ໂຢຊວຍ 11:16 - ພຣະຄຳພີສັກສິ16 ໂຢຊວຍໄດ້ຍົກທັບໄປຢຶດຄອງດິນແດນທັງໝົດ ຄືດິນແດນຕາມເຂດເນີນພູ ແລະຕາມຕີນພູທາງທິດເໜືອແລະທິດໃຕ້, ເຂດໂກເຊັນທັງໝົດກັບດິນແດນທີ່ແຫ້ງແລ້ງທາງທິດໃຕ້ຂອງເຂດນັ້ນ, ຕະຫລອດທັງຮ່ອມພູຈໍແດນດ້ວຍ. Uka jalj uñjjattʼäta |
ໂຢຊວຍໄດ້ຮົບຊະນະທົ່ວທັງດິນແດນ. ເພິ່ນໄດ້ຊະນະບັນດາກະສັດທີ່ຢູ່ຕາມເຂດພູດອຍ, ຕາມເນີນພູ ແລະຕາມຕີນພູທາງທິດຕາເວັນຕົກ, ຕະຫລອດທັງພວກທີ່ຢູ່ຕາມຖິ່ນແຫ້ງແລ້ງໃນທິດໃຕ້. ເພິ່ນໄດ້ຂ້າທຸກໆຄົນ ບໍ່ມີໃຜລອດຊີວິດຢູ່ເລີຍ. ເຫດການນີ້ ເປັນໄປຕາມທີ່ພຣະເຈົ້າຢາເວ ພຣະເຈົ້າຂອງຊາດອິດສະຣາເອນໄດ້ສັ່ງໄວ້.
ໄຊຊະນະຂອງຊາວອິດສະຣາເອນ ໄດ້ຊ່າລືໄປຈົນເຖິງກະສັດທັງໝົດ ທີ່ທາງພາກຕາເວັນຕົກຂອງແມ່ນໍ້າຈໍແດນ ດັ່ງນີ້: ພວກທີ່ຢູ່ຕາມເນີນພູ, ຕາມຕີນພູ, ຕາມທົ່ງຮາບພຽງ ແລະຕາມຝັ່ງທະເລເມດີແຕຣາເນທາງເໜືອຈົນເຖິງເລບານອນ. ພວກນີ້ແມ່ນກະສັດຂອງຊາວຮິດຕີ, ຊາວອາໂມ, ຊາວການາອານ, ຊາວເປຣີຊີ, ຊາວຮີວີ ແລະຊາວເຢບຸດ.