Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຊວຍ 11:2 - ພຣະຄຳພີສັກສິ

2 ແລະ​ບັນດາ​ກະສັດ​ທີ່​ຢູ່​ຕາມ​ເຂດ​ເນີນພູ​ທາງ​ພາກເໜືອ, ຢູ່​ທາງ​ຮ່ອມພູ​ຈໍແດນ​ໃຕ້​ທະເລສາບ​ຄາລີເລ, ຢູ່​ຕາມ​ຕີນ​ພູ ແລະ​ຢູ່​ຕາມ​ຝັ່ງ​ທະເລ​ໃກ້​ກັບ​ເມືອງ​ໂດເຣ.

Uka jalj uñjjattʼäta Copia luraña




ໂຢຊວຍ 11:2
14 Jak'a apnaqawi uñst'ayäwi  

ກະສັດ​ເບັນຮາດາດ​ໄດ້​ຕົກລົງ​ຕາມ​ຂໍ້​ສະເໜີ​ຂອງ​ກະສັດ​ອາສາ. ເພິ່ນ​ໄດ້​ສົ່ງ​ຜູ້​ບັນຊາການ​ກອງທັບ​ຂອງ​ເພິ່ນ ພ້ອມດ້ວຍ​ພວກ​ທະຫານ​ໄປ​ໂຈມຕີ​ເມືອງ​ຕ່າງໆ ໃນ​ອານາຈັກ​ອິດສະຣາເອນ. ພວກເຂົາ​ຢຶດເອົາ​ຫົວເມືອງຕ່າງໆ​ໄດ້ ມີ​ດັ່ງນີ້: ເມືອງ​ອີໂຢນ, ດານ, ອາເບັນເບັດ​ມາອາກາ, ເຂດ​ທີ່​ຢູ່​ໃກ້​ທະເລ​ສາບ​ຄາລີເລ ແລະ​ເຂດແດນ​ທັງໝົດ​ຂອງ​ເນັບທາລີ.


ເບນາບີນາດາບ ຜູ້​ທີ່​ແຕ່ງງານ​ກັບ​ຕາຟາດ ລູກສາວ​ຂອງ​ກະສັດ​ໂຊໂລໂມນ ຮັບຜິດຊອບ​ອານາເຂດ​ເມືອງ​ໂດເຣ​ທັງໝົດ.


ຕໍ່ຈາກນັ້ນ ຈະ​ເລີຍ​ລົງ​ໄປ​ທາງໃຕ້​ເຖິງ​ຣິບລາ ທາງ​ຕາເວັນອອກ​ຂອງ​ອາອິນ ແລະ​ຂຶ້ນ​ສູ່​ເນີນພູ​ທາງທິດ​ຕາເວັນອອກ​ຂອງ​ຝັ່ງ​ທະເລສາບ​ຄາລິເລ


ຈາກ​ນັ້ນ​ບໍ່​ດົນ ມາຣີ​ກໍ​ອອກ​ເດີນທາງ​ຢ່າງ​ຮີບ​ດ່ວນ ໄປ​ທີ່​ເມືອງ​ໜຶ່ງ​ທີ່​ເນີນພູ​ຂອງ​ແຂວງ​ຢູດາຍ.


ວັນ​ໜຶ່ງ ຂະນະທີ່​ພຣະເຢຊູເຈົ້າ​ຢືນ​ຢູ່​ທີ່​ແຄມ​ທະເລສາບ​ເຄັນເນຊາເຣັດ ປະຊາຊົນ​ກໍ​ບຸບຽດ​ກັນ​ເຂົ້າ​ມາ​ຫາ​ພຣະອົງ ເພື່ອ​ຟັງ​ພຣະທຳ​ຂອງ​ພຣະເຈົ້າ.


ໂຢຊວຍ​ໄດ້​ຮົບ​ຊະນະ​ທົ່ວ​ທັງ​ດິນແດນ. ເພິ່ນ​ໄດ້​ຊະນະ​ບັນດາ​ກະສັດ​ທີ່​ຢູ່​ຕາມ​ເຂດ​ພູດອຍ, ຕາມ​ເນີນພູ ແລະ​ຕາມ​ຕີນພູ​ທາງທິດ​ຕາເວັນຕົກ, ຕະຫລອດ​ທັງ​ພວກ​ທີ່​ຢູ່​ຕາມ​ຖິ່ນ​ແຫ້ງແລ້ງ​ໃນ​ທິດໃຕ້. ເພິ່ນ​ໄດ້​ຂ້າ​ທຸກໆ​ຄົນ ບໍ່ມີ​ໃຜ​ລອດຊີວິດ​ຢູ່​ເລີຍ. ເຫດການ​ນີ້ ເປັນ​ໄປ​ຕາມ​ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ໄດ້​ສັ່ງ​ໄວ້.


ຊາວ​ກີເບໂອນ​ຈຶ່ງ​ໄດ້​ຟ້າວ​ສົ່ງ​ຄົນ​ໄປ​ຫາ​ໂຢຊວຍ ທີ່​ຄ້າຍພັກ​ໃນ​ເມືອງ​ກິນການ​ວ່າ, “ທ່ານເອີຍ ກະສັດ​ທັງໝົດ​ຂອງ​ຊາວ​ອາໂມ​ທີ່​ຢູ່​ຕາມ​ເນີນພູ​ຂອງ​ດິນແດນ​ນີ້ ໄດ້​ພາກັນ​ມາ​ຕໍ່ສູ້​ພວກ​ຂ້ານ້ອຍ. ຈົ່ງ​ຟ້າວ​ມາ​ຊ່ວຍ​ພວກ​ຂ້ານ້ອຍ​ແດ່ທ້ອນ ຢ່າ​ປະຖິ້ມ​ພວກ​ຂ້ານ້ອຍ​ເລີຍ.”


ໂຢຊວຍ​ໄດ້​ຍົກທັບ​ໄປ​ຢຶດຄອງ​ດິນແດນ​ທັງໝົດ ຄື​ດິນແດນ​ຕາມ​ເຂດ​ເນີນພູ ແລະ​ຕາມ​ຕີນ​ພູ​ທາງ​ທິດເໜືອ​ແລະ​ທິດໃຕ້, ເຂດ​ໂກເຊັນ​ທັງໝົດ​ກັບ​ດິນແດນ​ທີ່​ແຫ້ງແລ້ງ​ທາງທິດໃຕ້​ຂອງ​ເຂດ​ນັ້ນ, ຕະຫລອດ​ທັງ​ຮ່ອມພູ​ຈໍແດນ​ດ້ວຍ.


ໃນ​ເທື່ອ​ນີ້ ໂຢຊວຍ​ໄດ້​ຍົກທັບ​ອອກ​ໄປ​ທຳລາຍ​ຄົນ​ຮ່າງ​ໃຫຍ່​ພວກ​ໜຶ່ງ ຊື່​ວ່າ ອານາກີມ. ຄົນ​ພວກ​ນີ້​ໄດ້​ອາໄສ​ຢູ່​ຕາມ​ເນີນພູ​ຕ່າງໆ ດັ່ງນີ້: ເຮັບໂຣນ, ເດບີ, ອານາບ, ແລະ​ຕາມ​ເນີນພູ​ທັງໝົດ​ຂອງ​ຢູດາ​ແລະ​ເນີນພູ​ທັງໝົດ​ຂອງ​ອິດສະຣາເອນ. ໂຢຊວຍ​ໄດ້​ທຳລາຍ​ພວກເຂົາ​ແລະ​ເມືອງ​ຂອງ​ພວກເຂົາ​ຈົນກ້ຽງ.


ກະສັດ​ຂອງ​ໂດເຣ (ທາງ​ຝັ່ງ​ທະເລ), ກະສັດ​ຂອງ​ໂກອີອີມ (ທີ່​ຄາລີເລ ),


ລວມທັງ​ຮ່ອມພູ​ຂອງ​ແມ່ນໍ້າ​ຈໍແດນ ແຕ່​ທະເລສາບ​ຄາລີເລ​ໄປ​ທາງທິດໃຕ້ ຈົນເຖິງ​ເບັດ​ເຢຊີໂມດ (ທາງທິດ​ຕາເວັນອອກ​ຂອງ​ທະເລຕາຍ) ແລະ​ຕີນ​ພູ​ປີສະກາ.


ສ່ວນ​ທີ່​ຢູ່​ໃນ​ຮ່ອມພູ​ຈໍແດນ​ນັ້ນ​ມີ​ດັ່ງນີ້: ເບັດ​ຮາຣາມ, ເບັດ​ນີມຣາ, ຊຸກໂກດ ແລະ​ຊາໂຟນ ແລະ​ອານາຈັກ​ສ່ວນ​ທີ່​ເຫຼືອ​ຂອງ​ເຈົ້າສີໂຫນ​ກະສັດ​ແຫ່ງ​ເຮັດຊະໂບນ. ສ່ວນ​ເຂດແດນ​ຂອງ​ພວກເຂົາ​ທາງ​ດ້ານ​ຕາເວັນຕົກ​ນັ້ນ ແມ່ນ​ແມ່ນໍ້າ​ຈໍແດນ​ເລີຍ​ໄປ​ທາງທິດເໜືອ​ຈົນເຖິງ​ທະເລສາບ​ຄາລີເລ.


ພາຍ​ໃນ​ເຂດແດນ​ຂອງ​ເຜົ່າ​ອິດຊາຄາ​ແລະ​ອາເຊ​ນັ້ນ ມານາເຊ​ໄດ້​ເມືອງ​ເບັດ​ເຊອານ​ແລະ​ເມືອງ​ອິບເລອາມ ລວມທັງ​ເມືອງເລັກ​ເມືອງນ້ອຍ​ທີ່​ຢູ່​ອ້ອມແອ້ມ​ນັ້ນ ຕະຫລອດ​ທັງ​ໂດເຣ (ເມືອງ​ຝັ່ງ​ທະເລ), ເອນໂດເຣ, ຕາອານັກ, ເມກິດໂດ ແລະ​ເມືອງເລັກ​ເມືອງນ້ອຍ​ທີ່​ຢູ່​ອ້ອມແອ້ມ​ນັ້ນ.


ເຜົ່າ​ມານາເຊ​ບໍ່ໄດ້​ຂັບໄລ່​ປະຊາຊົນ​ໃຫ້​ອອກ​ໜີໄປ​ຈາກ​ເມືອງ​ຕ່າງໆ ດັ່ງນີ້: ເບັດ​ເຊອານ, ຕາອານັກ, ໂດເຣ, ອິບເລອາມ, ເມກິດໂດ ແລະ​ເມືອງ​ທັງຫລາຍ​ທີ່​ຢູ່​ໃກ້ຄຽງ. ຊາວ​ການາອານ​ຍັງ​ສືບຕໍ່​ຢູ່​ໃນ​ທີ່ນັ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka