Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຊວຍ 11:17 - ພຣະຄຳພີສັກສິ

17-18 ເຂດແດນ​ນັ້ນ​ໄດ້​ຂະຫຍາຍ​ອອກ​ຕື່ມ ຈາກ​ພູ​ຮາລັກ​ຢູ່​ທາງທິດໃຕ້​ຕິດ​ກັບ​ເມືອງ​ເອໂດມ ຈົນເຖິງ​ບາອານກາດ​ທາງ​ພາກເໜືອ ໃນ​ຮ່ອມພູ​ເລບານອນ​ທີ່​ທາງທິດໃຕ້​ຂອງ​ພູເຂົາ​ເຮີໂມນ. ໂຢຊວຍ​ໄດ້​ເຮັດ​ເສິກ​ກັບ​ບັນດາ​ກະສັດ ໃນ​ເຂດແດນ​ເຫຼົ່ານີ້​ເປັນ​ເວລາ​ດົນນານ. ເພິ່ນ​ຈັບ​ກະສັດ​ເຫຼົ່ານີ້​ໄດ້ ແລະ​ໄດ້​ຂ້າ​ທຸກໆ​ຄົນ​ຖິ້ມ.

Uka jalj uñjjattʼäta Copia luraña




ໂຢຊວຍ 11:17
12 Jak'a apnaqawi uñst'ayäwi  

ຢາໂຄບ​ໄດ້​ໃຊ້​ຄົນນຳຂ່າວ​ໄປ​ບອກ​ເອຊາວ​ອ້າຍ​ຂອງຕົນ ທີ່​ເມືອງ​ເສອີ​ໃນ​ດິນແດນ​ເອໂດມ.


ພຣະອົງ​ໄດ້​ສ້າງ​ທິດໃຕ້​ທິດເໜືອ​ພູ​ຕາໂບ​ກັບ​ເຮີໂມນ ຕ່າງ​ກໍ​ຮ້ອງ​ຢ່າງ​ຊົມຊື່ນ​ຍິນດີ​ຍົກຍໍ​ພຣະອົງ​ດ້ວຍ.


ບັດນີ້ ຈົ່ງ​ມ້າງ​ຄ້າຍ​ແລະ​ຍົກຍ້າຍ​ໄປ​ຕໍ່. ຈົ່ງ​ໄປ​ທີ່​ເຂດ​ເນີນພູ​ຂອງ​ຊາວ​ອາໂມ ແລະ​ທົ່ວ​ອານາ​ເຂດ​ອ້ອມແອ້ມ​ທັງໝົດ​ນັ້ນ ເຊັ່ນ: ຮ່ອມພູ​ຈໍແດນ, ເຂດ​ເນີນພູ​ແລະ​ທົ່ງພຽງ, ເຂດ​ພາກໃຕ້ ແລະ​ແຄມ​ຝັ່ງ​ທີ່​ທະເລ​ເມດີແຕຣາເນ. ຈົ່ງ​ໄປ​ທີ່​ດິນແດນ​ຂອງ​ຊາວ​ການາອານ, ເທິງ​ພູ​ເລບານອນ ແລະ​ແມ່ນໍ້າ​ໃຫຍ່​ເອີຟຣັດ.


ໃນທີ່ສຸດ ພວກເຮົາ​ກໍໄດ້​ກັບຄືນ​ກັບ​ເຂົ້າ​ໄປ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ ຕາມ​ທາງ​ສູ່​ອ່າວ​ອາກາບາ ເໝືອນ​ດັ່ງ​ທີ່​ພຣະເຈົ້າຢາເວ​ໄດ້​ບອກ​ຂ້າພະເຈົ້າ ແລະ​ພວກເຮົາ​ໄດ້​ໃຊ້​ເວລາ​ດົນນານ​ທ່ອງທ່ຽວ​ໄປມາ ຕາມ​ເຂດ​ເນີນພູ​ເອໂດມ.


ຊາວ​ຊີໂດນ​ເອີ້ນ​ພູ​ເຮີໂມນ​ວ່າ ສີຣິໂອນ ແລະ​ຊາວ​ອາໂມ​ເອີ້ນ​ວ່າ ເສນີ.)


