​ມາ​ພ້ອມ​ດ້ວຍ​ທະຫານ​ທັງໝົດ​ຂອງ​ພວກ​ຕົນ ເປັນ​ກອງທັບ​ທີ່​ປະກອບ​ດ້ວຍ​ຄົນ​ຢ່າງ​ຫລວງຫລາຍ ດັ່ງ​ເມັດ​ຊາຍ​ຕາມ​ແຄມ​ຝັ່ງ​ທະເລ. ພວກເຂົາ​ມີ​ທັງ​ມ້າ​ແລະ​ລົດຮົບ​ຢ່າງ​ຫລວງຫລາຍ.

Uka jalj uñjjattʼäta Copia luraña




ໂຢຊວຍ 11:4
8 Jak'a apnaqawi uñst'ayäwi  

ເຮົາ​ຂໍ​ສັນຍາ​ວ່າ ຈະ​ໃຫ້​ເຈົ້າ​ມີ​ເຊື້ອສາຍ​ຢ່າງ​ຫລວງຫລາຍ ດັ່ງ​ດວງດາວ​ໃນ​ທ້ອງຟ້າ​ຫລື​ເມັດ​ດິນຊາຍ​ທີ່​ແຄມ​ທະເລ. ເຊື້ອສາຍ​ຂອງ​ເຈົ້າ​ຈະ​ຕີ​ຊະນະ​ສັດຕູ​ທັງປວງ.


ໂຜດ​ຈົດຈຳ​ຄຳສັນຍາ​ທີ່​ວ່າ ພຣະອົງ​ຈະ​ເຮັດ​ທຸກສິ່ງ​ໃຫ້​ຜ່ານ​ພົ້ນ​ໄປ​ໂດຍ​ດີ ແລະ​ໃຫ້​ຂ້ານ້ອຍ​ມີ​ເຊື້ອສາຍ​ຢ່າງ​ຫລວງຫລາຍ ດັ່ງ​ເມັດຊາຍ​ທີ່​ແຄມ​ທະເລ​ຊຶ່ງ​ບໍ່​ອາດ​ນັບ​ໄດ້.”


ຕາມ​ຄຳແນະນຳ​ຂອງ​ຂ້ານ້ອຍ​ແລ້ວ ຢາກ​ຈະ​ໃຫ້​ທ່ານ​ນຳ​ເອົາ​ພວກ​ອິດສະຣາເອນ​ທຸກຄົນ​ຕັ້ງແຕ່​ເມືອງ​ດານ​ທາງ​ພາກເໜືອ ຈົນເຖິງ​ເບເອນເຊບາ​ທາງ​ພາກໃຕ້​ເຂົ້າ​ມາ​ເຕົ້າໂຮມ​ກັນ​ໃຫ້​ຫລາຍ​ດັ່ງ​ເມັດ​ຊາຍ​ໃນ​ແຄມ​ທະເລ ແລ້ວ​ໃຫ້​ທ່ານ​ເປັນ​ຜູ້ນຳ​ພວກເຂົາ​ອອກ​ໄປ​ສູ້ຮົບ​ເອງ.


ປະຊາຊົນ​ຊາວ​ອິດສະຣາເອນ​ແລະ​ຊາວ​ຢູດາ​ມີ​ຈຳນວນ​ຫລວງຫລາຍ ດັ່ງ​ເມັດ​ຊາຍ​ຕາມ​ຝັ່ງ​ທະເລ; ພວກເຂົາ​ກິນ​ແລະ​ດື່ມ​ຢ່າງ​ຊົມຊື່ນ​ຍິນດີ.


ຝ່າຍ​ຄົນ​ເຫຼົ່ານັ້ນ​ກໍ​ຈະ​ລົ້ມ​ຍ້ອນ​ເຕະ​ສະດຸດ ແຕ່​ພວກເຮົາ​ຈະ​ລຸກຢືນ​ຂຶ້ນ​ຢ່າງ​ໜັກແໜ້ນ.


ກະສັດ​ທັງໝົດ​ເຫຼົ່ານີ້​ໄດ້​ມາ​ໂຮມ​ກັນ​ຕັ້ງ​ຄ້າຍພັກ​ທີ່​ຫ້ວຍ​ນໍ້າ​ເມໂຣມ ເພື່ອ​ຕໍ່ສູ້​ພວກ​ອິດສະຣາເອນ.


ຝ່າຍ​ຊາວ​ມີດີອານ, ຊາວ​ອາມາເຫຼັກ ແລະ​ຄົນ​ໃນ​ເຜົ່າ​ຕ່າງໆ​ທີ່​ຢູ່​ຕາມ​ຖິ່ນ​ແຫ້ງແລ້ງ​ກັນດານ ກໍ​ຢາຍ​ກັນ​ຢູ່​ຕາມ​ຮ່ອມພູ​ເໝືອນ​ດັ່ງ​ຝູງຕັກແຕນ. ພວກເຂົາ​ມີ​ຝູງ​ອູດ​ຢ່າງ​ຫລວງຫລາຍ ຄ້າຍ​ກັບ​ເມັດ​ດິນ​ຊາຍ​ຕາມ​ແຄມຝັ່ງ​ທະເລ.


ພວກ​ຟີລິດສະຕິນ​ໄດ້​ທ້ອນໂຮມ​ກຳລັງ​ກັນ​ມາ​ຕໍ່ສູ້​ພວກ​ອິດສະຣາເອນ. ພວກເຂົາ​ມີ​ລົດຮົບ​ສາມສິບພັນ​ຄັນ, ທະຫານ​ມ້າ​ຫົກພັນ​ຄົນ ແລະ​ມີ​ທະຫານ​ຫລວງຫລາຍ​ດັ່ງ​ເມັດ​ດິນ​ຊາຍ​ທີ່​ຝັ່ງ​ທະເລ. ພວກເຂົາ​ໄດ້​ໄປ​ສູ່​ມິກມາດ​ທີ່​ທາງ​ຕາເວັນອອກ​ຂອງ​ເບັດອາເວນ ແລະ​ຕັ້ງຄ້າຍ​ຢູ່​ທີ່​ນັ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka