Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຊວຍ 11:20 - ພຣະຄຳພີສັກສິ

20 ພຣະເຈົ້າຢາເວ​ໄດ້​ເຮັດ​ໃຫ້​ພວກເຂົາ​ມີ​ໃຈ​ຢາກ​ສູ້ຮົບ​ຊາວ​ອິດສະຣາເອນ ເພື່ອ​ວ່າ​ພວກເຂົາ​ຈະ​ໄດ້​ຖືກ​ທຳລາຍ​ຢ່າງ​ໝົດກ້ຽງ​ເປັນ​ການ​ລົງໂທດ ແລະ​ເພື່ອ​ທຸກຄົນ​ຈະ​ຖືກ​ຂ້າ​ຢ່າງ​ບໍ່​ປານີ ເໝືອນ​ດັ່ງ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ໄວ້​ກັບ​ໂມເຊ.

Uka jalj uñjjattʼäta Copia luraña




ໂຢຊວຍ 11:20
24 Jak'a apnaqawi uñst'ayäwi  

ອັບຊາໂລມ​ແລະ​ຊາວ​ອິດສະຣາເອນ​ທຸກຄົນ​ຈຶ່ງ​ເວົ້າ​ວ່າ, “ຄຳແນະນຳ​ຂອງ​ຮູຊາຍ​ຊາວ​ອາກກິດ​ນີ້​ດີກວ່າ​ຄຳແນະນຳ​ຂອງ​ອາຮີໂຕເຟນ.” ພຣະເຈົ້າຢາເວ​ຕັດສິນໃຈ​ບໍ່​ໃຫ້​ອັບຊາໂລມ​ເຮັດ​ຕາມ​ຄຳແນະນຳ​ທີ່​ດີ​ຂອງ​ອາຮີໂຕເຟນ ເພື່ອ​ວ່າ​ພຣະເຈົ້າຢາເວ​ຈະ​ໃຫ້​ຄວາມພິນາດ​ຕົກ​ຖືກ​ອັບຊາໂລມ.


ສະນັ້ນ ກະສັດ​ຈຶ່ງ​ບໍ່​ຍອມ​ຮັບ​ຄຳ​ຮ້ອງທຸກ​ຂອງ​ປະຊາຊົນ ເພາະ​ແມ່ນ​ຄວາມປະສົງ​ຂອງ​ພຣະເຈົ້າຢາເວ​ທີ່​ໄດ້​ໃຫ້​ເຫດການ​ເຊັ່ນນີ້​ເກີດຂຶ້ນ ເພື່ອ​ໃຫ້​ສຳເລັດ​ຕາມ​ຄຳສັນຍາ​ທີ່​ພຣະເຈົ້າຢາເວ​ໄດ້​ກ່າວ​ໄວ້​ກັບ​ເຢໂຣໂບອາມ​ລູກຊາຍ​ຂອງ​ເນບັດ ຜ່ານ​ທາງ​ຜູ້ທຳນວາຍ​ອາຮີຢາ​ແຫ່ງ​ເມືອງ​ຊີໂລ.


ພຣະເຈົ້າ​ໄດ້​ໃຊ້​ການ​ມາ​ຢ້ຽມຢາມ​ໂຢຣາມ​ໃນ​ຄັ້ງ​ນີ້ ນຳ​ເອົາ​ຄວາມ​ຈິບຫາຍ​ມາ​ສູ່​ອາຮາຊີຢາ. ໃນ​ຂະນະທີ່​ອາຮາຊີຢາ​ພັກ​ຢູ່​ໃນ​ທີ່ນັ້ນ ເພິ່ນ​ເອງ​ແລະ​ໂຢຣາມ​ໄດ້​ປະເຊີນ​ໜ້າ​ກັບ​ຊາຍ​ຄົນ​ໜຶ່ງ​ຊື່​ວ່າ ເຢຮູ​ລູກຊາຍ​ຂອງ​ນິມຊີ. ພຣະເຈົ້າຢາເວ​ໄດ້​ເລືອກ​ເອົາ​ລາວ​ຂຶ້ນ​ມາ ເພື່ອ​ທຳລາຍ​ເຊື້ອວົງ​ຂອງ​ອາຮາບ.


ອາມາຊີຢາ​ເວົ້າ​ຕັດ​ບົດ​ວ່າ, “ເຮົາ​ແຕ່ງຕັ້ງ​ເຈົ້າ​ໃຫ້​ເປັນ​ທີ່ປຶກສາ​ຂອງ​ກະສັດ​ເມື່ອໃດ? ຈົ່ງ​ຢຸດ​ເວົ້າ​ແມ ຫລື​ຈະ​ໃຫ້​ເຮົາ​ຂ້າ​ເຈົ້າ​ເສຍ.” ແຕ່​ຜູ້ທຳນວາຍ​ເວົ້າ​ສວນ​ຂຶ້ນ ແລະ​ບອກ​ເພິ່ນ​ວ່າ, “ບັດນີ້ ຂ້ານ້ອຍ​ຮູ້​ວ່າ​ພຣະເຈົ້າ​ໄດ້​ຕັດສິນໃຈ​ທຳລາຍ​ທ່ານ​ແລ້ວ ເພາະ​ທ່ານ​ໄດ້​ເຮັດ​ສິ່ງ​ທັງໝົດ​ນີ້ ແລະ​ຍັງ​ບໍ່​ຍອມ​ຟັງ​ຄຳ​ຕັກເຕືອນ​ຂອງ​ຂ້ານ້ອຍ.”


ຕໍ່ມາ ພຣະເຈົ້າຢາເວ​ໄດ້​ບອກ​ໂມເຊ​ວ່າ, “ຈົ່ງ​ເຂົ້າ​ໄປ​ພົບ​ກະສັດ​ຟາໂຣ. ເຮົາ​ໄດ້​ເຮັດ​ໃຫ້​ກະສັດ​ຟາໂຣ​ກັບ​ບັນດາ​ຂ້າຣາຊການ​ຂອງ​ລາວ​ມີ​ໃຈ​ແຂງ​ກະດ້າງ​ດື້ດຶງ ເພື່ອ​ເຮົາ​ຈະ​ສຳແດງ​ໝາຍສຳຄັນ​ກັບ​ການ​ອັດສະຈັນ​ເຫຼົ່ານີ້​ໃນ​ທ່າມກາງ​ພວກເຂົາ


ໂມເຊ​ແລະ​ອາໂຣນ​ໄດ້​ເຮັດ​ການ​ອັດສະຈັນ​ເຫຼົ່ານັ້ນ​ຊ້ອງໜ້າ​ກະສັດ​ຟາໂຣ, ແຕ່​ພຣະເຈົ້າຢາເວ​ໄດ້​ເຮັດ​ໃຫ້​ກະສັດ​ຟາໂຣ​ໃຈ​ແຂງ​ກະດ້າງ​ດື້ດຶງ ແລະ​ເພິ່ນ​ບໍ່​ຍອມ​ປ່ອຍ​ໃຫ້​ຊາວ​ອິດສະຣາເອນ​ອອກ​ໜີໄປ​ຈາກ​ປະເທດ.


ເຮົາ​ຈະ​ເຮັດ​ໃຫ້​ຊາວ​ເອຢິບ​ໃຈ​ແຂງ​ກະດ້າງ​ດື້ດຶງ​ຫລາຍ​ຍິ່ງ​ຂຶ້ນ ແລະ​ພວກເຂົາ​ຈະ​ໄລ່​ຕິດຕາມ​ພວກເຈົ້າ​ມາ ແລະ​ເຮົາ​ຈະ​ໄດ້​ຮັບ​ສະຫງ່າຣາສີ​ກຽດຕິຍົດ ເມື່ອ​ເຮົາ​ໄດ້​ຊະນະ​ກະສັດ​ຟາໂຣ, ກອງທັບ, ທະຫານ​ມ້າ, ລົດຮົບ, ພ້ອມ​ຄົນຂັບ​ຂອງ​ລາວ​ເທົ່ານັ້ນ.