ພຣະເຈົ້າຢາເວ​ໄດ້​ສະເດັດ​ມາ​ຈາກ​ພູເຂົາ​ຊີນາຍ ຊົງ​ໄດ້​ລຸກ​ຂຶ້ນ​ມາ​ເໝືອນ​ດັ່ງ​ຕາເວັນ​ເທິງ​ເອໂດມ​ນັ້ນ ແລະ​ຈາກ​ພູເຂົາ​ປາຣານ​ພຸ້ນ​ແສງໃສ​ແຈ້ງ​ສ່ອງ ຖືກ​ປະຊາຊົນ​ທົ່ວ​ໜ້າ​ສູ່​ຄົນ​ແທ້​ຂອງ​ພຣະອົງ. ມີ​ເທວະດາ​ເປັນ​ໝື່ນໆ​ອ້ອມລ້ອມ​ຢູ່​ກັບ​ພຣະອົງ ມີ​ໄຟ​ລຸກ​ຮຸ່ງເຮືອງ​ທີ່​ມື​ຂວາ ຂອງ​ພຣະອົງ​ດ້ວຍ.


ພຣະອົງ​ຈະ​ໃຫ້​ບັນດາ​ກະສັດ​ຂອງ​ພວກເຂົາ​ຢູ່​ໃຕ້​ອຳນາດ​ຂອງ​ພວກເຈົ້າ. ພວກເຈົ້າ​ຈະ​ຂ້າ​ພວກເຂົາ​ແລະ​ບໍ່ມີ​ໃຜ​ຈະ​ຈົດຈຳ​ພວກເຂົາ​ໄດ້​ອີກ​ເລີຍ ບໍ່ມີ​ຜູ້ໃດ​ຈະ​ສາມາດ​ຢັບຢັ້ງ​ພວກເຈົ້າ​ໄດ້ ພວກເຈົ້າ​ຈະ​ທຳລາຍ​ພວກເຂົາ​ທຸກຄົນ.


ເຂດແດນ​ຂອງ​ພວກເຈົ້າ​ຈະ​ຂະຫຍາຍ​ອອກ​ໄປ ຕັ້ງແຕ່​ຖິ່ນ​ແຫ້ງແລ້ງ​ກັນດານ​ທາງທິດໃຕ້ ຈົນເຖິງ​ພູເຂົາ​ເລບານອນ​ທາງທິດເໜືອ; ຕັ້ງແຕ່​ແມ່ນໍ້າ​ໃຫຍ່​ເອີຟຣັດ​ທາງທິດ​ຕາເວັນອອກ ຕະຫລອດ​ທັງ​ດິນແດນ​ຂອງ​ຊາວ​ຮິດຕີ ຈົນເຖິງ​ທະເລ​ເມດີ​ແຕຣາເນ​ທາງທິດ​ຕາເວັນຕົກ.


ແລ້ວ​ເພິ່ນ​ກໍ​ຍັງ​ສົ່ງ​ຄົນ​ໄປ​ບອກ​ຊາວ​ການາອານ ທີ່​ຢູ່​ທາງ​ສອງ​ຟາກ​ຂ້າງ​ຂອງ​ແມ່ນໍ້າ​ຈໍແດນ​ຄື: ຊາວ​ອາໂມ, ຊາວ​ຮິດຕີ, ຊາວ​ເປຣີຊີ ແລະ​ຊາວ​ເຢບຸດ​ທີ່​ຢູ່​ຕາມ​ເນີນພູ ຕະຫລອດ​ທັງ​ຊາວ​ຮີວີ​ທີ່​ຢູ່​ຕາມ​ຕີນ​ພູ​ເຮີໂມນ​ໃນ​ດິນແດນ​ມີຊະປາ.


ຕະຫລອດ​ທັງ​ດິນແດນ​ຂອງ​ພວກເກບາ ເຂດແດນ​ທັງໝົດ​ຂອງ​ເລບານອນ​ໄປ​ທາງ​ທິດ​ຕາເວັນອອກ ຄື​ຈາກ​ບາອານກາດ​ຢູ່​ຕາມ​ຕີນ​ພູເຂົາ​ເຮີໂມນ​ຈົນເຖິງ​ຊ່ອງແຄບ​ຮາມັດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka