ໂຢຊວຍ 11:23 - ພຣະຄຳພີສັກສິ23 ໂຢຊວຍໄດ້ຢຶດຄອງດິນແດນທັງໝົດ ຕາມທີ່ພຣະເຈົ້າຢາເວໄດ້ສັ່ງໄວ້ກັບໂມເຊ. ເພິ່ນໄດ້ມອບດິນແດນນີ້ໃຫ້ເປັນກຳມະສິດຂອງຊາວອິດສະຣາເອນ ໂດຍໄດ້ແບ່ງປັນດິນແດນນັ້ນເປັນສ່ວນໃຫ້ແຕ່ລະເຜົ່າ. ສະນັ້ນ ປະຊາຊົນຈຶ່ງໄດ້ເຊົາສູ້ຮົບ ແລະຢູ່ຢ່າງສະຫງົບສຸກ. Uka jalj uñjjattʼäta |
ເຫດສະນັ້ນ ເມື່ອພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າໄດ້ໃຫ້ພວກເຈົ້າຢຸດພັກຈາກເຫຼົ່າສັດຕູທີ່ຢູ່ອ້ອມຂ້າງແລ້ວ, ໃນດິນແດນທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າມອບໃຫ້ເປັນມໍຣະດົກ, ຈົ່ງຈັດການກັບຊາວອາມາເຫຼັກໂດຍຂ້າພວກເຂົາໃຫ້ໝົດກ້ຽງ ເພື່ອວ່າຈະບໍ່ມີໃຜລະນຶກເຖິງພວກເຂົາອີກຕໍ່ໄປ ຢ່າລືມຄຳສັ່ງນີ້.”
ໂຢຊວຍແລະປະຊາຊົນອິດສະຣາເອນໄດ້ຊະນະບັນດາກະສັດທັງຫລາຍ ທີ່ຢູ່ເຂດແດນທາງທິດຕາເວັນຕົກຂອງແມ່ນໍ້າຈໍແດນ ຈາກບາອານກາດໃນຮ່ອມພູຂອງເລບານອນ ຈົນເຖິງພູຮາລັກຊຶ່ງຢູ່ທາງທິດໃຕ້ໃກ້ກັບດິນແດນເອໂດມ. ໂຢຊວຍໄດ້ແບ່ງປັນດິນແດນນີ້ໃຫ້ເຜົ່າຕ່າງໆໃນຊາດອິດສະຣາເອນ ເພື່ອເປັນກຳມະສິດຂອງພວກເຂົາຕະຫລອດໄປ.
ບັດນີ້ ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ໄດ້ໃຫ້ພີ່ນ້ອງຊາວອິດສະຣາເອນຂອງພວກເຈົ້າມີຄວາມສະຫງົບສຸກແລ້ວ ຕາມທີ່ພຣະອົງໄດ້ສັນຍາໄວ້. ສະນັ້ນ ຂໍໃຫ້ພວກເຈົ້າຄືນສູ່ດິນແດນ ຊຶ່ງພວກເຈົ້າໄດ້ຮຽກຮ້ອງເອົາເປັນກຳມະສິດ ທີ່ທາງທິດຕາເວັນອອກຂອງແມ່ນໍ້າຈໍແດນນັ້ນສາ ທີ່ໂມເຊຜູ້ຮັບໃຊ້ຂອງພຣະເຈົ້າຢາເວໄດ້ມອບໝາຍໃຫ້ພວກເຈົ້ານັ້ນ.