ໂຢຊວຍ 11:3 - ພຣະຄຳພີສັກສິ3 ແລ້ວເພິ່ນກໍຍັງສົ່ງຄົນໄປບອກຊາວການາອານ ທີ່ຢູ່ທາງສອງຟາກຂ້າງຂອງແມ່ນໍ້າຈໍແດນຄື: ຊາວອາໂມ, ຊາວຮິດຕີ, ຊາວເປຣີຊີ ແລະຊາວເຢບຸດທີ່ຢູ່ຕາມເນີນພູ ຕະຫລອດທັງຊາວຮີວີທີ່ຢູ່ຕາມຕີນພູເຮີໂມນໃນດິນແດນມີຊະປາ. Uka jalj uñjjattʼäta |
ພວກຄົນງານທີ່ກະສັດໂຊໂລໂມນໄດ້ເກນເອົານີ້ ແມ່ນເຊື້ອສາຍຂອງຊາວການາອານ ທີ່ຊາວອິດສະຣາເອນໄດ້ໄວ້ຊີວິດຂອງພວກເຂົາ ຕອນທີ່ຢຶດເອົາດິນແດນຂອງພວກເຂົານັ້ນ. ພວກເຫຼົ່ານີ້ມີດັ່ງນີ້: ຊາວອາໂມ, ຊາວຮິດຕີ, ຊາວເປຣິຊີ ຊາວຮີວີແລະຊາວເຢບຸດ; ລູກຫລານຂອງພວກເຫຼົ່ານີ້ຍັງສືບຕໍ່ເປັນທາດຮັບໃຊ້ມາຈົນເທົ່າທຸກວັນນີ້.
“ເມື່ອພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ນຳພາພວກເຈົ້າໄປສູ່ດິນແດນທີ່ພວກເຈົ້າກຳລັງຈະເຂົ້າໄປຄອບຄອງ ແລະພຣະອົງຈະຂັບໄລ່ຫລາຍຊົນຊາດໃຫ້ອອກໜີໄປ. ເມື່ອພວກເຈົ້າບຸກເຂົ້າໄປນັ້ນ ພຣະອົງຈະຂັບໄລ່ເຈັດຊົນຊາດໃຫຍ່ ແລະມີອຳນາດກວ່າພວກເຈົ້າອອກໄປ ດັ່ງນີ້: ຊາວຮິດຕີ, ກີກາຊີ, ອາໂມ, ການາອານ, ເປຣີຊີ, ຮີວີ ແລະເຢບຸດ.