ເຮົາ​ຈະ​ເຮັດ​ໃຫ້​ລາວ​ໃຈ​ແຂງ​ກະດ້າງ​ດື້ດຶງ​ຂຶ້ນ​ອີກ ແລະ​ໄລ່​ຕິດຕາມ​ພວກເຈົ້າ​ມາ ແລະ​ໄຊຊະນະ​ຂອງເຮົາ​ທີ່​ມີ​ຕໍ່​ລາວ ແລະ​ກອງທັບ​ຂອງ​ລາວ ຈະ​ນຳ​ກຽດ​ສັກສີ​ແລະ​ຊື່ສຽງ​ມາ​ໃຫ້​ເຮົາ. ແລ້ວ​ຊາວ​ເອຢິບ​ກໍ​ຈະ​ໄດ້​ຮູ້​ວ່າ ເຮົາ​ແມ່ນ​ພຣະເຈົ້າຢາເວ.” ດັ່ງນັ້ນ ຊາວ​ອິດສະຣາເອນ​ຈຶ່ງ​ເຮັດ​ຕາມ​ທີ່​ໄດ້​ກ່າວ​ໄວ້​ນັ້ນ​ທຸກປະການ.


ພຣະເຈົ້າຢາເວ​ໄດ້​ເຮັດ​ໃຫ້​ກະສັດ​ຟາໂຣ​ໃຈ​ແຂງ​ກະດ້າງ​ດື້ດຶງ ແລະ​ໄລ່​ຕິດຕາມ​ຊາວ​ອິດສະຣາເອນ ຊຶ່ງ​ພວມ​ເດີນທາງ​ໄປ​ຢ່າງ​ມີໄຊ.


ພຣະເຈົ້າຢາເວ​ຍັງ​ໄດ້​ສັ່ງ​ໂມເຊ​ໄວ້​ອີກ​ວ່າ, “ບັດນີ້ ເຈົ້າ​ກຳລັງ​ເດີນທາງ​ກັບຄືນ​ສູ່​ປະເທດ​ເອຢິບ ຈົ່ງ​ເຮັດ​ການ​ອັດສະຈັນ​ທຸກຢ່າງ​ໃຫ້​ກະສັດ​ຟາໂຣ​ເຫັນ​ແທ້ໆ​ຄື: ເຮັດ​ຕາມ​ຣິດອຳນາດ​ທີ່​ເຮົາ​ໄດ້​ມອບ​ໃຫ້​ເຈົ້າ​ນັ້ນ. ແຕ່​ຝ່າຍ​ເຮົາ​ຈະ​ເຮັດ​ໃຫ້​ໃຈ​ຂອງ​ກະສັດ​ຟາໂຣ​ແຂງ​ກະດ້າງ​ດື້ດຶງ ແລະ​ບໍ່​ຍອມ​ປ່ອຍ​ໃຫ້​ປະຊາຊົນ​ໄປ.


ແຕ່​ພຣະເຈົ້າຢາເວ​ຍັງ​ໄດ້​ເຮັດ​ໃຫ້​ກະສັດ​ຟາໂຣ​ໃຈ​ແຂງ​ກະດ້າງ​ດື້ດຶງ​ຢູ່​ຄື​ເກົ່າ. ເພິ່ນ​ບໍ່​ຍອມ​ຟັງ​ໂມເຊ ແລະ​ອາໂຣນ ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ກ່າວ​ໄວ້​ທຸກປະການ.


ແຕ່​ທີ່​ເຮົາ​ໃຫ້​ເຈົ້າ​ຍັງ​ມີ​ຊີວິດ​ຢູ່​ນີ້ ກໍ​ເພື່ອ​ໃຫ້​ເຈົ້າ​ໄດ້​ເຫັນ​ຣິດອຳນາດ​ຂອງເຮົາ ແລະ​ໃຫ້​ນາມຊື່​ຂອງເຮົາ​ແຜ່​ຂະຫຍາຍ​ໄປ​ທົ່ວ​ເທິງ​ແຜ່ນດິນ​ໂລກ.


ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ໄດ້​ສາບານ​ວ່າ: “ສິ່ງ​ທີ່​ເຮົາ​ໄດ້​ວາງແຜນ​ໄວ້ແລ້ວ​ຈະ​ຕ້ອງ​ເກີດຂຶ້ນ. ສິ່ງ​ທີ່​ເຮົາ​ໄດ້​ຕັ້ງໃຈ​ໄວ້ແລ້ວ ເຮົາ​ຈະ​ຕ້ອງ​ເຮັດ.


ພຣະເຈົ້າຢາເວ​ໂກດຮ້າຍ​ຊົນຊາດ​ທັງໝົດ ແລະ​ກອງທັບ​ທັງຫລາຍ​ຂອງ​ພວກເຂົາ. ພຣະອົງ​ລົງໂທດ​ພວກເຂົາ​ໃຫ້​ໄປ​ສູ່​ຄວາມ​ຈິບຫາຍ.


ດ້ວຍເຫດນັ້ນ ຖ້າ​ພຣະເຈົ້າ​ຊົງ​ກະລຸນາ​ຜູ້ໃດ ກໍ​ຈະ​ຊົງ​ກະລຸນາ​ແກ່​ຜູ້ນັ້ນ ແລະ​ພຣະອົງ​ຢາກ​ໃຫ້​ຜູ້ໃດ​ມີ​ໃຈ​ແຂງ​ກະດ້າງ ກໍ​ຈະ​ຊົງ​ໃຫ້​ຜູ້​ນັ້ນ​ມີ​ໃຈ​ແຂງ​ກະດ້າງ.


ແຕ່​ເຈົ້າ​ສີໂຫນ​ແຫ່ງ​ເຮັດຊະໂບນ​ບໍ່​ອະນຸຍາດ​ໃຫ້​ພວກເຮົາ​ຜ່ານ​ດິນແດນ​ຂອງ​ເພິ່ນ​ໄປ. ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ໄດ້​ເຮັດ​ໃຫ້​ເພິ່ນ​ດື້ດຶງ​ແລະ​ແຂງກະດ້າງ ເພື່ອ​ພວກເຮົາ​ຈະ​ໄດ້​ຊະນະ​ແລະ​ຢຶດ​ເອົາ​ເຂດແດນ​ທັງໝົດ​ຂອງ​ເພິ່ນ ມາ​ຄອບຄອງ​ຈົນ​ເທົ່າ​ທຸກ​ວັນນີ້.


ຈົ່ງ​ທຳລາຍ​ທຸກໆ​ຊົນຊາດ​ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ມອບ​ໄວ້​ໃຕ້​ອຳນາດ​ຂອງ​ພວກເຈົ້າ ແລະ​ຢ່າ​ສະແດງ​ຄວາມ​ເມດຕາ​ໃດໆ​ແກ່​ພວກເຂົາ. ຢ່າ​ຂາບໄຫວ້​ບັນດາ​ພະ​ຂອງ​ພວກເຂົາ ເພາະ​ສິ່ງ​ນັ້ນ​ເປັນ​ການ​ທຳລາຍ​ພວກເຈົ້າ​ເອງ.


ພໍ່​ແມ່​ຂອງ​ແຊມຊັນ​ບໍ່​ຮູ້​ວ່າ ແມ່ນ​ພຣະເຈົ້າຢາເວ​ທີ່​ນຳພາ​ແຊມຊັນ​ໃຫ້​ເຮັດ​ຢ່າງ​ນີ້ ຍ້ອນ​ພຣະອົງ​ຊອກ​ຫາ​ໂອກາດ​ທີ່​ຈະ​ສູ້ຮົບ​ກັບ​ຊາວ​ຟີລິດສະຕິນ​ຢູ່. ໃນ​ເວລານັ້ນ ຊາດ​ອິດສະຣາເອນ​ໄດ້​ຕົກ​ຢູ່ໃຕ້​ອຳນາດ​ຂອງ​ພວກ​ຟີລິດສະຕິນ.


ຖ້າ​ຜູ້ໃດ​ຜູ້ໜຶ່ງ​ເຮັດ​ຜິດ​ຕໍ່​ຜູ້​ອື່ນ ພຣະເຈົ້າ​ປ້ອງກັນ​ລາວ​ໄວ້​ໄດ້, ແຕ່​ຜູ້ໃດ​ຈະ​ປ້ອງກັນ​ຜູ້ໜຶ່ງ​ທີ່​ເຮັດ​ຜິດ​ຕໍ່​ພຣະເຈົ້າຢາເວ​ໄດ້?” ແຕ່​ພວກເຂົາ​ບໍ່​ຟັງຄວາມ​ພໍ່​ຂອງ​ພວກເຂົາ ເພາະ​ພຣະເຈົ້າຢາເວ​ໄດ້​ຕັດສິນໃຈ​ໄວ້​ແລ້ວ​ວ່າ​ພຣະອົງ​ຈະ​ຂ້າ​ພວກເຂົາ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka